ການສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງນີ້ ປະຕິບັດໄດ້ແລ້ວ 5 ແຂວງ ພາຍຫຼັງໄດ້ຮັບຜົນກະທົບຈາກໄພທໍາມະຊາດ
Khanກະສິກຳ
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການສະໜອງນໍ້າຊົນລະປະທານໃຫ້ແກ່ການຜະລິດລະດູແລ້ງ ປີ 2019-2020 ໃນທົ່ວປະເທດມີເນື້ອທີ່ທັງໝົດ 165.000 ເຮັກຕາ, ໃນນັ້ນ, ເນື້ອທີ່ປູກເຂົ້ານາແຊງມີ 1 ແສນເຮັກຕາ, ພືດ 65 ພັນເຮັກຕາ. ປັດຈຸບັນ ປະຕິບັດໄດ້ແລ້ວ 5 ແຂວງ ຄື: ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ບໍລິຄໍາໄຊ ແລະ ແຂວງສະຫວັນນະເຂດ. ພ້ອມທັງໄດ້ລົງເກັບກໍາຂໍ້ມູນບັນດາໂຄງການຊົນລະປະທານທີ່ນໍາໃຊ້ຜ່ານມາຢູ່ 5 ແຂວງພາກໃຕ້ ເພື່ອກະກຽມຂຽນບົດສະເໜີໂຄງການພັດທະນາພື້ນຖານໂຄງລ່າງກະສິກໍາຮອບດ້ານ ແລະ ຊົນນະບົດແບບຍືນຍົງ. ນອກນີ້, ຍັງໄດ້ລົງຊຸກຍູ້ຕິດຕາມການກໍ່ສ້າງໂຄງການຊົນລະປະທານ ຫ້ວຍວັງເຫ ເມືອງໂພນທອງ ແຂວງຈໍາປາສັກ. ຊຶ່ງມາຮອດປັດຈຸບັນ ຄືບໜ້າແລ້ວ 72,94% ແລະ ການກໍ່ສ້າງໂຄງການຊົນລະປະທານ ນໍ້າຊານ-ນໍ້າກອນ ເມືອງລ້ອງຊານ ແຂວງໄຊສົມບູນ ປະຕິບັດໄດ້ແລ້ວ 21,91%.
ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ອີກວ່າ: ໃນປີ 2019-2020 ນີ້, ລາວມີໂກຕ້າສົ່ງອອກເຂົ້າສານໄປ ສປ ຈີນ ຈໍານວນ 50 ພັນໂຕນ ແລະ ປັດຈຸບັນ ໄດ້ຈັດສົ່ງອອກແລ້ວ 1.350 ໂຕນ ເທົ່າກັບ 2,5% ຂອງແຜນການ ແລະ ສືບຕໍ່ສົ່ງອອກຢ່າງຕໍ່ເນື່ອງ. ນອກນີ້, ການສົ່ງອອກພືດ ແລະ ຜະລິດຕະພັນພືດບັນລຸໄດ້ 185.178 ໂຕນ ຕົກເປັນມູນຄ່າຫຼາຍກວ່າ 62 ລ້ານໂລດາສະຫະລັດ, ໃນນັ້ນ ຫຼາຍກວ່າໝູ່ແມ່ນ ກາເຟ, ໝາກກ້ວຍ ແລະ ມັນຕົ້ນ.