ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ ເພື່ອປູທາງສູ່ການລ້າງຕາກັບ ຟລອຍ

ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ -                    - ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ
ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ - kitchen vibe - ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ

ຈາກກ່ອນໜ້ານີ້ ຄໍເນີ ແມັກເກຣເກີ ຊຸບເປີ້ສະຕາ ນັກກິລາຕໍ່ສູ້ແບບປະສົມປະສານໃນວົງການ UFC ຊາວໄອຣ໌ແລນ ປະກາດຂໍທ້າຊົກກັບ ແມນນີ ປາກຽວ ນັກມວຍຂວັນໃຈຊາວຟິລິບປິນ ຂື້ນຊົກໃນກະຕິກາມວຍສາກົນ ໃນວາລະເປີດສະໜາມກິລາແຫ່ງໃໝ່ສາມາດບັນຈຸໄດ້ 60.000 ທີ່ນັ່ງ ທີ່ ລາສ ເວກັສ ສະຫະລັດອາເມຣິກາ.

ລາສ ເວກັສ ກໍາລັງຈະມີສະໜາມກິລາແຫ່ງໃໝ່ຊື່ວ່າ ອັລລີຈຽນ ສະເຕດ້ຽມ ເຊິ່ງຈະເປັນສະໜາມຂອງ ໂອກແລນ ເຣດເດີ ທີມໃນວົງການກິລາອາເມຣິກາຟຸດບອລ ມີແຜນເລີ່ມໃຊ້ງານໃນເດືອນກໍລະກົດນີ້ ເຊິ່ງ ແມັກເກຣເກີ ຫວັງວ່າຈະຂຶ້ນຊົກກັບ ປາກຽວ ເປັນໄຟທ໌ເປີດສະໜາມ.

ຫຼ້າສຸດ ກິບບອນສ໌ ທີມງານຝ່າຍປະຊາສໍາພັນ ໃນໄຟທ໌ຂອງ ປາກຽວ ທີ່ຈະກັບມາຊົກໃນເດືອນເມສາ ເປີດເຜີຍວ່າ: “ ປາກຽວ ມີຄູ່ຕໍ່ສູ້ທີ່ຢູ່ໃນຕົວເລືອກທັງ ແດນນີ ກາເຊຍ, ເອີໂຣລ ສະເປນຊ໌, ຊອນ ພໍເຕີ  ແຕ່ ຄໍເນີ ແມັກເກຣເກີ ກໍໄດ້ຮັບການເວົ້າເຖິງຈາກ ປາກຽວ 2-3 ຄັ້ງ ”.

ຟລອຍ ເມເວດເທີ ຈູເນຍ ທີ່ປະກາດວ່າຈະກັບມາຊົກໃນປີ 2020 ແນ່ນອນ, ໄຟທ໌ຕໍ່ໄປຂອງ ປາກຽວ ຕ້ອງສ້າງຟອມການຊົກທີ່ດີທີ່ສຸດໃນການຂື້ນຊົກກັບ ແມັກເກເກີ ເພື່ອເປັນການປູທາງສູ່ການລ້າງຕາກັບ ຟລອຍ.

ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ - 4 - ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ
ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ - 5 - ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ
ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ - 3 - ປາກຽວ ຮັບຄຳທ້າດວນກັບ ແມັກເກເກີ  ເພື່ອປູທາງສູ່ການລ້າງຕາກັບ ຟລອຍ