ໄວຣັສອູ່ຮັນສະເທືອນທ່ອງທ່ຽວທົ່ວອາຊີ
ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ລະບາດທີ່ເຮັດໃຫ້ຈີນຕ້ອງຈຳກັດການເດີນທາງທົ່ວປະເທດກຳລັງສົ່ງຜົນກະທົບຮຸນແຮງຕໍ່ອຸດສາຫະກຳການທ່ອງທ່ຽວຂອງຫລາຍປະເທດໃນອາຊີທີ່ອາໄສນັກທ່ອງທ່ຽວຊາວຈີນເປັນຫລັກ.
ທາງການຈີນສັ່ງງົດຖ້ຽວບິນເຂົ້າ-ອອກເມືອງອູ່ຮັນ ຕົ້ນກຳເນີດການລະບາດ, ຫ້າມຊາວຈີນເດີນທາງທ່ອງທ່ຽວເປັນໝູ່ຄະນະທັງໃນ ແລະ ຕ່າງປະເທດ. ບໍລິສັດວິໄຈແຄປິຄັລ ອີໂຄໂນມິກ ເປີດເຜີຍວ່າ: ນັບແຕ່ປີ 2003 ເປັນຕົ້ນມາ ຊາວຈີນອອກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນເກືອບ 10 ເທົ່າ ຖ້າສະຖານະການເຊື້ອໄວຣັສໂຄໂຣນາສາຍພັນໃໝ່ລະບາດໃນປັດຈຸບັນ ສົ່ງຜົນຮຸນແຮງຄືຄັ້ງທີ່ພະຍາດທາງເດີນຫາຍໃຈກະທັນຫັນຮຸນແຮງ ຫລື ຊາຣ໌ສລະບາດ ໃນໄລຍະປີ 2002-2003 ຄັ້ງນັ້ນຊາວຈີນໄປທ່ຽວຕ່າງປະເທດຫລຸດລົງເກືອບ 1 ໃນ 3, ຄັ້ງນີ້ເສດຖະກິດປະເທດທີ່ອາໄສນັກທ່ອງທ່ຽວຈີນເປັນຫລັກອາດຈະຖືກກະທົບ 1,5-2,0% ຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP.
ນັກວິເຄາະຂອງບໍລິສັດຫລັກຊັບໂມນູຣະຄາດວ່າ: ຍາກທີ່ຍີ່ປຸ່ນຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ເຖິງ 40 ລ້ານຄົນໃນປີນີ້ຕາມເປົ້າໝາຍ ເພາະຊາວຈີນກວມອັດຕາສ່ວນເຖິງ 27% ຂອງນັກທ່ອງທ່ຽວຕ່າງຊາດທັງໝົດ, ຊາວຈີນມາທ່ຽວຍີ່ປຸ່ນສູງເຖິງ 8,4 ລ້ານຄົນໃນປີ 2018 ເພີ່ມຂຶ້ນຈາກ 450.000 ຄົນໃນປີ 2003, ທຸລະກິດທີ່ໄດ້ຮັບຜົນກະທົບໜັກທີ່ສຸດນອກເໜືອຈາກໂຮງແຮມ, ຮ້ານອາຫານ ແລະ ແຫລ່ງທ່ອງທ່ຽວຄື ຮ້ານຄ້າ ເພາະຊາວຈີນນິຍົມຊື້ເຄື່ອງໃຊ້ໄຟຟ້າ, ເຄື່ອງສຳອາງໃນຍີ່ປຸ່ນ.
ນັກກົນລະຍຸດການຕະຫລາດຂອງແອກຊີຄອບເຊື່ອວ່າ: ຍີ່ປຸ່ນອາດຈະຕ້ານທານຜົນກະທົບໄດ້ດີກວ່າໄທທີ່ອາໄສການທ່ອງທ່ຽວເຖິງ 18% ຂອງ GDP ສະເພາະຊາວຈີນກວມອັດຕາສ່ວນກວ່າ 1 ໃນ 4 ຂອງນັກທ່ອງທ່ຽວຕ່າງຊາດທັງໝົດ.
ສ່ວນອົດສະຕຣາລີທີ່ກຳລັງເດືອດຮ້ອນຈາກໄຟໄໝ້ປ່າອາດຈະໄດ້ຮັບຜົນກະທົບເຊັ່ນກັນ, ຊາວຈີນເຂົ້າໄປທ່ຽວເພີ່ມຂຶ້ນສອງເທົ່າໃນໄລຍະ 6 ປີ ແລະ ກວມອັດຕາສ່ວນ 15% ຂອງນັກທ່ອງທ່ຽວຕ່າງຊາດທັງໝົດ. ເຖິງຢ່າງໃດກໍຕາມ, ປະທານກຳມະການບໍລິຫານ ຫລື CEO ຂອງສະມາຄົມສົ່ງເສີມການທ່ອງທ່ຽວພາກພື້ນອາຊີ-ປາຊີຟິກ ຍອມຮັບວ່າ: ຍາກຈະຄາດກະໄດ້ວ່າວິກິດໄວຣັສຈະຍືດເຍື້ອດົນພຽງໃດ, ເບື້ອງຕົ້ນຄາດໄວ້ 3-6 ເດືອນ ແຕ່ຂຶ້ນກັບວ່າສະຖານະການຈະເປັນແນວໃດໃນຫລາຍອາທິດຕໍ່ໜ້າ.