ອັດຕະປືຍົກລະດັບວຽກງານສື່ມວນຊົນ


ວັນທີ 13 ມັງກອນນີ້ ພະແນກ ຖວທ ແຂວງ ອັດຕະປື ຮ່ວມກັບສະຖາບັນສື່ມວນຊົນ ກະຊວງ ຖວທ ໄດ້ເປີດຊຸດຝຶກອົບຮົມວຽກງານສື່ມວນຊົນທົ່ວແຂວງ ໂດຍການເປັນປະທານ ຂອງທ່ານ ນາງ ບຸນນານ ບຸນນະແສງ ຫົວໜ້າພະແນກ ຖວທ ແຂວງ ແລະ ທ່ານ ວິໄລທອງ ສີຊານົນ ຫົວໜ້າ ສະຖາບັນດັ່ງກ່າວ, ມີວິຊາການຈາກສູນກາງ ແລະ ນັກສຳມະນາກອນມາຈາກຂະແໜງການຕ່າງໆຂອງແຂວງເຂົ້າຮ່ວມ ເພື່ອແນໃສ່ເຮັດໃຫ້ພະນັກງານ ໂດຍສະເພາະຜູ້ຮັບຜິດຊອບວຽກງານສື່ມວນຊົນໄດ້ຮຽນຮູ້ກ່ຽວກັບການເກັບກຳຂໍ້ມູນ, ການຂຽນບົດວຽກດີຄົນເດັ່ນ, ທັກສະການສຳພາດຂ່າວວິທະຍຸ-ໂທລະພາບ, ພື້ນຖານການຈັດໜ້າໜັງສືພິມ, ພື້ນຖ່ານການຖ່າຍຮູບພາບຂ່າວ, ທັກສະການຈັດລາຍການວິທະຍຸ ແລະ ພື້ນຖານການຂຽນຂ່າວດ້ານອື່ນໆ ເຊິ່ງມີທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໄປພ້ອມໆກັນ.
ຫົວໜ້າພະແນກ ຖວທ ແຂວງ ໄດ້ກ່າວເປີດພິທີວ່າ: ການຈັດຝຶກອົບຮົມຄັ້ງນີ້ແມ່ນເພື່ອສືບຕໍ່ຍົກສູງຄວາມອາດສາມາດການລາຍງານຂ່າວ ເພື່ອໃຫ້ສັງຄົມໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງສອດຄ່ອງກັບຄວາມຈິງຕາມ 4 ລັກສະນະຂອງສື່ມວນຊົນ ຄື: 1. ລັກສະນະຕົວຈິງພາວະວິໄສ, ຖືກຕ້ອງ, ຊັດເຈນ. 2. ລັກສະນະສຶກສາອົບຮົມ, ໂຄສະນາເຜີຍແຜ່. 3. ລັກສະນະຈັດຕັ້ງ-ຊີ້ນຳ ແລະ 4. ລັກສະນະຕໍ່ສູ້, ເປັນກະບອກສຽງໃຫ້ອົງການຈັດຕັ້ງພັກ-ລັດ, ເປັນເຄື່ອງມື ຫຼື ກຳລັງແຮງທາງດ້ານການເມືອງ-ແນວຄິດ, ເສດຖະກິດ-ສັງຄົມ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ນໍາເອົາຄວາມຮູ້ທີ່ໄດ້ຜ່ານການຝຶກອົບຮົມ ໄປນຳໃຊ້ເຂົ້າໃນວຽກງານສື່ມວນຊົນ, ສືບຕໍ່ຜັນຂະຫຍາຍການເປັນກະບອກສຽງຂອງພັກ-ລັດ ແລະ ປະຊາຊົນໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ ດ້ວຍຄວາມຮັບຜິດຊອບສູງ. ຊຸດຝຶກອົບຮົມດັ່ງກ່າວຈະດຳເນີນໄປເປັນເວລາ 5 ວັນ.