ເມືອງອູ່ຮັນປະກາດຕົນເອງເປັນຈຸດສ່ຽງພະຍາດຮຽກຮ້ອງປະຊາຊົນອອກຫ່າງ
ເທສະບານເມືອງອູ່ຮັນຂອງຈີນ “ຂໍການຮ່ວມມື” ປະຊາຊົນງົດເດີນທາງອອກຈາກເມືອງ ແລະ ນັກທ່ອງທ່ຽວຈາກພາຍນອກຍັງບໍ່ຄວນເຂົ້າສູ່ພື້ນທີ່ໃນໄລຍະນີ້ ເພື່ອຫວັງຊ່ວຍຫລຸດຄວາມຮຸນແຮງໃນການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ຂ້າຊີວິດປະຊາຊົນແລ້ວ 9 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຈ້າວ ຊຽນຫວັງ ເຈົ້າເມືອງອູ່ຮັນ ມົນທົນຫູເປ່ຍ ໃນພາກກາງຂອງຈີນ ຖະແຫລງໃນວັນທີ 22 ມັງກອນວ່າ: ສະພາເມືອງອູ່ຮັນມີມະຕິຍົກເລີກຈັດງານສະເຫລີມສະຫລອງເທສະການຕຸດຈີນປະຈຳປີນີ້ ແລະ ຂໍການຮ່ວມມືຈາກຊາວເມືອງອູ່ຮັນ ເຊິ່ງປັດຈຸບັນມີປະມານ 11 ລ້ານຄົນ ຫລີກເວັ້ນການເດີນທາງອອກນອກພື້ນທີ່ ເຊັ່ນດຽວກັບປະຊາຊົນຈາກເມືອງອື່ນ ແລະ ນັກທ່ອງທ່ຽວຈາກຕ່າງປະເທດຍັງບໍ່ຄວນເດີນທາງເຂົ້າມາເມືອງອູ່ຮັນໃນໄລຍະນີ້ ເພື່ອຫວັງບັນເທົາຄວາມຮຸນແຮງໃນການແຜ່ກະຈາຍເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງພົບວ່າມີຕົ້ນກຳເນີດຢູ່ເມືອງອູ່ຮັນ ໃນເດືອນທັນວາປີຜ່ານມາ.
ຂະນະທີ່ຫລາຍປະເທດກຳລັງຕື່ນຕົວປ້ອງກັນການແຜ່ລະບາດຢ່າງເຕັມທີ່ ໂດຍຢູ່ອາເມລິກາ ເຊິ່ງພົບຜູ້ຕິດເຊື້ອຄົນທຳອິດຫລັງເດີນທາງກັບມາຈາກເມືອງອູ່ຮັນ, ຫລ້າສຸດສູນປ້ອງກັນ ແລະ ຄວບຄຸມພະຍາດປະກາດຈະກວດຄັດກອງຜູ້ໂດຍສານຈາກເມືອງອູ່ຮັນເພີ່ມອີກ 2 ສະໜາມບິນ ໄດ້ແກ່ສະໜາມບິນໂອແຮໃນນະຄອນຊິກາໂກ ແລະ ສະໜາມບິນແອດແລນຕາ ຫລັງຈາກກ່ອນໜ້ານີ້ມີການກວດຄັດກອງຢູ່ສະໜາມບິນ 3 ແຫ່ງ ໄດ້ແກ່ສະໜາມບິນລອດແອນເຈລິສ, ສະໜາມບິນຊານຟຣານຊິສໂກ ແລະ ສະໜາມບິນເຈເອຟເຄໃນນິວຢ໋ອກ ແລະ ຈາກນີ້ໄປຊາວຈີນທັງໝົດທີ່ເດີນທາງມາອາເມລິກາຈະຕ້ອງມາລົງຢູ່ສະໜາມບິນພາຍໃນ 5 ແຫ່ງນີ້ເທົ່ານັ້ນ.
ສ່ວນຢູ່ໄຕ້ຫວັນ ເຊິ່ງພົບຜູ້ຕິດເຊື້ອແລ້ວ 1 ຄົນ ທາງການແນະນຳໃຫ້ປະຊາຊົນງົດເດີນທາງໄປເມືອງອູ່ຮັນ, ຂະນະທີ່ສາຍການບິນຄາເທປາຊີຟິກຂອງຮົງກົງອະນຸຍາດໃຫ້ພະນັກງານໃນຖ້ຽວບິນໄປຈີນໃສ່ຜ້າອັດປາກອະນາໄມໄດ້ຕາມທີ່ຮ້ອງຂໍ.
ສ່ວນຈຳນວນຜູ້ຕິດເຊື້ອຢູ່ຕ່າງປະເທດທີ່ໄດ້ຮັບການຢືນຢັນແລ້ວຈາກອົງການອະນາໄມໂລກ (WHO) ຄືໄທ, ຍີ່ປຸ່ນ, ສ.ເກົາຫລີ ແລະ ອາເມລິກາ.










