ຕໍາຫລວດຕັ້ງປະເດັນເຫດຍິງກັນຕາຍ 2 ລາຍຢູ່ເສັ້ນທາງ 450 ປີອາດຂັດແຍ່ງໃນສິ່ງຜິດກົດໝາຍ
ນັບວ່າເປັນຄະດີສະເທືອນໃຈສັງຄົມແຕ່ຕົ້ນປີ, ສໍາລັບກໍລະນີເຫດການຄົນຮ້າຍບໍ່ຮູ້ຈຳນວນໃຊ້ອາວຸດປືນຍິງກະໜໍ່າໃສ່ຊາຍ 2 ຄົນໃນລົດເກງຍີຫໍ້ຮຸນໄດ ສີປອນເງິນ ໝາຍເລກທະບຽນ ກດ 7437 ກຳແພງນະຄອນ ຢູ່ເສັ້ນທາງ 450 ປີເຂດປ່າບ້ານນາຄວາຍໃຕ້, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນເວລາປະມານ 2:00 ໂມງຂອງວັນທີ 22 ມັງກອນຜ່ານມານີ້.
ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ຜ່ານການ, ລົງກວດກາສະຖານທີ່ເກີດເຫດ, ພົບເຫັນລົດມີຮ່ອງຮອຍຖືກຍິງບໍລິເວນດ້ານໜ້າ ແລະ ດ້ານຂ້າງຈຳນວນ 13 ຈຸດ ແລະ ມີຜູ້ເສຍຊີວິດຄາທີ່ພາຍໃນຄື: ທ້າວ ສອນສຸລິຍາ (ຫອຍ) 32 ປີຢູ່ບ້ານໂພນເຄັງ, ເມືອງໄຊເສດຖາ (ເປັນຜູ້ຂັບລົດ) ແລະ ທ້າວ ພິດສະນິກອນ ອາຍຸ 25 ປີຢູ່ບ້ານໜອງໜ່ຽງ, ເມືອງໄຊເສດຖາ ເສຍຊີວິດຄາປະຕູລົດເບື້ອງຂວາຫົວຕົກລົງພື້ນດິນ ແລະ ຂາຍັງຄ້າງຢູ່ເບາະນັ່ງ ຖືກຍິງເຂົ້າຕາມລໍາຕົວປະມານ 6-7 ລູກ ແລະ ຢູ່ບໍລິເວນໃກ້ຄຽງພົບເຫັນກະສອບລູກປືນສັ້ນ 9ມມ ຈຳນວນ 12 ກະສອບ ແລະ ພາຍໃນລົດມີກາເຟປະມານ 20 ຫໍ່. ຕາມການສອບຖາມແຟນຂອງທ້າວ ສອນສຸລິຍາ ທີ່ເສຍຊີວິດ ໃຫ້ການວ່າ: ຜູ້ຕາຍຖືກຄາດຕະກຳປະມານ 19:00 ໂມງຂອງວັນທີ 21 ມັງກອນຜ່ານມາ. ເນື່ອງຈາກໃນເວລາປະມານ 18:00 ໂມງຍັງສາມາດຕິດຕໍ່ຫາແຟນຂອງຕົນໄດ້ຢູ່. ແຕ່ຫລັງຈາກນັ້ນກໍຂາດການຕິດຕໍ່ທາງໂທລະສັບບໍ່ໄດ້ ຈຶ່ງຂີ່ລົດເລາະຊອກຫາຈຶ່ງມາພົບເຫັນທີ່ຈຸດເກີດເຫດ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ສາເຫດຂອງການຄາດຕະກຳຄັ້ງນີ້, ໄດ້ຕັ້ງປະເດັນອາດ ເກີດຈາກການຂັດແຍ່ງຜົນປະໂຫຍດໃນການຄ້າຂາຍສິ່ງຜິດກົດໝາຍ, ເຊິ່ງເຈົ້າໜ້າທີ່ ຈະເລັ່ງສືບສວນເພື່ອຕິດຕາມຈັບຕົວຜູ້ກໍ່ເຫດມາດຳເນີນຄະດີຕາມລະບຽບກົດໝາຍ.










