ເປີດນໍາໃຊ້ເສັ້ນທາງ 4B ຈາກເມືອງຫົງສາ-ຊຽງແມນ
ໂຄງການກໍ່ສ້າງເສັ້ນທາງ (4B) ຈາກເມືອງຫົງສາ ແຂວງໄຊຍະບູລີ ຫາ ບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ, ໂດຍມີຄວາມຍາວທັງໝົດ 114 ກິໂລແມັດໄດ້ສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 60 ລ້ານໂດລາສະະຫັດ ແລະ ໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 14 ມັງກອນນີ້. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີທ່ານ ບຸນຈັນ ສິນທະວົງ ລັດຖະມົນກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງເຂົ້າຮ່ວມ.

ໂຄງການກໍ່ສ້າງເສັ້ນທາງ 4B ເປັນເສັ້ນທາງຫຼວງແຫ່ງຊາດມີຄວາມຍາວ 114 ກິໂລແມັດ, ຊຶ່ງໄດ້ຮັບທຶນກູ້ຢືມຈາກອົງການ NEDA ປະເທດໄທມູນຄ່າສັນຍາປະມານ 60 ລ້ານໂດລາສະຫະລັດ. ໃນນັ້ນ 20% ແມ່ນທຶນຊ່ວຍເຫຼືອລ້າ. ໂດຍແມ່ນ ບໍລິສັດ ຊໍທະວີ ຄອນສະຕຣັກຊັນ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ຊຶ່ງໄດ້ລົງນາມເຊັນສັນຍາໃນວັນທີ 14 ສິງຫາ 2015 ຜ່ານມາ ທີ່ນະຄອນຫຼວງພະບາງ ໂດຍໃຊ້ໄລະຍະເວລາການກໍ່ສ້າງ 42 ເດືອນ. ລ້າຊ້າໄປເກີນກໍານົດ 12 ເດືອນກວ່າ ຍ້ອນການຍົກຍ້າຍສິ່ງກີດຂວາງ ແລະ ການນຳເຂົ້າອຸປະກອນການກໍ່ສ້າງຕ່າງໆ.

ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນດ້ານການເງີນຈາກລັດຖະບານແຫ່ງ ຣາດຊະອານາຈັກໄທກໍຄືສໍານັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ ຫລື NEDA ແຫ່ງປະເທດໄທ)ຈໍານວນເງີນ 1.977 ລ້ານບາດ, ໃນນີ້ເປັນເງິນນຊ່ວຍເຫຼືອລ້າຫລາຍກວ່າ 395 ລ້ານບາດໄທ.

ເສັ້ນທາງ (4B) ເປັນທາງປູຢາງສອງຊັ້ນ, ໜ້າທາງເຂດທົ່ງພຽງ 9 ແມັດ, ເຂດຫຼຸບໂນນ 8 ແມັດ ແລະ ເຂດພູດອຍ 7 ແມັດ, ມີບ່າທາງເບື້ອງລະ 1 ແມັດ. ພ້ອມນັ້ນຍັງໄດ້ກໍ່ສ້າງຂົວທັງຫມົດ 8 ແຫ່ງ.