ຜົນການສຶກສາຊີ້ ເຈຍ ແລະ ງູ ອາດກ່ຽວຂ້ອງກັບໄວຣັສຢູ່ຈີນ
ຜົນການສຶກສາຊີ້ວ່າ: ເຈຍ ແລະ ງູອາດມີສ່ວນກ່ຽວຂ້ອງໂຄໂຣນາໄວຣັສສາຍພັນໃໝ່ຢູ່ຈີນ.
ຜົນການວິເຄາະທາງພັນທຸກຳຊີ້ວ່າ: ໂຄໂຣນາໄວຣັສສາຍພັນໃໝ່ໃນປະເທດຈີນທີ່ຂ້າຊີວິດຄົນໄປແລ້ວ 17 ຄົນ ອາດມີຕົ້ນກຳເນີດມາຈາກເຈຍ ຫລື ງູ ໂດຍມີຜົນການວິໄຈ 2 ອັນ ເຊິ່ງອ້າງອີງພື້ນຖານຈາກການກວດສອບລຳດັບຈີໂນມຂອງໄວຣັສພົບວ່າ: ໂຄໂຣນາໄວຣັສສາຍພັນໃໝ່ຈາກເມືອງອູ່ຮັນ ມີຄວາມກ່ຽວພັນຢ່າງໃກ້ຊິດກັບໂຄໂຣນາໄວຣັສສາຍພັນໃໝ່ທີ່ມີຢູ່ໃນເຈຍ.
ຂະນະດຽວກັນ ຍັງມີຜົນການສຶກສາອີກອັນໜຶ່ງທີ່ເຜີຍແຜ່ໃນວາລະສານການແພດໄວຣັວວິທະຍາລະບຸວ່າ: ມີຄວາມເປັນໄປໄດ້ວ່າງູອາດເປັນສັດພາຫະຂອງໂຄໂຣນາໄວຣັສສາຍພັນໃໝ່. ເຖິງຢ່າງໃດກໍຕາມ ການສຶກສາກ່ຽວກັບໂຄໂຣນາໄວຣັສສາຍພັນໃໝ່ກັບສັດທັງ 2 ຊະນິດ ບໍ່ໄດ້ອະທິບາຍວ່າໂຄໂຣນາໄວຣັສສາຍພັນໃໝ່ຖ່າຍທອດມາສູ່ມະນຸດໄດ້ແນວໃດ.
ຕະຫລາດອາຫານໃນເມືອງອູ່ຮັນ ເຊິ່ງຖືກລະບຸວ່າເປັນແຫລ່ງແຜ່ໂຄໂຣນາໄວຣັສສາຍພັນໃໝ່ ມີການຂາຍສັດປ່າແປກໆຫລາຍຊະນິດ ທັງໝາຈິ້ງຈອກມີຊີວິດ, ແຂ້, ລູກໝາປ່າ, ຊາລາແມນເດີຍັກ, ງູ, ໜູ, ນົກຍຸງ, ເໝັ້ນ, ຊີ້ນອູດ ແລະ ອື່ນໆ ແລະ ເມື່ອຄັ້ງທີ່ເກີດການລະບາດຂອງພະຍາດລະບົບທາງເດີນຫາຍໃຈກະທັນຫັນຮຸນແຮງ ຫລື ພະຍາດຊາຣ໌ສ ກໍພົບວ່າມີຄວາມກ່ຽວຂ້ອງກັບການບໍລິໂພກຊີ້ນຊະມົດຢູ່ຈີນ.










