ປີຜ່ານມາທົ່ວປະເທດມີຄະດີເກີດຂຶ້ນ 7 ພັນກວ່າເລື່ອງ
ຫົວໜ້າຫ້ອງການກົມໃຫຍ່ຕຳຫລວດກະຊວງປ້ອງກັນຄວາມສະຫງົບໄດ້ລາຍງານໃນກອງປະຊຸມສະຫລຸບວຽກງານຕຳຫລວດທົ່ວປະເທດປະຈຳປີ 2019 ໃນທ້າຍອາທິດຜ່ານມານີ້ວ່າ: ປີຜ່ານມາ, ໃນທົ່ວປະເທດມີອາຊະຍາກຳຕ່າງໆເກີດຂຶ້ນ ເຊັ່ນ: ບັນຫາຄ້າຂາຍຢາເສບຕິດ, ຄາຕະກຳ, ລັກພາຕົວ, ຈັບຕົວຮຽກຄ່າໄຖ່, ປຸ້ນຈີ້-ຊີງຊັບ, ລັກຊັບ, ສໍ້ໂກງຊັບ, ນຳໃຊ້ບັດ ATM ປອມ, ຝາກເງິນນອກລະບົບ, ປອມແປງໃບຕາດິນ, ປອມແປງກາປະທັບ ແລະ ບັນຫາອື່ນໆ, ເຊິ່ງລວມມີ 7.640 ກວ່າເລື່ອງ.
ໃນນີ້ສາມາດມ້າງໄດ້ 5.660 ກວ່າເລື່ອງ, ກັກຕົວຜູ້ຖືກຫາໄດ້ 8.340 ກວ່າຄົນ (ຍິງ 1.000 ກວ່າຄົນ), ເປັນຊາວຕ່າງປະເທດ 160 ກວ່າຄົນ (ຍິງ 13 ຄົນ), ພົ້ນເດັ່ນກວ່າໝູ່ແມ່ນບັນຫາຄ້າຂາຍຢາເສບຕິດມີຫລາຍກວ່າ 3.260 ເລື່ອງ, ຮອງລົງມາແມ່ນລັກຊັບພົນລະເມືອງ, ຊີງຊັບພົນລະເມືອງ, ການຄ້າມະນຸດ, ປຸ້ນຊັບ, ຄາຕະກຳ ແລະ ອື່ນໆ. ດັ່ງນັ້ນເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ຄະນະພັກ-ຄະນະບັນຊາ ປກສ ໃນຂອບເຂດທົ່ວປະເທດ ຕ້ອງໄດ້ສຸມໃສ່ຊີ້ນໍາກໍາລັງນັກຮົບຕໍາຫລວດເປັນເຈົ້າການສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ ຢ່າງເດັດຂາດເຂັ້ມງວດ, ພ້ອມທັງເອົາໃຈໃສ່ຜັນຂະຫຍາຍຄຳສັ່ງນາຍົກລັດຖະມົນຕີເລກທີ 27/ນຍ, ຄຳສັ່ງເລກທີ 22/ຄລສພ ຂອງຄະນະເລຂາທິການສູນກາງພັກ ແລະ ຄຳສັ່ງເລກທີ 1470/ປກສ ຂອງລັດຖະມົນຕີກະຊວງ ປກສ ໃຫ້ ເປັນຮູບປະທຳ ແລະ ມີປະສິດທິຜົນ.










