ລາວເຂັ້ມງວດປະຕິບັດມາດຕະການປ້ອງກັນພະຍາດອັກເສບປອດສາຍພັນໃໝ່ຢູ່ສະໜາມບິນສາກົນ
ກອງສະໜາມບິນລາວ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ແຈ້ງໃຫ້ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ສະໜາມບິນສາກົນຫລວງພະບາງ, ສະຫວັນນະເຂດ ແລະ ສະໜາມບິນສາກົນປາກເຊເອົາໃຈໃສ່ປະຕິບັດມາດຕະການຄວບຄຸມພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Vilus COV) ຕາມຫລັກການຂອງກະຊວງສາທາລະນະສຸກໃຫ້ເຂັ້ມງວດຄື: ໃຫ້ຕິດຕັ້ງອຸປະກອນກວດກາພະຍາດດັ່ງກ່າວຢູ່ປະຕູທາງເຂົ້າດ້ານໜ້າຕໍາຫລວດກວດຄົນເຂົ້າ-ອອກເມືອງ, ຖ້າພົບເຫັນຜູ້ໂດຍສານຂາເຂົ້າມີອາການຕິດເຊື້ອພະຍາດດັ່ງກ່າວຕ້ອງຮີບຮ້ອນແຈ້ງເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າເມືອງ (ຕມ) ປະຈໍາສະໜາມບິນ ເພື່ອປະຕິບັດຕາມລະບຽບການ ເຊິ່ງອາດຈະສົ່ງກັບຄືນປະເທດພ້ອມກັບສາຍການບິນດັ່ງກ່າວເລີຍ, ໃຫ້ແຕ່ລະສະໜາມບິນຈັດຊື້ແພອັດປາກໃຫ້ພະນັກງານທີ່ປະຕິບັດໜ້າທີ່ບໍລິການຜູ້ໂດຍສານຢູ່ສະໜາມບິນຂອງຕົນໃຫ້ທົ່ວເຖິງ, ໃຫ້ຈັດວາງອ່າງລ້າງມື ແລະ ເຈ້ຍເຊັດມືໃຫ້ຜູ້ໂດຍສານຂາເຂົ້າໃນຈຸດໃດໜຶ່ງ ສໍາລັບພະນັກງານຂອງຕົນ ແລະ ໃຫ້ແຕ່ລະສະໜາມບິນລາຍງານສະພາບການກວດກາຜູ້ໂດຍສານເຂົ້າ-ອອກເປັນໄລຍະ ເພື່ອກຽມຄວາມພ້ອມຮັບມືແກ້ໄຂບັນຫາທີ່ອາດຈະເກີດຂຶ້ນໄດ້ທັນການ.
ກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນ, ປະເທດລາວເຮົາຍັງບໍ່ທັນພົບການຕິດເຊື້ອຂອງພະຍາດດັ່ງກ່າວ, ແຕ່ພວກເຮົາ ໄດ້ເອົາໃຈໃສ່ຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ, ພ້ອມທັງໄດ້ກະກຽມຄວາມພ້ອມຮັບມືກັບໂລກຮ້າຍດັ່ງກ່າວ ໂດຍສະເພາະດ່ານຜ່ານແດນຕ່າງໆຕ້ອງໄດ້ໃຫ້ຂໍ້ມູນຂ່າວສານແກ່ຜູ້ໂດຍສານຂາເຂົ້າ ແລະ ມີມາດຕະການຄັດກອງຜູ້ໂດຍສານທີ່ເດີນທາງມາຈາກປະເທດທີ່ມີລາຍງານການລະບາດ, ສ່ວນໂຮງໝໍຕ່າງໆໄດ້ມີການກະກຽມຫ້ອງແຍກດ່ຽວ, ພ້ອມອຸປະກອນປ້ອງກັນຕົນເອງ ແລະ ລົດຮັບ-ສົ່ງຄົນເຈັບ, ມີການຝຶກອົບຮົມໃຫ້ແກ່ພະນັກງານແພດໝໍໃນການປິ່ນປົວ ແລະ ຄວບຄຸມການຕິດເຊື້ອໄດ້ເປັນປະຈຳ.










