ວັດໂພໄຊຊະນະຣາມທີ່ຫົວພັນ

ວັດໂພໄຊຊະນະຣາມຕັ້ງຢູ່ເທສະບານ,ເມືອງຊຳເໜືອ ແຂວງຫົວພັນວັດນີ້ເຄີຍເປັນບ່ອນປະດິດສະຖານພະອົງຕື້ອັນເປັນມິ່ງ ຂວັນຂອງແຂວງຫົວພັນ. ເຊິ່ງມີປະຫວັດຂຽນໄວ້ວ່າ: ໃນປີ ຄສ 1553 ສະໄໝເຈົ້າໄຊ ຍະເຊດຖາທິຣາຊ ຂຶ້ນຄອງຣາຊໄດ້ນຳພາປະຊາ ຊົນສ້າງເຈດີ ແລະ ພະພຸດທະຮູບໃຫຍ່ຂຶ້ນຢູ່ທີ່ນະຄອນຫລວງຂອງອານາຈັກລ້ານຊ້າງ(ນະຄອນຫລວງວຽງຈັນໃນປັດຈຸບັນ) ເພື່ອເປັນສັນຍາລັກແຫ່ງໄຊຊະນະໃນການຕໍ່ສູ້ຕ້ານກັບສັກດີນານະມ້າ ແລະ ເພື່ອເປັນບ່ອນສັກກາລະບູຊາຂອງປວງຊົນລາວ. ພະພຸດທະຮູບນີ້ມີຄວາມສວຍງາມ ແລະ ໜ້າເກງຂາມຫລາຍຖືກຫລໍ່ຂຶ້ນດ້ວຍທອງແດງ ແລະ ທອງ ເຫລືອງ ເຊິ່ງມີນ້ຳໜັກ 1 ຕື້ ດັ່ງເຫັນປະຈັກຕາຢູ່ທີ່ວັດອົງຕື້ນະຄອນຫລວງວຽງຈັນໃນທຸກວັນນີ້.

+ ປີໃໝ່ເຊີນໄປທ່ຽວເມືອງມໍລະດົກໂລກຫລວງພະບາງ
ຫລັງຈາກນັ້ນ, ເຈົ້າໄຊຍະ ເຊດຖາທິຣາຊ ກໍໄດ້ປະກາດໃຫ້ ປະຊາຊົນພ້ອມກັນສ້າງເຈດີ ແລະ ພຣະພຸດທະຮູບໃຫຍ່ ຂຶ້ນຢູ່ໃນ ເມືອງຂອງໃຜລາວເພື່ອເປັນ ສັນຍາລັກ ແລະ ລະນຶກເຖິງເຫດການ ດັ່ງກ່າວນັ້ນເຊັ່ນກັນ. ເຖິງວ່າທອງ ແລະ ວັດຖຸອຸປະກອນ ທີ່ຫາມາໄດ້ນັ້ນຈະມີນ້ຳໜັກບໍ່ ຮອດຕື້ ແລະ ເມື່ອຫລໍ່ແລ້ວຈະເປັນພະພຸດທະຮູບໃຫຍ່ ຫລື ນ້ອຍກໍ່ຕາມກໍ່ໃຫ້ໃສ່ຊື່ວ່າ “ພະອົງ ຕື້” ພາຍຫລັງທີ່ພະຍາ ສີສຸລິນ ທຳມະລາດເຈົ້າເມືອງເມືອງໂສຍ (ເມືອງເກົ່າແຫ່ງໜຶ່ງຂອງ ແຂວງຫົວພັນໃນເມື່ອກ່ອນ) ໄດ້ຮັບຄຳສັ່ງ ດັ່ງກ່າວແລ້ວກໍ່ສັ່ງ ໃຫ້ບັນດາບຸກຄົນທີ່ສຳຄັນແຕ່ງຕັ້ງຄະນະຮັບຜິດຊອບເພື່ອສ້າງພະພຸດທະຮູບໃຫຍ່ 1 ອົງຂຶ້ນ ໃນປີ ຄສ 1565 ເຊິ່ງມີນ້ຳໜັກ 3.850 ກິໂລຫລໍ່ດ້ວຍທອງເຫລືອງ ໂດຍມີຊື່ວ່າ “ພະອົງຕື້ ” ແລະ ໄດ້ປະດິດ ສະຖານຢູ່ທີ່ວັດເກົ່າແຫ່ງໜຶ່ງ ຂອງເມືອງ ໂສຍ. ວັດທີ 10 ເມສາ 1984, ອຳ ນາດການປົກຄອງແຂວງຫົວພັນໄດ້ອັນເຊີນພະອົງຕື້ມາປະດິດສະຖານຢູ່ທີ່ວັດ ໂພໄຊຊະນະ ຣາມ ທີ່ເມືອງຊຳເໜືອແຫ່ງນີ້ ແລະ ມາຮອດວັນທີ 24 ພຶດສະພາ 2013 ກໍ່ໄດ້ອັນເຊີນພະ ອົງຕື້ໄປປະດິດສະຖານ ຢູ່ທີ່ວັດ ສີບຸນເຮືອງ ທີ່ສ້າງຂຶ້ນໃໝ່. ໃນປັດຈຸບັນ, ເຖິງວ່າຈະບໍ່ມີພະພຸດທະຮູບອົງຕື້ຢູ່ທີ່ວັດໂພໄຊຊະນະຣາມແລ້ວ ກໍ່ຕາມວັດ ດັງກ່າວຍັງຄົງເປັນທີ່ເຄົາ ລົບ ແລະສັດທາຂອງປະຊາຊົນແຂວງຫົວພັນແລະ ປະຊາຊົນທີ່ມາຈາກ ທ້ອງຖິ່ນອື່ນໆສະເໝີມາ.
ວັດສີບຸນເຮືອງໄຊຍະຣາມຕັ້ງຢູ່ເທສະບານເມືອງຊຳເໜືອຫ່າງຈາກຖະໜົນຜາຖີປະມານ 1 ກິໂລແມັດ ເຊິ່ງໄດ້ສ້າງຂຶ້ນໃນທີ 12 ມີນາ 2009 ແລະ ສຳເລັດໃນວັນທີ 25 ພຶດສະພາ 2013. ວັດແຫ່ງນີ້ເປັນບ່ອນປະດິດສະຖານຂອງພະພຸດທະຮູບອົງ ຕື້ທີ່ຖືກຍົກ ຍ້າຍມາຈາກ ວັດໂພໄຊຊະນະຣາມເຊິ່ງເປັນ ທີ່ເຄົາລົບ ແລະ ສັດທາຂອງປະຊາຊົນໃນແຂວງຫົວພັນກໍຄື ປະຊາຊົນລາວທີ່ມາຈາກ ທ້ອງຖິ່ນອື່ນ. ເນື່ອງຈາກວ່າວັດສີ ບຸນເຮືອງໄຊຍະຣາມຕັ້ງສະຫງ່າໂດດເດັ່ນຢູ່ຈອມພູ ແລະ ອ້ອມຮອບໄປດ້ວຍທຳມະຊາດອັນ ງົດງາມຫລາຍຈິ່ງເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນຈຸດຊົມວິວຂອງເມືອງຊຳເໜືອ ເຊິ່ງທ່ານສາມາດເບິ່ງເຫັນທັດສະນີຍະພາບ ຂອງທຸກໆມູນໃນຕົວເມືອງ.