ໂລກໃກ້ ການດັບສູນຂອງສິ່ງມີຊີວິດ

ໂລກໃກ້ ການດັບສູນຂອງສິ່ງມີຊີວິດ - 3434 - ໂລກໃກ້ ການດັບສູນຂອງສິ່ງມີຊີວິດ
ໂລກໃກ້ ການດັບສູນຂອງສິ່ງມີຊີວິດ - advert banner 728 90 728x90 - ໂລກໃກ້ ການດັບສູນຂອງສິ່ງມີຊີວິດ

ໂດຍ: ມຶກບໍ່ແຫ້ງ

ໂລກໃກ້ ການດັບສູນຂອງສິ່ງມີຊີວິດ - lattana 1 - ໂລກໃກ້ ການດັບສູນຂອງສິ່ງມີຊີວິດ
ໂລກໃກ້ ການດັບສູນຂອງສິ່ງມີຊີວິດ - Wave100S AD to Website 2020 0 - ໂລກໃກ້ ການດັບສູນຂອງສິ່ງມີຊີວິດ

ເລີ່ມຕົ້ນເຂົ້າປີ 2020 ຂ່າວຄາວ ການເປັນຫ່ວງຕໍ່ບັນຫາສະພາບ ແວດລ້ອມກໍເພີ່ມທະວີຂຶ້ນບໍ່ນ້ອຍໜ້າໄປກວ່າຂ່າວການເມືອງ ບໍ່ວ່າຈະເປັນ ແມ່ນໍ້າແຫ້ງຂອງ, ໄພນ້ຳຖ້ວມຢູ່ບັນດາປະເທດຕ່າງໆ, ແຕ່ໜ້າຕົກໃຈ ຫຼາຍກໍແມ່ນຂ່າວການຫຍັບເຂົ້າໃກ້ການສູນພັນຄັ້ງໃຫຍ່ຂອງສັດໂລກ (ລວມທັງຄົນ).

ເມື່ອຕົ້ນເດືອນ ມັງກອນ 2020 ທີ່ຜ່ານມາອົງການອະນຸລັກທຳ ມະຊາດໂລກ (IUCN) ໄດ້ເປີດເຜີຍຂໍ້ມູນວ່າມີສັດຈຳນວນ 30,000 ສາຍພັນກຳລັງເຂົາສູ່ຄວາມສ່ຽງສູງສຸດທີ່ຈະສູນພັນເຊິ່ງນັ້ນ ໝາຍຄວາມ ວ່າກວມເອົາ 27% ຂອງຈຳນວນສາຍພັນທີ່ໄດ້ມີການສຶກສາຄົ້ນຄວ້າ. ໃນນັ້ນ ສັດເຄິ່ງບົກເຄິ່ງນໍ້າປະເພດ ກົບ, ຂຽດ ມີຄວາມສ່ຽງສູງທີ່ສຸດ.

ພາຍຫຼັງການເປີດເຜີຍຂໍ້ມູນນີ້ບໍ່ດົນໄຟປ່າຢູ່ອົດສະຕຣາລີກໍໄດ້ລຸກລາມ ໄປທົ່ວປະເທດ ເຊິ່ງຄາດການວ່າໄຟປ່າດັ່ງກ່າວຂ້າສັດປ່າໄປເກືອບ 500 ລ້ານໂຕ ໂດຍສະເພາະສັດປ່າທີ່ເປັນສັນຍະລັກຂອງປະເທດດັ່ງກ່າວ ເຊັ່ນ ຈິງໂຈ້, ໝີໂຄອະລາ (koala), ນັບວ່າ ເປັນຂ່າວເສົ້າທີ່ສຸດທາງດ້ານ ສະພາບແວດລ້ອມ ແລະ ຊີວະນາໆພັນຂອງໂລກ.

ນັກວິທະຍາສາດຈຳນວນໜຶ່ງເບິ່ງວ່າເຫດໄຟປ່າທີ່ຮ້າຍແຮງຢູ່ ອົດສະຕຣາລີນັ້ນ ອາດເປັນສັນຍານເຕືອນໃຫ້ພວກເຮົາຮູ້ວ່າ ສິ່ງທີ່ມີຊີວິດ ທົ່ວໂລກກຳລັງກ້າວເຂົ້າສູ່ພາວະການສູນພັນລະດັບມະຫຶມາຄັ້ງທີ 6 ຢ່າງຫຼີກລ່ຽງບໍ່ໄດ້.

