ສະພາບອາກາດຍັງສືບຕໍ່ໜາວເຢັນ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນວ່າ: ໃນໄລຍະວັນທີ 13-16 ມັງກອນ 2020 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ ໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ຫາໜາວເຢັນລົງ 1-2 ອົງສາ ຢູ່ໃນແຕ່ລະພາກ ໂດຍສະເພາະຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ.
ສຳລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ. ຈາກນັ້ນວັນທີ 17-19 ມັງກອນ ອາກາດຈະໜາວເຢັນລົງ 1-2 ອົງສາ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕໍ່າສຸດ 9-11 ອົງສາ ແລະ ສູງສຸດ 23-25 ອົງສາ. ພາກເໜືອດ້ານຕາເວັນຕົກ ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຈະຮ້ອນ. ຈາກນັ້ນວັນທີ 17-19 ມັງກອນ ອາກາດຈະໜາວເຢັນລົງ 1-2 ອົງສາ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ. ອຸນຫະພູມຕໍ່າສຸດ 7-9 ອົງສາ ແລະ ສູງສຸດ 30-32 ອົງສາ. ພາກກາງ ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດ 32-34 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ອາກາດຍັງຈະເຢັນຫາໜາວເຢັນຫລາຍ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 17-19 ມັງກອນ ອາກາດຈະໜາວເຢັນລົງ 1-2 ອົງສາ. ອຸນຫະພູມຕໍ່າສຸດ 6-8 ອົງສາ ແລະ ສູງສຸດ 22-25 ອົງສາ. ພາກໃຕ້ ອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຈະຮ້ອນຂຶ້ນ. ຈາກນັ້ນວັນທີ 17-19 ມັງກອນ ອາກາດຈະໜາວເຢັນລົງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 31-33 ອົງສາ. ສະເພາະເຂດພູພຽງບໍລະເວນ ອາກາດຍັງຈະໜາວເຢັນຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 6-8 ອົງສາ ແລະ ສູງສຸດ 24-26 ອົງສາ. ນະຄອນຫລວງວຽງຈັນ ອາກາດເຢັນຫາໜາວເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໃນຕອນບ່າຍອາກາດຈະຮ້ອນ. ຈາກນັ້ນວັນທີ 17-19 ມັງກອນ ອາກາດຈະໜາວເຢັນລົງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 19-21 ອົງສາ ແລະ ສູງສຸດ 31-33 ອົງສາ.