ລາວຍົກລະດັບການເຝົ້າລະວັງພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່
ໃນວັນທີ 23 ມັງກອນ ນີ້, ທ່ານ ຣັດຕະນະໄຊ ເພັງສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງ ສາທາລະນະສຸກ ໄດ້ຖະແຫລງຕໍ່ສື່ມວນຊົນກ່ຽວກັບການເພີ່ມທະວີປ້ອງກັນພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ທີ່ເກີດຂຶ້ນຢູ່ເມືອງ ອູຮັ້ນ ແຂວງ ຫູເປີ່ຍ ສປ ຈີນ ວ່າ: ປັດຈຸບັນ ປະເທດລາວ ຍັງບໍ່ທັນພົບການຕິດເຊື້ອຂອງພະຍາດດັ່ງກ່າວ, ແຕ່ທາງກະຊວງສາທາລະນະສຸກພວກເຮົາ, ກໍໄດ້ເອົາໃຈໃສ່ຕິດຕາມເຝົ້າລະວັງຢ່າງໃກ້ຊິດ, ໂດຍການກຳນົດຈຸດປະສານງານໃນການຈັດຕັ້ງປະຕິບັດມາດຕະການໃນການກະກຽມຄວາມພ້ອມ, ຮັບມືກັບໂລກຮ້າຍດັ່ງກ່າວ, ໂດຍບັນດາດ່ານສາກົນໄດ້ມີການໃຫ້ຂໍ້ມູນຂ່າວສານແກ່ຜູ້ໂດຍສານຂາເຂົ້າ ແລະ ມີການກຽມຄວາມພ້ອມໃນການຄັດກອງຜູ້ໂດຍສານທີ່ເດີນທາງມາຈາກປະເທດທີ່ມີລາຍງານການລະບາດ, ບັນດາໂຮງໝໍ ໄດ້ມີການກະກຽມຫ້ອງແຍກດ່ຽວ, ອຸປະກອນປ້ອງກັນຕົນເອງ ແລະ ລົດຮັບ-ສົ່ງຄົນເຈັບ, ມີການຝຶກອົບຮົມໃຫ້ແກ່ພະນັກງານແພດໝໍ ດ້ານວຽກງານການປິ່ນປົວ ແລະ ຄວບຄຸມການຕິດເຊື້ອ.
ທ່ານຫົວໜ້າກົມໃຫ້ຮູ້ອີກວ່າ: ປັດຈຸບັນ ນີ້, ເຖິງວ່າປະເທດເຮົາ ຍັງບໍ່ທັນພົບເຫັນການຕິດເຊື້ອຂອງພະຍາດດັ່ງກ່າວ, ແຕ່ກໍມີຄວາມເປັນໄປໄດ້ວ່າ: ສປປ ລາວ ອາດມີຄວາມສ່ຽງທີ່ຈະຕິດເຊື້ອໄວຣັດ ນີ້, ເນື່ອງຈາກມີຊາຍແດນຕິດກັບບັນດາປະເທດໃກ້ຄຽງທີ່ຕິດພະຍາດດັ່ງກ່າວມາແລ້ວ, ຊຶ່ງພະຍາດນີ້ສາມາດຕິດຕໍ່ໂດຍກົງຈາກຄົນຫາຄົນໄດ້, ຈາກການສຳພັດ, ໄອ, ຈາມ, ຈາກຄົນ ແລະ ສັດທີ່ຕິດເຊື້ອ ແລະ ຖ້າຄົນເຈັບບໍ່ໄປພົບແພດແຕ່ຫົວທີ ອາການຈະຮຸນແຮງຂຶ້ນ ແລະ ເຮັດໃຫ້ຄົນເຈັບເສຍຊີວິດໄດ້.
ກະຊວງ ສາທາລະນະສຸກ ໃຫ້ຮູ້ວ່າ: ມາຮອດປັດຈຸບັນນີ້, ມີການຢັ້ງຢືນວ່າມີຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ 500 ກ່ວາກໍລະນີ, ເສຍຊີວິດ 17 ຄົນ, ມີມີລາຍງານຍຈາກ 25 ເມືອງຂອງ ສປ ຈີນ ແລະ ພົບຄົນເຈັບຢູ່ບັນດາປະເທດອ້ອມຂ້າງ, ເຊິ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວທີ່ມາຈາກເມືອງ ອູຮັ້ນ ເຊັ່ນ: ໄທ, ສ. ເກົາຫລີ, ຍີ່ປຸ່ນ, ໄຕ້ຫວັນ ແລະ ສະຫະລັດອາເມລິກາ.
ສຳລັບວິທີປ້ອງກັນຄື: ຫລີກລ່ຽງການເດີນທາງໄປເຂດທີ່ມີການລະບາດ ຫລື ຊຸມຊົນແອອັດ, ຖ້າຈຳເປັນຈະໄປຕ້ອງໄດ້ປະຕິບັດດັ່ງລຸ່ມນີ້: ຫລີກລ່ຽງການສຳພັດໃກ້ຊິດກັບຄົນທີ່ມີອາການຄ້າຍຄືໄຂ້ຫວັດເຊັ່ນ: ໄຂ້, ໄອ, ຈາມ,ເຈັບຄໍ ແລະ ຫາຍໃຈຍາກ, ຖ້າມີອາການທີ່ກ່າວມາຂ້າງເທີງກະລຸນາໄປພົບແພດໝໍທີ່ຢູ່ໃກ້ທີ່ສຸດ ແລະ ຫລີກລ່ຽງການສຳພັດສັດເປັນ ຫລື ຕາຍ, ປະຕິບັດມາລະຍາດໃນການໄອຈາມດ້ວຍການອັດປາກ ແລະ ດັງ, ໃຊ້ຜ້າອັດປາກ, ລ້າງມືຂອງທ່ານທຸກຄັ້ງດ້ວຍສະບູ ຫລື ນໍ້າຢາຂ້າເຊື້ອ, ຫາກທ່ານ ມີອາການຄ້າຍຄືອາການທີ່ກ່າວມາ, ກະລຸນາໄປພົບແພດໝໍໃກ້ບ້ານທ່ານ ແລະ ແຈ້ງປະຫວັດການເດີນທາງຂອງທ່ານຖ້າໄປເຂດທີ່ມີການລະບາດພະຍາດດັ່ງກ່າວໃນໄລຍະ 14 ວັນກ່ອນມີອາການ ແລະ ຖ້າພົບເຫັນຜູ້ມີອາການຕິດເຊື້ອ, ໃຫ້ໂທແຈ້ງສາຍດ່ວນ 166 ໄດ້ຕະຫລອດ 24 ຊົ່ວໂມງ.