ຍຸກພັດທະນາການຄ້າມະນຸດແມ່ນໜຶ່ງໃນສິ່ງທ້າທາຍ
ທິດກໍ່າ:
ຂ່າວຄາວກ່ຽວກັບຜູ້ຍິງລາວເອົາຜົວຕ່າງຊາດ ໂດຍສະເພາະສາວລາວເອົາກັບບ່າວຄົນຈີນແລ້ວພາກັນເດີນທາງໄປປະເທດຈີນປາກົດມີມາຫລາຍປີແລ້ວ. ສະພາບດັ່ງກ່າວ ສ່ວນຫລາຍມີຢູ່ແຖວພາກເໜືອຄື: ແຂວງອຸດົມໄຊ, ຫລວງນ້ຳທາ ແລະ ແຂວງອື່ນໆອີກສ່ວນໜຶ່ງ, ແຕ່ສິ່ງທີ່ໜັກໃຈ ແລະ ໜ້າເປັນຫ່ວງນັ້ນ ເມື່ອຕົກລົງປົງໃຈເອົາກັນໄປແລ້ວ ຜົວຄົນຈີນໄດ້ພາຜູ້ເປັນເມຍ ຫລືວ່າ ແຟນຮັກຂອງຕົນໄປເມືອງຈີນອ້າງວ່າພາເມືອຢາມບ້ານເກີດ, ໄປຢາມພໍ່ແມ່, ຍາດຕິພີ່ນ້ອງຂອງຜົວ ຫລື ບາງຄົນກໍວ່າໄປຫາເງິນຢູ່ຈີນມັນສະດວກສະບາຍໄດ້ເງິນຫລາຍ. ແຕ່ກົງກັນຂ້າມ ເມື່ອໄປຮອດຈີນແລ້ວຖືກຕົວະຕົ້ມ, ຂົ່ມຂູ່, ທາລຸນ, ຍິ່ງໄປກວ່ານັ້ນ ບາງຄົນກໍຖືກຂາຍຕົວ, ຫາຍຕົວດ້ວຍວິທີການ ແລະ ຮູບການຕ່າງໆ ເລີຍຕົກຢູ່ໃນກະໂທງການຄ້າມະນຸດຢ່າງເຕັມຕົວ. ແຫລ່ງຂ່າວນີ້ ພວກເຮົາມັກເຫັນໃນສື່ອອນລາຍຢ່າງແຜ່ລາມກວ້າງຂວາງ ແລະ ປາກົດວ່າມີຢ່າງລຽນຕິດ.
ດັ່ງພວກເຮົາຮູ້ນຳກັນແລ້ວວ່າ: ຈຸດພິເສດຂອງຄົນລາວເຮົາເປັນຄົນສັດຊື່, ການດຳລົງຊີວິດຢູ່ເຂດຊົນນະບົດຫ່າງໄກສອກຫລີກສ່ວນຫລາຍຍັງຂ້ອນຂ້າງທຸກຍາກລຳບາກ, ການຊອກຢູ່ຫາກິນຍັງຕິດພັນກັບທຳມະຊາດ, ພື້ນຖານວັດທະນະທຳຮີດຄອງປະເພນີກໍລຽບງ່າຍຊື່ຕົງ, ມີສິນທຳປະຈຳໃຈ ໃນເມື່ອພົບເຫັນຄົນຕ່າງດ້າວທ້າວຕ່າງແດນ ກໍມີສັດທາເຫລື້ອມໃສຫລົງໄຫລໄມຕຣີຈິດເຂົ້າໃຈວ່າເຂົາເປັນຄົນດີມີສິນທຳ, ເປັນແຂກບ້ານແຂກເມືອງ, ກິນເຂົ້າເຊົາເຮືອນ, ເຂົາເວົ້າຫຍັງອອກມາກໍເຊື່ອ ເພາະຄົນເຮົາສະໄໝນີ້ຮູ້ແຕ່ໜ້າບໍ່ຮູ້ໃຈ, ຈາກນັ້ນກໍເລີຍຕົກຫລຸມຮັກມອບກາຍຖະຫວາຍຊີວິດຫວັງສ້າງຄອບຄົວຄືບ້ານຄືເມືອງ ມີໜ້າມີຕາວ່າເອົາຜົວຕ່າງປະເທດຈະໄດ້ພົ້ນຈາກຄວາມທຸກ, ແຕ່ອະນີຈາ ເມື່ອປະສົບກັບບັນຫາ, ຮູ້ເຫັນເຕັມຕາເປັນໄພອັນຕະລາຍມາເຖິງ ຈຶ່ງຮູ້ສຶກກິ່ນແໜງສວາຍເກີນແກ້ເກີດເປັນທຸກ ຫລື ບາງລາຍກໍເສຍຊີວິດ ແລະ ຫາຍສາບສູນໄປຕາມການເວລາ.
