ສສ ອີຣານ ສະເໜີໃຫ້ເງິນ 3 ລ້ານໂດລາແກ່ຜູ້ທີ່ສາມາດສັງຫານຜູ້ນຳອາເມລິກາໄດ້
ສະມາຊິກສະພາຜູ້ແທນລາຊະດອນອີຣານທ່ານໜຶ່ງສະເໜີໃຫ້ເງິນລາງວັນ 3 ລ້ານໂດລາ ແກ່ໃຜກໍຕາມທີ່ສາມາດສັງຫານປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາໄດ້, ພ້ອມກ່າວວ່າ: ອີຣານຈະບໍ່ຕ້ອງຜະເຊີນກັບການຂົ່ມຂູ່ອີກ ຖ້າມີອາວຸດນິວເຄຼຍໄວ້ໃນຄອບຄອງ.
ສຳນັກຂ່າວອິສນາ ຂອງອີຣານ ລາຍງານວ່າ: ທ່ານ ອາເໝັດ ຮຳເຊ ສະມາຊິກສະພາຜູ້ແທນລາຊະດອນອີຣານ ກ່າວຕໍ່ສະມາຊິກລັດຖະສະພາ 290 ທ່ານໃນກອງປະຊຸມລັດຖະສະພາວ່າ: ໃນນາມຂອງປະຊາຊົນອີຣານ ທ່ານຈະໃຫ້ລາງວັນເປັນເງິນ 3 ລ້ານໂດລາ ແກ່ບຸກຄົນໃດກໍຕາມທີ່ສາມາດສັງຫານທ່ານ ທຣຳ ໄດ້. ທ່ານ ອາເໝັດ ຮຳເຊ ຍັງກ່າວອີກວ່າ: ຖ້າວັນນີ້ ອີຣານມີອາວຸດນິວເຄຼຍໄວ້ໃນຄອບຄອງ ຈະສາມາດປົກປ້ອງອີຣານຈາກການຂົ່ມຂູ່ໄດ້, ອີຣານຄວນຈະພັດທະນາ ແລະ ຜະລິດລູກສອນໄຟໄລຍະໄກທີ່ສາມາດບັນທຸກຫົວຮົບນອກແບບໄດ້.