ນັກວິທະຍາສາດຂອງອົດສະຕຣາລີໃຫ້ຮູ້ວ່າ: ນັບແຕ່ໂລກພວກເຮົາ ມີສິ່ງທີ່ມີຊີວິດອາໄສຢູ່ເທິງໜ້າໂລກນີ້ ເມື່ອປະມານ 540 ລ້ານປີ ຜ່ານມານັ້ນໂລກໄດ້ພົບກັບການສູນເສຍພັນຄັ້ງໃຫຍ່ຂອງສິ່ງທີ່ມີຊີວິດ ມາໄດ້ 5 ຄັ້ງແລ້ວ ເຊິ່ງເຫດການແບບນີ້ມັກຈະເກີດໃນທຸກໆປະມານ 100 ລ້ານປີ ເນື່ອງມາຈາກການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະ ຊາດທີ່ຮຸນແຮງ.

ນັກວິທະຍາສາດຈາກສູນເພື່ອຄວາມເປັນເລີດທາງດ້ານຄວາມຫຼາກ ຫຼາຍຂອງຊີວະພາບ ແລະ ມໍລະດົກຂອງອົດສະຕຣາລີ (CABAH) ໄດ້ອະທິບາຍເຖິງກົດເກນພື້ນຖານວ່າເປັນຫຍັງ ໂລກຈຶ່ງກ້າວເຂົ້າສູ່ການ ສູນພັນຄັ້ງໃຫຍ່ ໂດຍຊີ້ໃຫ້ເຫັນວ່າ ສິ່ງທີ່ມີຊີວິດເທິງໜ້າໂລກ ປະມານ 3 ໃນ 4 ຈະຕ້ອງສູນພັນໄປ ເຊິ່ງເຫດການເຊັ່ນນີ້ຈະເກີດຂຶ້ນໃນໄລຍະເວລາບໍ່ເກີນ 2,8 ລ້ານປີ.

ນັກວິທະຍາສາດ ຈາກສູນດັ່ງກ່າວ ຍັງກ່າວຕື່ມວ່າ: ອັດຕາປົກກະຕິ ຂອງການສູນພັນຂອງສິ່ງທີ່ມີຊີວິດຕາມວົງຈອນທຳມະຊາດຈະມີ 1-2 ສາຍພັນຕໍ່ໄລຍະເວລາ 1 ລ້ານປີ ແຕ່ມາຮອດປັດຈຸບັນຍ້ອນກິດຈະກຳ ທຳລາຍທຳມະຊາດຂອງມວນມະນຸດເຮັດໃຫ້ອັດຕາເລັ່ງຂອງການສູນພັນ ເພີ່ມເປັນ 100 ເຖິງ 10.000 ເທົ່າ ເຊິ່ງຕົວເລກນີ້ໄດ້ຊີ້ໃຫ້ເຫັນວ່າ ໂລກກຳລັງກ້າວສູ່ ການສູນເສຍສິ່ງທີ່ມີຊີວິດດຄັ້ງໃຫຍ່.

ຍ້ອນແນວນັ້ນ, ຫຼາຍຝ່າຍໃນໂລກຕ່າງກໍວິຕົກກັງວົນເລື່ອງສິ່ງແວດ ລ້ອມຫຼາຍຂຶ້ນໂດຍບັນດາອົງການອະນຸລັກ, ອົງການພັດທະນາສາກົນ, ນັກເຄື່ອນໄຫວຕ່າງກໍພັກດັນໃຫ້ລັດຖະບານຂອງບັນດາປະເທດຕ່າງໆ ທົ່ວໂລກພາກັນເອົາຫົວໃສ່ໃຈຊາເລື່ອງສິ່ງແວດລ້ອມໃຫ້ໄວແດ່, ບໍ່ວ່າການຫັນມານຳໃຊ້ພາຫະນະທີ່ໃຊ້ພະລັງງານໄຟຟ້າແທນການໃຊ້ນຳ ມັນເຊື້ອໄຟ, ການຢຸດຢັ້ງການນຳໃຊ້ປຣາສຕິກ, ການຄວບຄຸມການປ່ອຍ ອາຍກາກໂບນິກຂຶ້ນສູ່ທ້ອງຟ້າທີ່ຈະພາໃຫ້ໂລກຮ້ອນຂຶ້ນ, ການປ່ຽນແປງ ດິນອາກາດ ຮຸນແຮງຂຶ້ນ ເຊິ່ງນຳມາເຊິ່ງ ຄວາມສ່ຽງ ການດັບສູນດັ່ງກ່າວ.

ແຕ່ລັດຖະບານຫຼາຍປະເທດກໍຍັງເວົ້າແຕ່ປາກ ເພາະຍັງເຫັນແກ່ຜົນປະໂຫຍດໂດຍສະເພາະເອົາເສດຖະກິດມາກ່ອນ ຈົນເຮັດໃຫ້ປະຊາຊົນບາງປະເທດໃຈຮ້າຍໃຫ້ຜູ້ນຳຂອງຕົນວ່າ “ຊິກິນເງິນແທນອາຫານໄດ້ບໍ່?”

error: Alert: Content is protected !!