ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020

ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - Lpn2hAZRsh - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020
ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - kitchen vibe - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020

ການແຂ່ງຂັນບານເຕະ ລາຍການ ລີໂອຄັບ 2020 ຈັດຂຶ້ນເພື່ອເປັນການອຸ່ນເຄື່ອງ ແລະ ທົດສອບທີມກ່ອນເລີ່ມລີກລະດູການໃຫມ່ ປີ 2020 ການແຂ່ງຂັນຮອບ 8 ທີມສຸດທ້າຍສອງຄູ່ໃນວັນທີ 26 ມັງກອນນີ້ ສະໂມສອນ ພີທີ ປຣະຈວບ ເອຟຊີ ທີມໃນລີກສູງສຸດຂອງປະເທດໄທ ແຊ້ມລີກຄັບ ປະເທດໄທ ປີ 2019 ເປີດທີ່ສະໜາມແຂວງປຣະຈວບ ຄີຣີຂັນ ພົບກັບ ລາວ ໂຕໂຢຕ້າ ເອຟຊີ ທີມແຊ້ມລາວພຣີເມຍລີກ 3 ສະໄໝຕິດຕໍ່ກັນ ແລະ ແຊ້ມ LFF Cup 2019.

ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - 84167980 2682183855256078 7349359745548943360 o - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020

ສະໂມສອນບານເຕະ ລາວໂຕໂຢຕ້າ ຄືຕົວແທນໜຶ່ງດຽວຈາກລາວເຮົາ ຈັດທັບນັກກີລາເຕັມສູບ ນຳໂດຍ: 4 ນັກເຕະຕ່າງຊາດຊຸດໃຫມ່ Bamba ກອງຫຼັງສັນຊາດໄອໂວຣີໂຄ໊ດ, Norihiro Kawakami ກອງຫຼັງສາຍເລືອດຊາມູໄຣ ແລະ ສອງກອງໜ້າ Goran Jerković   ສູນໜ້າສັນຊາດຝຣັ່ງ ແລະ Laércio Gomes Costa ສູນໜ້າຊາວເບຣຊິນ ລວມທັງ ພິທັກ ກອງມາທິລາດ ປີກທີມຊາດລາວ ກັບມາຮ່ວມທີມອີກຄັ້ງ ຫຼັງຈາກໝົດສັນຍາກັບ ອາຢຸດທະຍາ ຢູໄນເຕັດ ໃນລີກ 3 ຂອງປະເທດໄທ.

ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - Visit Laos Visit SALANA BOUTIQUE HOTEL - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020

ຂະນະທີ່ ເຈົ້າຖິ່ນ ພີທີ ປຣະຈວບ ນຳທັບໂດຍ: ບຣູໂນ້ ໂຣຊ້າ ຊາວເບຣຊິນ ທີ່ມີປະສົບການສູງ ອະດີດກອງໜ້າ ຟລາແມັງໂກ້ ທີມດັງຈາກລີກແຊມບ້າ ແລະ ວິນລ້ຽມ ເຮັນຣີເກ້ ອະດີດກອງກາງຊຽງຣາຍ ຢູໄນເຕັດ ແຊ້ມໄທລີກ 2019 ແລະ ສຸກອາພອນ ວົງຈຽງຄຳ ນັກເຕະສາລະພັດປະໂຫຍດທີມຊາດລາວ ທີ່ຍ້າຍຈາກ ໄຊນາດ ຮອນບິວ ມາຮ່ວມທີມ, ຊຶ່ງໄດ້ລົງຫລິ້ນໃນຖານະຕົວສຳຮອງ.

ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - 83143575 2682160491925081 6542361976478105600 o - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020

ເລີ່ມເກມການແຂ່ງຂັນໃນເຄີ່ງເວລາທຳອິດ ໂດຍພາບລວມທັງສອງທີມສູ້ກັນບໍ່ຂາດ ແຕ່ເຈົ້າບ້ານຄອງບານ,ສ້າງສັນໂອກາດໄດ້ດີກວ່າເລັກ  ໜ້ອຍ ແລະ ໄດ້ປະຕູຂຶ້ນນຳຈາກ ວິນລ້ຽມ ເຮັນຣີເກ້ ນາທີ 40 ຈົບເຄິ່ງເວລາທຳອິດ ພີທີ ປຣະຈວບ ນຳ ລາວໂຕໂຢຕ້າ 1-0.

ເກມການແຂ່ງຂັນໃນເວລາເຄິ່ງຫລັງ ລາວໂຕໂຢຕ້າ ບຸກໜັກແລກຫຼາຍກວ່າເກົ່າ ແລະ ມີໂອກາດຕີສະເໝີໄດ້ ແຕ່ຂາດຄວາມເດັດຂາດ ສຸດທ້າຍເປັນເຈົ້າບ້ານ ພີທີ ປຣະຈວບ ມາບວກປະຕູປິດທ້າຍຈາກ ວີຣະວຸດ ກາເຢັມ ນາທີ 78 ແລະ ຈົບເກມ ພີທີ ປຣະຈວບ ເອຟຊີ ຊະນະ ລາວໂຕໂຢຕ້າ 2-0 ເຂົ້າຮອບ 4 ທີມສຸດທ້າຍພົບກັບ ການທ່າເຮືອ ເອັຟຊີ ແຊ້ມເອເອັຟຄັບ ປະເທດໄທ ປີ 2019 ທີ່ເອົາຊະນະ ເຊເຣໂຊ້ ໂອຊາກະ ທີມອັນດັບ 5 ຈາກລີກສູງສຸດຢີ່ປຸ່ນ ດ້ວຍຜົນການແຂ່ງຂັນ 3-0

ສ່ວນການແຂ່ງຂັນລາຍການຕໍ່ໄປຂອງ ລາວໂຕໂຢຕ້າ ຈະລົງແຂ່ງ AFC Cup 2020 ຮອບແບ່ງກຸ່ມ ກຸ່ມ F ປະກອບມີ: ໂຮຈີມິງ ຊິຕີ້ ຈາກຫວຽດນາມ, Hougang United FC ຈາກສິງກະໂປ ແລະ ທີມຊະນະໃນຮອບເພລອັອຟ ລະຫວ່າງ INDERA SC ຈາກບຣູໄນ ພົບ YANGON UNITED FC ຈາກມຽນມາ ຈະແຂ່ງຂັນໃນວັນທີ 11 ກຸມພາ ຫາວັນທີ 13 ພຶດສະພາ 2020.

ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - 84147913 2682160585258405 536045664098844672 o - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020

 

ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - 3 - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020
ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - 4 - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020
ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020 - 5 - ລາວໂຕໂຢຕ້າ ໄປບໍ່ເຖີງຝັນຕົກຮອບ 8 ທີມສຸດທ້າຍ ລາຍການ ລີໂອຄັບ 2020