ຄະນະສະເພາະກິດແຂວງວຽງຈັນລົງຊຸກຍູ້ວຽກງານ ກໍ່ສ້າງທາງເລກທີ 4501 ແຕ່ບ້ານຫີນເຫີບ-ເມືອງໝື່ນ-ຊະນະຄາມ ຍາວ 132 ກິໂລແມັດ

ໃນວັນທີ 24 ມັງກອນຜ່ານມານີ້, ຄະນະສະເພາະກິດຂອງແຂວງວຽງຈັນ ນຳໂດຍ ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງວຽງຈັນ ໄດ້ລົງຊຸກຍູ້ໂຄງການກໍ່ສ້າງທາງເລກທີ 4501 ແຕ່ທາງແຍກ 13 ເໜືອ ບ້ານຫີນເຫີບ-ເມືອງເຟືອງ-ເມືອງໝື່ນ-ຊະນະຄາມ ແຂວງວຽງຈັນ ມີຄວາມຍາວ 132 ກິໂລແມັດ ມີມູນຄ່າທັງໝົດ 1.253 ກວ່າຕື້ກີບ ໂດຍແມ່ນບໍລິສັດ ເຮືອງສີ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວເປັນຜູ້ຮັບເໝົາ, ມີໄລຍະເວລາກໍ່ສ້າງທັງໝົດ 60 ເດືອນ (5 ປີ) ແລະ ໄດ້ຕໍ່ສັນຍາຕື່ມອີກ 3 ປີ ຮອດເດືອນ 4 ປີ 2021, ມີວິສາຫະກິດ ລາວໂອວີເປັນ ທີ່ປຶກສາ ແລະ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 1/3/2013 ເປັນຕົ້ນມາ ເປັນເສັ້ນທາງປູຢາງ 2 ຊັ້ນ (ທາງປະເພດຊັ້ນ IV) ໜ້າທາງກວ້າງ 9 ແມັດ, ຊັ້ນ ll ກວ້າງ 8 ແມັດ ໂດຍຜ່ານເທສະບານເມືອງຫີນເຫີບ, ເມືອງເຟືອງ, ເມືອງໝື່ນ ກວ້າງ 14 ແມັດ. ມີທາງຍ່າງ 2 ເບື້ອງ ກວ້າງເບື້ອງລະ 2 ແມັດ, ມາຮອດປັດຈຸບັນຄືບໜ້າແລ້ວ 51,83% ໂດຍບໍລິສັດຮັບຜູ້ເໝົາໄດ້ສືບຕໍ່ປະຕິບັດວຽກເປັນປົກກະຕິ, ຄາດວ່າແຕ່ນີ້ຫາເດືອນພຶດສະພາ 2020 ຈະປູຢາງໃຫ້ໄດ້ 30 ກິໂລແມັດຂຶ້ນໄປ, ພ້ອມສືບຕໍ່ວຽກຕັດພູ, ຂະຫຍາຍທາງ, ວຽກທໍ່ລະບາຍນ້ຳ ແລະ ອື່ນໆໃຫ້ສຳເລັດຕາມແຜນ.