ລາຍງານເພີ່ມຕື່ມຄັ້ງທີ 15 ເຝົ້າລະວັງລະດັບ 1 (ສູງສຸດ) ທົ່ວປະເທດ
ຫ້ອງ 62 ພາກພື້ນປາຊີຟິກ ຕິດຕາມ ສະຖານະການພະຍາດປອດອັກເສບຂັ້ນຮຸນແຮງ ລະບາດໃນປະເທດຈີນຕໍ່ເນື່ອງ

/// ໃຊ້ມາດຕະການຂັ້ນສູງສຸດ ປິດເມືອງ ແລະ ຄວບຄຸມການເຂົ້າ-ອອກ ໄດ້ແກ່: ກວາງຕຸ້ງ, ຫູໜານ, ເຈີ້ຈຽງ, ຫູເປ່ຍ (ອູ່ຮັນຢູ່ໃນມົນທົນນີ້), ທຽນຈິນ, ອັນເວຍ, ປັກກິ່ງ, ຊຽງໄຮ້, ສົງຊິ່ງ, ຈຽງຊີ, ເສສວນ, ຊານຕົງ, ຢຸນໜານ, ກຸ້ຍໂຈວ, ຝູຈ້ຽນ, ເຫີເປ່ຍ, ກວາງຊີ, ຈຽງຊູ, ໄຫ່ໜານ, ຊິນຈຽງ, ເຫີໜານ, ເຮຍຫລົງຈຽງ, ການຊູ ແລະ ຫລຽວໜິງ.

**ປະມານ 2.744 ລ້ານຄົນ**
///ເສຍຊີວິດແລ້ວ 80 ຄົນ
* ຕິດເຊື້ອຂັ້ນຮຸນແຮງ 430 ຄົນ
* ຈີນຕິດເຊື້ອ 3.400 ຄົນ/“
/ ກັກຕົວເຝົ້າລະວັງພິເສດ 6.000 ຄົນ
// ທາງການປະກາດໃຫ້ ປະຊາຊົນທີ່ຢູ່ໃນພື້ນທີ່ສ່ຽງຢູ່ໃນເຮືອນ 14 ວັນ
** ປະເທດທີ່ພົບການຕິດເຊື້ອ 15 ປະເທດ ລວມ 46 ຄົນ **
ໄທ 6 ຄົນ (ເຊົາ 3 ຄົນ), ຍີ່ປຸ່ນ 3 ຄົນ (ເຊົາ 1 ຄົນ), ສ.ເກົາຫລີ 3 ຄົນ, ສະຫະລັດອາເມລິກາ 3 ຄົນ, ອົດສະຕຣາລີ 4 ຄົນ, ໄຕ້ຫວັນ 1 ຄົນ, ມາເກົາ 1 ຄົນ, ສິງກະໂປ 3 ຄົນ, ຫວຽດນາມ 2 ຄົນ, ຮົງກົງ 8 ຄົນ, ຝຣັ່ງ 3 ຄົນ * ເນປານ (ເຊົາ 1 ຄົນ), ມາເລເຊຍ 4 ຄົນ, ການາດາ 1 ຄົນ, ຣັດເຊຍ 7 ຄົນ.
// ແຕ່ລະປະເທດມີກັກຕົວເຝົ້າລະວັງພິເສດ ລວມກັນກວ່າ 3.000 ຄົນ
// ສັ່ງສ້າງໂຮງໝໍພິເສດສາມາດຮອງຮັບຜູ້ປ່ວຍໄດ້ 1.000 ຕຽງ ສຳລັບ #coronavirus ໂດຍໄດ້ອ້າງອີງຕາມຮູບການຈັດການກັບ SARS ໃນປີ 2003 ໂດຍການກໍ່ສ້າງມີກຳນົດສຳເລັດໃນວັນທີ 3 ກຸມພານີ້
// ສັ່ງສ້າງໂຮງໝໍຂະໜາດ 1.300 ຕຽງເພີ່ມອີກ 1 ແຫ່ງ ໃຫ້ສຳເລັດພາຍໃນ 10 ວັນ
// ມີການຮ້ອງຂໍຕຽງສະໜາມຮີບດ່ວນເພີ່ມອີກ 10.000 ຕຽງ
// ຈີນ ສັ່ງຍົກລະດັບໂຮງໝໍ 20 ແຫ່ງ ໃຫ້ຮອງຮັບຜູ້ປ່ວຍໄດ້ 10.000 ຄົນ
// ຈີນເປີດໃຊ້ລະບົບ 5G ເຕັມຮູບແບບໃຫ້ທີມແພດ ເພື່ອປະສານການຊ່ວຍເຫລືອໂຮງໝໍຕ່າງໆ
// ຈີນຕັ້ງທີມລົດຕັກຊີພິເສດ 6.000 ຄັນ ໃນການຮັບສົ່ງຢາໄປໃຫ້ຜູ້ປ່ວຍຢູ່ຕາມເຮືອນ
// ສັ່ງຜະລິດຊຸດປ້ອງກັນລະດັບ 3 ຖົງມືແພດ ແລະ ຜ້າອັດປາກ 20 ລ້ານຊຸດ
// ຈີນລະດົມທີມແພດເຂົ້າພື້ນທີ່ 30 ທີມ ລວມເຈົ້າໜ້າທີ່ອີກ 3.000 ຄົນ