ເວົ້າເຖິງຄົນລາວແຕ່ງງານກັບຄົນຕ່າງປະເທດມັນກໍບໍ່ສະເພາະແຕ່ເອົາກັບຄົນຈີນ ຍັງມີຫລາຍປະເທດໃນພາກພື້ນ ແລະ ໃນໂລກ ເປັນຕົ້ນເອົາກັບຄົນຝຣັ່ງ, ອັງກິດ, ອາເມລິກາ, ການາດາ, ເຢຍລະມັນ, ກັບຄົນໄທ, ຄົນຫວຽດນາມ, ກຳປູເຈຍ, ພະມ້າ, ຍີ່ປຸ່ນ, ເກົາຫລີ ແລະ ປະເທດອື່ນໆ ເພາະຍຸກນີ້ເບິ່ງຄືວ່າຄວາມຮັກມັນໄຮ້ພົມແດນໄປເສຍແລ້ວ. ສຳຄັນແຕ່ວ່າ ເມື່ອເອົາກັນໄປແລ້ວ ໃຫ້ຕົນເອງ ແລະ ຄອບຄົວມີຄວາມສຸກ, ເປັນຄອບຄົວທີ່ມີຄວາມອົບອຸ່ນໃນສັງຄົມ, ອັນສຳຄັນອີກອັນໜຶ່ງ ຕ້ອງເປັນພົນລະເມືອງດີ, ປະຕິບັດລະບຽບກົດໝາຍຂອງປະເທດນັ້ນໆຢ່າງຖືກຕ້ອງ. ໃນສະໄໝນີ້ ເປັນຍຸກໂລກາພິວັດ ຄົນລາວເຮົາມີຈຳນວນບໍ່ໜ້ອຍ ໂດຍສະເພາະແມ່ນຜູ້ຍິງມັກເຫີ່ໄປພົວພັນ, ເອາະເຊາະຕິດອ້າຍບ່າວຕ່າງປະເທດ ໂດຍທີ່ພໍ່ແມ່ຜູ້ປົກຄອງບໍ່ຮັບຮູ້ນຳ, ບໍ່ປະຕິບັດຕາມກົດໝາຍບ້ານເມືອງ ຕົກລົງປົງໃຈກັບຊາຍຊູ້ແລ້ວກໍເປີດອາດຫລາດໄປນຳເຂົາ, ສຸດທ້າຍບາດມີເຫດມາເຖິງຕົນເອງ ກໍປານຕົກໝໍ້ນາຮົກ, ບາງຄົນຖືກເຕະ, ຖືກຕີ, ຖືກທໍລະມານສັບປະທຸກ ຫລື ຍິ່ງໄປກວ່ານັ້ນ ບາງລາຍກໍເສຍຊີວິດ, ສູນຫາຍດັ່ງທີ່ກ່າວມາຂ້າງເທິງ. ນີ້ລະຄືການເອົາຜົວຕາມລຳພັງ ສຸດທ້າຍກໍເລີຍຕົກຢູ່ໃນເຄືອຂ່າຍການຄ້າມະນຸດ. ໃນຍຸກພັດທະນາຄືດັ່ງທຸກວັນນີ້ ບັນດາສາວໆທັງຫລາຍຄວນມີສະຕິຮອບຄອບ ເພື່ອຄວາມປອດໄພໃນຊີວິດກ່ອນມັດຈຸລາດທີ່ເປັນຕົນເປັນໂຕມາຂົ່ມເຫັງເຕັງເມບ ເພື່ອຫລອກລໍ້ສັງເວີຍເອົາຊີວິດອິນຊີຈາກຄວາມຊິ້ນເຄີຍທີ່ເຫັນແຕ່ຄວາມຢາກນັ້ນມາເປັນເດີມພັນ.
ເມື່ອຕັ້ງໂຈດກັນວ່າ, ຫົນທາງຫລີກລ້ຽງຈາກການຄ້າມະນຸດວິທີນີ້ຕ້ອງເຮັດແນວໃດ ? ມັນກໍຂຶ້ນກັບຫລາຍປັດໄຈ ແລະ ຫລາຍເງື່ອນໄຂ ແຕ່ອັນຕົ້ນຕໍແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງ, ຕ້ອງຮູ້ປະຫວັດທີ່ໄປທີ່ມາຂອງຄົນ, ການທຳມາຫາກິນ ຕະຫລອດເຖິງວິຊາອາຊີບທີ່ໝັ້ນຄົງ, ປະຕິບັດຕາມຮີດຄອງປະເພນີຂອງລາວເຮົາຢ່າງຖືກຕ້ອງ, ແຕ່ງງານກັບຄົນປະເທດໃດກໍຕ້ອງດຳເນີນຕາມກົດໝາຍຢ່າງເຄັ່ງຂັດ ແລະ ຮັບປະກັນຕໍ່ຄວາມປອດໄພໃນຊີວິດ ເພື່ອຄວາມສຸກ, ຄວາມຍືນຍົງຂອງຄອບຄົວ ແລະ ພ້ອມກັນສ້າງສາຄອບຄົວໃຫ້ມີຢູ່ມີກິນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານເຮົາ. ສິ່ງທີ່ຫລີກເວັ້ນນັ້ນ ເຮົາເອງບໍ່ຄວນມັກງ່າຍ, ເຫັນຄົນລະເອົາເຫັນເງົາລະຄຸບຢ້ານແຕ່ບໍ່ໄດ້, ຊ້ຳບໍ່ໜຳ ຄົນຍຸກນີ້ອ່ານໄຕກັນໄດ້ຍາກ, ເຫັນເຂົາໂກ້ເຂົາງາມ, ຫຸ່ນດີສູງຂາວຍາວດົ້ວ ກໍເບັດໃສ່ອ່ານກິນ ສຸດທ້າຍມາກໍຕ້ອງຜິດຫວັງນັ່ງອົມໂປ້ ຫລື ຮ້າຍແຮງກວ່ານັ້ນ ພັດຕົກຢູ່ໃນວົງລັດສະໝີການຄ້າມະນຸດນັ້ນເອງ.