ຜູ້ໃຊ້ອິນເຕີເນັດຢູ່ລາວກວມເກືອບ 50% ຂອງປະຊາກອນ, ຂະນະທີ່ທ່າອ່ຽງການນໍາໃຊ້ໄປໃນທາງທີ່ບໍ່ດີກໍມີເພີ່ມຂຶ້ນ
ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫລຸບວຽກງານປະຈໍາປີ 2019 ຂຶ້ນໃນວັນທີ 21 ມັງກອນນີ້, ໂດຍການເປັນປະທານຂອງທ່ານສອນໄຊສີພັນດອນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນ, ທັງເປັນປະທານຄະນະກໍາມະການດັ່ງກ່າວ, ໂດຍໃຫ້ຮູ້ວ່າ: ສະພາບການຜູ້ຊົມໃຊ້ອິນເຕີເນັດ ແລະສື່ສັງຄົມອອນລາຍຢູ່ປະເທດເຮົາໄດ້ເພີ່ມຂຶ້ນຢ່າງໄວວາຈາກ 2,4 ລ້ານຄົນໃນປີ 2018 ມາເປັນ 2,7 ລ້ານຄົນໃນປີ 2019 ແລະ ຄາດຄະເນວ່າປີ 2020 ຈະເພີ່ມຂຶ້ນຫລາຍກວ່າ 50% ຂອງປະຊາກອນ.
ຂະນະດຽວກັນ, ປາກົດການຫຍໍ້ທໍ້ຈາກການນຳໃຊ້ອິນເຕີເນັດຂອງສັງຄົມກໍມີຫລາຍຂຶ້ນ, ໂດຍສະເພາະກຳລັງປໍລະປັກ ແລະພວກກຸ່ມຄົນບໍ່ດີ ຍັງຫວັງມ້າງເພທຳລາຍລະບອບໃໝ່ດ້ວຍຫລາຍຮູບການ ເປັນຕົ້ນ: ການໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ດຶງດູດເອົາປະຊາຊົນເພື່ອສ້າງກະແສແນວຄິດໃໝ່ໃຫ້ກາຍເປັນຄົນມັກງ່າຍ, ເອື່ອຍອີງ, ຫລິ້ນກິນຟຸມເຟືອຍ ແລະ ໃຊ້ຄວາມຮຸນແຮງໃນສັງຄົມ. ສະນັ້ນການຄຸ້ມຄອງອິນເຕີເນັດ ແລະສື່ສັງຄົມອອນລາຍ ຈຶ່ງຕ້ອງມີລະບຽບຫລັກການແລະມາດຕະການເຂັ້ມງວດກວ່າເກົ່າ.
ຄຄອຊ ໃຫ້ຮູ້ວ່າ: ປີຜ່ານມາ, ສາມາດຕິດຕາມກວດກາບັນດາຫາງສຽງຈາກສື່ສັງຄົມອອນລາຍໃນປະເທດໄດ້ 617 ຂ່າວ, ຈາກສາຍດ່ວນ 1516 ມີ 175 ເລື່ອງ, ຈາກການຕິດຕາມເພສ ແລະກຸ່ມທີ່ຕໍ່ຕ້ານແນວທາງການນຳພາຂອງພັກ-ລັດມີ 134 ເລື່ອງ ແລະການຊີ້ແຈງຕໍ່ສັງຄົມ 11 ເລື່ອງ. ນອກນີ້ຍັງໄດ້ກວດກາຄື້ນຄວາມຖີ່, ການນຳໃຊ້ສັນຍານ, ສາຍສົ່ງ ແລະຮ້ານອິນເຕີເນັດທີ່ບໍ່ຖືກລະບຽບ, ໂດຍສະເພາະລົງກວດລະບົບສາຍສົ່ງໂທລະຄົມມະນາຄົມ ແລະອິນເຕີເນັດ ເຊື່ອມຕໍ່ຢູ່ຊາຍແດນ 3 ແຂວງພາກກາງ (ບໍລິຄຳໄຊ, ຄຳມ່ວນ ແລະສະຫວັນນະເຂດ) ໃນເດືອນມິຖຸນາ 2019 ພົບວ່າຢູ່ຂົວມິດຕະພາບສະຫວັນນະເຂດມີຜູ້ກະທຳຜິດເອົາສາຍສົ່ງໂທລະຄົມມະນາຄົມເຂົ້າມາຜ່ານຂົວບໍ່ຖືກລະບຽບກົດໝາຍຈຳນວນ 2 ເສັ້ນ ແລະ ໄດ້ແກ້ໄຂດ້ວຍການຕັດສາຍສົ່ງດັ່ງກ່າວອອກແລ້ວ, ລົງກວດກາການນຳໃຊ້ຮ້ານອິນເຕີເນັດກາເຟ ແລະການນຳໃຊ້ສັນຍານອິນເຕີເນັດບໍ່ຖືກລະບຽບຈາກປະເທດເພື່ອນບ້ານລຽບຕາມແຄມແມ່ນ້ຳຂອງພາຍໃນນະຄອນຫລວງວຽງຈັນກວດພົບຫລາຍບໍລິສັດທີ່ບໍ່ຖືກລະບຽບ. ນອກນີ້ຍັງໄດ້ກວດຮ້ານອິນເຕີເນັດກາເຟທີ່ເຮັດຜິດລະບຽບເປີດເປັນຮ້ານເກມ ແລະ ຫລິ້ນການພະນັນ, ເຊິ່ງພາກສ່ວນກ່ຽວຂ້ອງໄດ້ແກ້ໄຂສຳເລັດຕາມລະບຽບກົດໝາຍ.