// ຈີນສັ່ງຢຸດການຂາຍທົວໄປປະເທດຕ່າງໆຊົ່ວຄາວ
// ຈີນປະກາດຍົກລະດັບພື້ນທີ່ຕິດເຊື້ອລວມ 5 ມົນທົນ ເປັນລະດັບໄພພິບັດ ຄວບຄຸມທຸກຢ່າງຂັ້ນສູງສຸດ
// ຈີນ ບັງຄັບໃຊ້ກົດໝາຍຂັ້ນສູງສຸດ (ຕິດອາວຸດ) ໃນການຄວບຄຸມ ເບິ່ງແຍງ ປະຊາຊົນ

// ຮົງກົງ ປະກາດພື້ນທີ່ຄວບຄຸມພິເສດທັງເກາະ ຄວບຄຸມການແຜ່ລະບາດ
// ຈີນໄດ້ລຳລຽງອຸປະກອນການແພດ ໄປພື້ນທີ່ປະກາດໄພ ຄືຖົງມື 180.000 ອັນ, ຜ້າອັດປາກອະນາໄມ 700.000 ອັນ, ຢາ 23 ໂຕນ, ເຄື່ອງມືແພດ 210 ແກັດ
// ໂຮງໝໍ 1 ແຫ່ງໃນອູ່ຮັນ ປະກາດເປັນພື້ນທີ່ຕິດເຊື້ອ ຢູ່ລະຫວ່າງຄວບຄຸມ
// ຈີນ ສັ່ງຫ້າມການຊື້-ຂາຍສັດປ່າທຸກຊະນິດທົ່ວປະເທດຈົນກວ່າສະຖານະການຈະສິ້ນສຸດ
// ຈີນອອກກົດບັງຄັບຕ້ອງໃສ່ຜ້າອັດປາກອະນາໄມ
- ມົນທົນກວາງຕຸ້ງ
- ມົນທົນຈຽງຊີ
- ນະຄອນໜານຈິງ ເມືອງເອກມົນທົນຈຽງຊູ
- ເມືອງໝ່າອັນຊານ ໃນມົນທົນອານຮຸຍ
- ເມືອງຊິ່ນ-ຢາງ ໃນມົນທົນເຫີໜານ
// ສະຫະລັດອາເມລິກາ ກຽມນຳເຮືອບິນ 2 ລຳ ອົບພະຍົບເຈົ້າໜ້າທີ່ ພາຍໃນວັນ 2 ວັນ
// ປະເທດຍີ່ປຸ່ນ ກຽມເຮືອບິນ 2 ລຳ ອົບພະຍົບເຈົ້າໜ້າທີ່ ພາຍໃນ 3 ວັນ
// ປະເທດໄທ ກຽມ C130 ອົບພະຍົບເຈົ້າໜ້າທີ່ ຍັງບໍ່ຮູ້ກຳນົດ
// ປະເທດຝຣັ່ງ ກຽມເຮືອບິນ 1 ລຳ ອົບພະຍົບພາຍໃນ 1 ວັນ
// ໄດ້ຮັບລາຍງານ ອີກ 3 ປະເທດກຽມອົບພະຍົບພາຍໃນ 1-2 ວັນນີ້
/ ອົງການອະນາໄມໂລກ ຕີລາຄາສະຖານະການ ກຽມປະກາດເປັນພະຍາດລະບາດ










