ບອດບໍລິຫານຜີສາດແດງ ຍັງຄົງສະໜັບສະໜູນ ໂຊຊາ ຄຸມທີມຕໍ່ ເຖີງວ່າຈະພາດໂຄຕ້າ UCL
January 22, 2020 - 4:09 PM
ໂອເລ່ກຸນນາ ໂຊຊາ ຜູ້ຈັດການທີມແມນເຊັດເຕີ້ຢູໄນເຕັດ ຍັງຄົງມີອານາຄົດທີ່ໝັ້ນຄົງໃນຖິ່ນໂອແທ໋ບຟອດ ເຖີງແມ່ນວ່າຈະນຳພາທີມເຮັດຜົນງານທີ່ໜ້າຜິດຫວັງ ແລະ ອາດຈະພາດໂຄຕ້າໄປແຂ່ງ UCL (ຢູຟ້າແຊ້ມປ້ຽນລີກ) ໃນລະດູການຕໍ່ໄປກໍ່ຕາມ
ຈາກກໍລະນີດັ່ງກ່າວ ມີຫາງສຽງຈາກແຟນບານທົ່ວໂລກຂອງແມນຢູຮຽກຮ້ອງໃຫ້ປົດ ໂຊຊາ ແລ້ວເອົາ ເມົາຣິິຊິໂອ້ ໂປເຊັດຕິໂນ້ ອະດີດຜູ້ຈັດການທີມຂອງ ທ໋ອດແນມ ຮອດສະເປີ ເຂົ້າມາຄຸມທີມແທນ ແລະ ພ້ອມໃຫ້ໂອກາດຜູ້ຈັດການທີມຊາວນໍເວ ໃນການສ້າງທີມອີກ 2 ລະດູການ, ແຕ່ເຖີງຢ່າງໃດກໍ່ຕາມ ບອດບໍລິຫານແມນຢູ ຍັງເຊື່ອໝັ້ນ ໂຊຊາ ໃຫ້ຄຸມທີມຕໍ່ໄປ
ໃນຂະນະດຽວກັນມີການລາຍງານວ່າ: ແມນຢູ ກຽມຢື່ນຊື້ນັກເຕະເຂົ້າມາເສີມທີມຫຼາຍຄົນເຊັ່ນ: ມຸດຊ່າ ເດັມເບເລ້ ກອງໜ້າຈາກສະໂມສອນໂອລິມປີກລີຢົງ,ບຣູໂນ້ ແຟນານເດັດ ກອງກາງຄົນເກ່ງ ຂອງສະໂມສອນ ສະປອດຕີ້ງ ລິດສະບອນ ເພື່ອຫວັງຈະດືງຕົວມາເລ່ນໃຫ້ສະໂມສອນ ແລະ ພັດທະນາເຮັດຜົນງານໃຫ້ດີທີ່ສຸດ