ບຸນມະໂຫລານເທດສະການກຸດຈີນ ປະຈໍາປີ 2020 ໄດ້ຮັບຄວາມສົນໃຈຈາກມວນຊົນ
January 13, 2020 - 12:32 PM


ໃນວັນທີ 11-12 ມັງກອນ ນີ້, ສູນວັດທະນະທໍາຈີນ ປະຈໍາລາວ ຮ່ວມກັບ ພະແນກວັດທະນະທໍາ ວິທະຍຸ, ໂທລະພາບ ແລະ ການທ່ອງທ່ຽວ ນະຄອນເສິງຕູ່ ສປ ຈີນ ໄດ້ຈັດງານ “ບຸນມະໂຫລານ ເທດສະການກຸດຈີນ” ປະຈໍາປີ 2020 ຂຶ້ນຢ່າງຍິ່ງໃຫຍ່ ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍໄດ້ຮັບຄວາມສົນໃຈຈາກມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຊາວຈີນເປັນຈໍານວນຫຼາຍ.

