ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ

ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ - 12 3 - ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ
ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ - kitchen vibe - ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ

ຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນທົ່ວນະຄອນຫລວງວຽງຈັນ ໄດ້ຖືກຮັບເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນນະຄອນຫລວງທີ່ພວມດຳເນີນຢູ່ໃນປັດຈຸບັນນີ້, ເພື່ອເຮັດໃຫ້ການກຳນົດຫົວໜ່ວຍລາຄາທີ່ດິນສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ເພື່ອກຳນົດຫລັກການໃນການປະເມີນລາຄາທີ່ດິນ ແນໃສ່ຄຸ້ມຄອງ-ບໍລິຫານທີ່ດິນໃນແຕ່ລະເຂດ ແລະ ແຕ່ລະປະເພດທີ່ດິນ, ເພື່ອຮັບປະກັນໃຫ້ການປະຕິບັດພັນທະຂອງພົນລະເມືອງ, ໂດຍສະເພາະຜູ້ຖືສິດນຳໃຊ້ທີ່ດິນໃຫ້ຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ, ເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມຈົດທະບຽນທີ່ດິນ ແລະ ອາກອນລາຍໄດ້ຈາກທີ່ດິນ.

    ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ກ່ອນໜ້ານີ້ 10 ປີຜ່ານມາ, ພວກເຮົາປະຕິບັດນິຕິກຳປະເມີນທີ່ດິນເລກທີ 352/ນຄ, ຊຶ່ງເມື່ອທຽບໃສ່ການພັດທະນາເສດຖະກິດໃນປັດຈຸບັນເຫັນວ່າມີການເຕີບໃຫຍ່ ແລະ ການລົງທຶນໃສ່ອະສັງຫາລິມະຊັບກໍມີສູງ, ເຮັດໃຫ້ທີ່ດິນໃນນະຄອນຫລວງວຽງຈັນມີລາຄາສູງຂຶ້ນ ແລະ ສ້າງລາຍຮັບໃຫ້ພາກລັດ, ແນວໃດກໍດີ, ຜ່ານມາຢູ່ນະຄອນຫລວງວຽງຈັນ ກໍມີຂໍ້ຂັດແຍ່ງທາງດ້ານທີ່ດິນເກີດຂຶ້ນຫລາຍຄື: ຂໍ້ຂັດແຍ່ງທາງບຸກຄົນຕໍ່ບຸກຄົນ, ມູນມໍລະດົກ, ຂໍ້ຂັດແຍ່ງທາງດ້ານການປະຕິບັດໂຄງການຕ່າງໆທີ່ພາກລັດລົງທຶນ ແລະ ນຳໃຊ້ທີ່ດິນຈຳນວນຫລວງຫລາຍ ເຮັດໃຫ້ເປັນຂໍ້ຂັດແຍ່ງທີ່ສົ່ງຜົນກະທົບຕໍ່ຜູ້ລົງທຶນ ແລະຜູ້ເປັນເຈົ້າຂອງດິນ ຍ້ອນການຊົດເຊີຍບໍ່ຕອບສະໜອງໄດ້ຄວາມຕ້ອງການເຊັ່ນ: ການໄລ່ລຽງລາຄາຕ່ຳ, ປະຊາຊົນບໍ່ພໍໃຈ ແລະ ການໃຫ້ສິດນໍາໃຊ້ທີ່ດິນຂອງລັດແກ່ປະຊາຊົນ. ຕໍ່ກັບບັນຫາດັ່ງກ່າວພາກສ່ວນທີ່ດິນກໍໄດ້ພະຍາຍາມແກ້ໄຂ, ໂດຍການຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນ ທົ່ວນະຄອນຫລວງວຽງຈັນ, ຊຶ່ງຈະເປັນຜົນດີໃຫ້ສັງຄົມ, ພາຍຫລັງສະພາປະຊາຊົນນະຄອນຫລວງວຽງຈັນໄດ້ຮັບຮອງນີ້ ພວກເຮົາກໍຈະໄດ້ນຳເຜີຍແຜ່ໃຫ້ສັງຄົມເຂົ້າໃຈແລະເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໄປ.

ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ - Visit Laos Visit SALANA BOUTIQUE HOTEL - ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ
ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ - 4 - ສະພາປະຊາຊົນນະຄອນຫລວງວຽງຈັນຮັບຮອງເອົາຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!