ສະພານະຄອນຫລວງຈະເລັ່ງແກ້ໄຂຄຳຮ້ອງຂໍຄວາມເປັນທຳຈາກສັງຄົມ
ສະພາປະຊາຊົນ ນະຄອນຫລວງວຽງຈັນ ຈະເລັ່ງສືບຕໍ່ແກ້ໄຂຫລາຍບັນຫາທີ່ຍັງຄົງຄ້າງ, ໂດຍສະເພາະແມ່ນ ຄຳຮ້ອງຂໍຄວາມເປັນທຳຈາກສັງຄົມ ທີ່ສະເໜີມາຍັງສະພາປະຊາຊົນ ນະຄອນຫລວງວຽງຈັນ ເປັນຕົ້ນແມ່ນບັນຫາທີ່ດິນ, ເງີນຊົດເຊີຍໂຄງການລົງທຶນຈາກເອກະຊົນ ແລະ ອື່ນໆ.
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫລວງ ວຽງຈັນ ຜ່ານມາມໍ່ໆນີ້, ທ່ານ ນາງ ຄຳຟອງ ພູມວົງໄຊ ຮອງປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ລາຍງານວ່າ: ໃນປີຜ່ານມາ ສະພາປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຄົ້ນຄ້ວາ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳ ຂອງປະຊາຊົນ ມີ 248 ເລື່ອງ, ໃນນັ້ນ, ເປັນຄະດີແພ່ງ 76 ເລື່ອງ, ຄະດີອາຍາ 40 ເລື່ອງ ແລະ ຄຳສະເຫນີ 132 ເລື່ອງ, ສາມາດຄົ້ນຄ້ວາພິຈາລະນາແກ້ໄຂ ແລະ ນຳສົ່ງໃຫ້ພາກສ່ວນກ່ຽວຂ້ອງ 179 ເລື່ອງ, ກວມ 72.18% ພົ້ນເດັ່ນແມ່ນບັນຫາຜົນກະທົບໃນການຊົດເຊີຍທີ່ດິນຈາກໂຄງການພັດທະນາຕ່າງໆຂອງລັດເຊັ່ນ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ບໍ່ເຕັນ(ໄລຍະ 1 ນະຄອນຫລວງວຽງຈັນ-ວັງວຽງ), ໂຄງການຂະຫຍາຍເສັ້ນທາງ ເລກທີ 13 ເຫນືອ ໃນຂອບເຂດນະຄອນຫລວງ, ເສັ້ນທາງເປຕົງເສີມເຫລັກແຕ່ວັງຊາຍຫາ ເສັ້ນທາງ 450 ປີ, ໂຄງການກໍ່ສ້າງເສັ້ນທາງ ດອນນົກຂຸ້ມ ຫາ ເສັ້ນທາງ 450 ປີ, ອີກບັນຫາໜຶ່ງແມ່ນຜົນກະທົບຈາກການປ່ອຍມົນລະພິດຂອງໂຮງງານທຽນເມັດຢາງປຣາສຕິກ, ໂຮງງານຕົ້ມຢາງ ແລະ ບົດຢາງ ຢູ່ ເມືອງ ໄຊທານີ, ໂຮງງານດິນຈີ່, ໂຮງງານເຟີນີເຈີ ແລະ ໂຄງການປູກກ້ວຍ ຢູ່ ເມືອງ ສັງທອງ, ປາກງື່ມ ແລະ ເມືອງ ນາຊາຍທອງ, ການຄຸ້ມຄອງປ່າສະຫງວນແຫ່ງຊາດ ພູພະນັງ ທີ່ມີການລັກລອບຕັດໄມ້ແບບຜິດກົດໝາຍ ແລະ ອື່ນໆ.
ຮອງປະທານສະພາປະຊາຊົນ ນະຄອນຫລວງ ໃຫ້ຮູ້ອີກວ່າ: ໃນປີນີ້, ສະພາຂອງຕົນ ຈະສືບຕໍ່ແກ້ໄຂຄຳຮ້ອງຟ້ອງຂໍຄວາມເປັນທຳຂອງປະຊາຊົນ ໃຫ້ມີຄວາມວ່ອງໄວ, ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ມີຄວາມຍຸຕິທຳ, ພ້ອມນັ້ນ ກໍຈະມີການຕິດຕາມກວດກາຄຳສະເຫນີປະຊາຊົນ ຕໍ່ກັບການຈັດຕັ້ງປະຕິບັດຕົວຈິງໃນວຽກງານພຶ້ນຖານໂຄງລ່າງ, ການຂຸດຄົ້ນແຮ່ທາດ, ຂະບວນການຜະລິດກະສິກຳ, ອຸດສາຫະກຳ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ຢູ່ໃນຂັ້ນຄຸ້ມຄອງຂອງ ນະຄອນຫລວງວຽງຈັນ, ກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ສານປະຊາຊົນ, ພະແນກຍຸຕິທຳ, ຂົງເຂດ ປກຊ-ປກສ ແລະ ໃນຂົງເຂດຍຸຕິທຳ ຢູ່ 9 ຕົວເມືອງໃຫ້ການດຳເນີນງານມີປະສິດທິຜົນສູງຂຶ້ນ.