ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນພາຍໃນກົມບໍລິຫານ-ພິທີການ ສະພາແຂວງບໍລິຄໍາໄຊ
ໃນ 11-12 ມັງກອນ ນີ້, ຄະນະເລຂາທິການ ສະພາແຫ່ງຊາດ ໄດ້ຈັດຝຶກອົບຮົມ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນພາຍໃນກົມບໍລິຫານ-ພິທີການ ສະພາແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງທ່ານນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ, ມີວິທະຍາກອນຈາກກະຊວງການເງິນ, ກະຊວງການຕ່າງປະເທດ ແລະ ພະນັກງານວິຊາການພາຍໃນກົມບໍລິຫານ-ພິທີການສະພາແຂວງເຂົ້າຮ່ວມ ເພື່ອແນໃສ່ຍົກສູງຂີດຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານເສນາທິການໃຫ້ແກ່ຄະນະເລຂາທິການສະພາແຫ່ງຊາດ ໂດຍສະເພາະແມ່ນວຽກຄຸ້ມຄອງການປະມູນ, ການກໍ່ສ້າງ, ສ້ອມແປງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, ວຽກງານພິທີການ ແລະ ລະບຽບການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ, ວຽກງານການຄຸ້ມຄອງຊັບສິນຂອງລັດ ແລະ ວຽກງານອື່ນໆ ໃຫ້ມີຄວາມສອດຄ່ອງ, ເໝາະສົມກັບສະພາບຄວາມເປັນຈິງ ແລະ ຈຸດພິເສດຂອງສະພາແຫ່ງຊາດໃຫ້ມີປະສິດທິຜົນສູງຂຶ້ນເລື້ອຍໆ.
ໃນໂອກາດນີ້, ທ່ານນາງ ສວນສະວັນ ວິຍະເກດ ໄດ້ມີຄໍາເຫັນວ່າ: ວຽກງານບໍລິຫານ-ຈັດການ, ພິທີການ, ການຄຸ້ມຄອງພາຫະນະ, ເຄຫາສະຖານ ແລະ ຊັບສິນ ພາຍໃນສະພາແຫ່ງຊາດ ເປັນວຽກໃຈກາງທີ່ສໍາຄັນໃນການຂັບເຄື່ອນການເຄື່ອນໄຫວວຽກງານຂອງພາກສ່ວນຕ່າງໆ ໃນສໍານັກງານ, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າຍັງພົບຄວາມຫຍຸ້ງຍາກຫລາຍ ໂດຍສະເພາະ ວຽກງານຈັດຊື້-ຈັດຈ້າງ, ການບໍລິການດ້ານພິທີການ ແລະ ອື່ນໆ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ດ້ວຍເຫດນັ້ນ ຈຶ່ງໄດ້ຈັດການຝຶກອົບຮົມນີ້ຂຶ້ນ, ເພື່ອພ້ອມກັນແລກປ່ຽນຄໍາຄິດຄໍາເຫັນ ແລະ ສ້າງຄວາມເຂົ້າໃຈ ຕໍ່ບັນດາເອກະສານທີ່ນໍາສະເໜີນີ້ ຊຶ່ງມັນກ່ຽວພັນໂດຍກົງ ຕໍ່ການຍົກສູງການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ມີປະສິດທິພາບ.