ປີ 2020 ແຂວງສາລະວັນຈະສູ້ຊົນເກັບລາຍຮັບໃຫ້ໄດ້ 188 ຕື້ກີບ
ຫົວໜ້າພະແນກການເງິນແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 11 ສະໄໝທີ 8 ເມື່ອມໍ່ໆນີ້ ໃຫ້ຮູ້ວ່າ: ໃນປີ 2020 ນີ້ ແຂວງສາລະວັນຈະສູ້ຊົນເກັບລາຍຮັບໃຫ້ໄດ້ທັງໝົດ 188 ຕື້ກີບ ເພີ່ມຂຶ້ນ 1,57% ທຽບໃສ່ລາຍຮັບປີຜ່ານມາ ແລະ ເອົາໃຈໃສ່ຄຸ້ມຄອງລາຍຮັບພູດສູນກາງ 70 ຕື້ກີບ, ລາຍຮັບຈາກພາສີ-ສ່ວຍສາອາກອນ 68 ຕື້ກວ່າກີບ ແລະ ລາຍຮັບອື່ນໆອີກ 1 ຕື້ກວ່າກີບ, ສ່ວນລາຍຮັບພູດທ້ອງ ຖິ່ນໃຫ້ໄດ້ 118 ຕື້ກີບ, ໃນນັ້ນ ລາຍຮັບຈາກສ່ວຍສາອາກອນໃຫ້ໄດ້ 13 ຕື້ກວ່າກີບ, ຮັບຈາກຊັບສິນໃຫ້ໄດ້ 7,8 ຕື້ກີບ ແລະ ລາຍຮັບຈາກຄຸ້ມຄອງລັດວິສາຫະກິດໃຫ້ໄດ້ 202 ລ້ານກີບ ແລະ ຄຸ້ມຄອງລາຍຈ່າຍງົບປະມານບໍ່ໃຫ້ເກີນ 398,49 ຕື້ກີບ.
ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງົບປະມານປີ 2020 ໄດ້ຮັບຜົນສຳເລັດແຂວງຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ຈັດຕັ້ງຜັນຂະຫຍາຍບັນດາໜ້າວຽກຕ່າງໆໃຫ້ແກ່ພະນັກງານຢ່າງເປັນປະຈຳ ແລະ ຕໍ່ເນື່ອງ, ພ້ອມທັງນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດມາເຜີຍແຜ່ແນະນຳໃຫ້ແກພະນັກງານລັດຖະກອນໄດ້ຮັບຮູ້ເຂົ້າໃຈ, ແກ້ໄຂບັນດາກະແສແນວຄິດຫາງສຽງຂອງສັງຄົມ, ປາກົດການຫຍໍ້ທໍ້ໃຫ້ທັນການດ້ວຍການຕິດຕາມກວດກາ, ອັດຊ່ອງຫວ່າງການຮົ່ວໄຫຼ, ສະກັດການສໍ້ລາດບັງຫຼວງ, ປັບປຸງກົນໄກແບບແຜນວິທີເຮັດວຽກ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝໃນການຈັດເກັບລາຍຮັບ, ປັບປຸງຖານລາຍຮັບອາກອນຄືນໃໝ່ໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດໃນຕົວຈິງ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການອື່ນໆຢ່າງແໜ້ນແຟ້ນ, ພ້ອມທັງອຳນາດການປົກຄອງທ້ອງຖິ່ນ.
ສຳລັບປີ 2019 ຜ່ານມາ ແຂວງສາມາດເກັບລາຍຮັບໄດ້ທັງໝົດຫລາຍກວ່າ 165 ຕື້ກີບ ເທົ່າກັບ 87% ຂອງແຜນການປີ, ລາຍຮັບພູດສູນກາງປະຕິບັດໄດ້ 62,29 ຕື້ກີບ ເທົ່າກັບ 83%, ສ່ວນພູດຂອງແຂວງປະຕິບັດໄດ້ກວ່າ 102 ຕື້ກີບ ເທົ່າກັບ 93,56% ຂອງແຜນການປີວາງໄວ້, ດ້ານລາຍຈ່າຍປະຕິບັດໄດ້ 417,03 ຕື້ກີບ ເທົ່າກັບ 94% ຂອງແຜນການ.