EU ເຊັນຂໍ້ຕົກລົງເບຣັກຊິດເປີດທາງອັງກິດອອກຈາກສະຫະພາບ


ເຈົ້າໜ້າທີ່ລະດັບສູງສຸດຂອງສະຫະພາບເອີຣົບລົງນາມໃນຂໍ້ຕົກລົງເບຣັກຊິດແລ້ວ ຢືນຢັນການທີ່ສະຫະຣາຊະອານາຈັກຈະເປັນປະເທດທຳອິດ ເຊິ່ງອອກຈາກການເປັນສະມາຊິກ ໃນວັນທີ 31 ມັງກອນນີ້.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຊາລ ມິເຊລ ປະທານຄະນະມົນຕີເອີຣົບ ແລະ ທ່ານ ນາງ ອົວຊູລາ ຟອນ ແດຣ ເລເຍນ ປະທານຄະນະກຳມາທິການເອີຣົບ (EC) ລົງນາມໃນຂໍ້ຕົກລົງເບຣັກຊິດ ໃນວັນທີ 24 ມັງກອນນີ້ ໂດຍຂໍ້ຕົກລົງດັ່ງກ່າວຮ່າງຂຶ້ນໃນປີ 2018 ໂດຍລັດຖະບານສະຫະຣາຊະອານາຈັກຂອງອະດີດນາຍົກລັດຖະມົນຕີ ເທເຣຊາ ເມ ແລະ ແກ້ໄຂຄັ້ງສຸດທ້າຍໃນທ້າຍປີຜ່ານມາ ໃນຍຸກຂອງນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຜູ້ນຳສະຫະຣາຊະອານາຈັກຄົນປັດຈຸບັນ.
ທັງນີ້ ທ່ານ ມິເຊລ ກ່າວວ່າ: EU “ຈະປ່ຽນໄປຢ່າງຫລີກເວັ້ນບໍ່ໄດ້” ນັບແຕ່ວັນທີ 31 ມັງກອນນີ້, ແຕ່ “ມິດຕະພາບ” ລະຫວ່າງ EU ກັບ ສະຫະຣາຊະອານາຈັກ “ບໍ່ເຄີຍປ່ຽນແປງ” ໂດຍເຊື່ອໝັ້ນວ່າທັງສອງຝ່າຍຈະຍັງເປັນພັນທະມິດ ແລະ ຫຸ້ນສ່ວນທີ່ດີຕໍ່ກັນຕໍ່ໄປ ໂດຍຫລັງການລົງນາມຂອງທ່ານ ຟອນ ແດຣ ເລເຍນ ແລະ ທ່ານ ມິເຊລ ຂໍ້ຕົກລົງເບຣັກຊິດຈະເຂົ້າສູ່ການໃຫ້ສັດຕະຍາບັນຈາກກອງປະຊຸມສະພາເອີຣົບ ໃນວັນທີ 29 ມັງກອນນີ້ ແລະ ສະຫະຣາຊະອານາຈັກຈະສິ້ນສຸດການເປັນສະມາຊິກ EU ຍາວນານ 37 ປີ ໃນເວລາ 11:00 ໂມງ ຕາມເວລາມາດຖານສາກົນ ຂອງວັນທີ 31 ມັງກອນນີ້ (18:00 ໂມງ ຕາມເວລາຢູ່ລາວ) ຖືເປັນປະເທດທຳອິດທີ່ລາອອກຈາກການເປັນສະມາຊິກຂອງ EU ຕາມຜົນການລົງປະຊາມະຕິໃນວັນທີ 23 ມິຖຸນາ 2016.