ວິທີປ້ອງກັນ ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ຫຼື 2019 nCov)
ຫວ່າງມໍ່ໆນີ້, ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (ຫລື 2019 nCov) ພວມໄດ້ຮັບຄວາມສົນໃຈຈາກປະຊາຄົມໂລກ

ເຊື້ອຈຸລະໂລກສາຍພັນໃໝ່ແມ່ນຫຍັງ ?
ເຊື້ອຈຸລະໂລກແມ່ນເຊື້ອພະຍາດທີ່ມີຢູ່ທົ່ວໄປໃນທຳມະຊາດ. ອົງການອະນາໄມໂລກ ຫລື WHO ຕັ້ງຊື່ເຊື້ອຈຸລະໂລກສາຍພັນໃໝ່ເທື່ອນີ້ແມ່ນ 2019 nCov.
ຜູ້ເປັນພະຍາດເທື່ອນີ້ມີອາການແນວໃດ ?

ອາການທຳມະດາ: ໄຂ້ຮ້ອນ, ບໍ່ມີແຮງ, ໄອ ແລະ ຫາຍໃຈຍາກ.
ອາການໜັກ: ຫາຍໃຈຝືດຢ່າງກະທັນຫັນ, ມີອາການຊ໊ອກຍ້ອນຕິດເຊື້ອຈຸລະໂລກໃນຮ່າງກາຍ (sepsis) ເປັນພິດຕໍ່ທາດກົດໃນຮ່າງກາຍຍ້ອນການຂັບຖ່າຍບໍ່ເປັນປົກກະຕິ ແລະ ເລືອດນານແຫ້ງຍ້ອນຂາດເມັດເລືອດຂາວ.
ພະຍາດນີ້ປົວໃຫ້ຫາຍໄດ້ບໍ່ ?

ຜູ້ຕິດເຊື້ອພະຍາດສ່ວນຫລາຍມີອາການເບົາ ຫລື ລະດັບກາງເທົ່ານັ້ນ ແລະ ສາມາດປົວໃຫ້ຫາຍໄດ້, ມີຄົນສ່ວນໜ້ອຍທີ່ສຸດຈະເປັນອາການໜັກ ຈົນເຖິງຂັ້ນເສຍຊີວິດ.
ຈະກັນເຊື້ອພະຍາດໄດ້ແນວໃດ ?
ເວົ້າລວມແລ້ວ ທຸກຄົນສາມາດກັນເຊື້ອພະຍາດນີ້ໄດ້ໂດຍໃຊ້ມາດຕະການດັ່ງຕໍ່ໄປນີ້ທີ່ມີປະສິດທິຜົນ:
- ໃສ່ຜ້າປິດປາກ: ກ່ອນໃສ່ຄວນລ້າງມືໃຫ້ສະອາດ, ໃຫ້ໃຊ້ຜ້າປິດປາກໃຫ້ຖືກວິທີ ບໍ່ຄວນໃສ່ປິ່ນກັນ, ຜ້າ ປິດປາກຕ້ອງປິດຫຸ້ມປາກ, ດັງ ແລະ ຄາງໃຫ້ດີ, ປ່ຽນຜ້າປິດປາກເປັນປະຈຳ.

2. ໝັ່ນລ້າງມືເລື້ອຍໆ: ຝາມື, ຫລັງມື, ນິ້ວມື, ເລັບ ແລະ ຂໍ້ມືລ້ວນແຕ່ຕ້ອງລ້າງໃຫ້ສະອາດ.

3. ບໍ່ຄວນໄປບ່ອນທີ່ມີຄົນຫລາຍ

4. ຄວນເຮັດໃຫ້ພາຍໃນຫ້ອງມີອາກາດຖ່າຍເທເລື້ອຍໆ

5. ຄວນຮັກສາການກິນດື່ມ ແລະ ພັກຜ່ອນຕາມຫລັກສຸຂະອະນາໄມ
6. ອອກກຳລັງກາຍ ເພື່ອຍົກສູງພູມຕ້ານທານໃນຮ່າງກາຍຂອງຕົນ.











