ລັດຖະບານຮັບຮອງເອົາຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາພະລັງງານຊົນນະບົດ
ຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາພະລັງງານຊົນນະບົດ ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມລັດຖະບານປະຈໍາເດືອນມັງກອນນີ້. ຂະນະທີ່, ນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ເນື້ອໃນຂອງບາງມາດຕາຄົບຖ້ວນ, ລະອຽດ, ຈະແຈ້ງ, ຮັດກຸມ ແລະ ແທດເໝາະຕົວຈິງ ໂດຍສະເພາະການກໍານົດກ່ຽວກັບແຫລ່ງລາຍຮັບ ແລະ ການນໍາໃຊ້ກອງທຶນສົ່ງເສີມ ແລະ ພັດທະນາພະລັງງານ, ການຄຸ້ມຄອງບໍລິຫານກອງທຶນດັ່ງກ່າວ, ການເປີດບັນຊີ, ການກວດສອບ, ການລາຍງານ ແລະ ອື່ນໆ.
ພາຍຫລັງປັບປຸງແລ້ວໃຫ້ສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີກວດກາຮຽບຮຽງຄືນແລ້ວສະເໜີນາຍົກລັດຖະມົນຕີລົງລາຍເຊັນປະກາດໃຊ້ຢ່າງເປັນທາງການ. ພ້ອມນີ້, ທ່ານນາຍົກລັດຖະມົນຕີໄດ້ຊີ້ນໍາ ໃຫ້ແຕ່ງຕັ້ງຄະນະສະເພາະກິດເພື່ອຊຸກຍູ້ຕິດຕາມການຫັນເປັນທັນສະໄໝໃນການຊໍາລະສະສາງ ແລະ ການເກັບລາຍຮັບງົບປະມານຜ່ານລະບົບມືຖື (Mobile Money) ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະ, ມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງກ່ຽວຂ້ອງເປັນຄະນະ ແລະ ມີໜ່ວຍງານປະຕິບັດວຽກ ແລະ ລົງເລິກທາງດ້ານວິຊາການຄົ້ນຄວ້າພາລະບົດບາດ ແລະ ກຳນົດໄລຍະເວລາໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງສ້າງແຜນແມ່ບົດການຫັນໄປສູ່ເສດຖະກິດດີຈີຕອນແຫ່ງຊາດ ແລະ ສ້າງແຜນແມ່ບົດການຫັນໄປສູ່ການຊໍາລະສະສາງແບບດີຈີຕອນ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.










