ກະຊວງ​ການ​ເງິນໄຂບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ

- finance - ກະຊວງ​ການ​ເງິນໄຂບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ
- kitchen vibe - ກະຊວງ​ການ​ເງິນໄຂບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ

ກະຊວງການເງິນ ໄດ້ໄຂບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກຂື້ນ ໃນວັນທີ 1 ມີຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະພັກ ​ແລະ ສະມະຊິກພັກອ້ອມຂ້າງກະຊວງການເງິນເຂົ້າຮ່ວມຢ່າງ​ພ້ອມພຽງ.

ໃນໂອກາດດັ່ງກ່າວ ສະຫາຍ ສົມດີ ດວງດີ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ການ​ເງິນ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ບັ້ນດໍາເນີນຊີວິດການເມືອງໃນຄັ້ງນີ້ ແມ່ນເພື່ອປັບປຸງປົວແປງທົ່ວຄະນະພັກກະຊວງການເງິນເປັນຕົ້ນແມ່ນດ້ານການເມືອງແນວຄິດ, ການຈັດຕັ້ງແບບແຜນວິທີການເຮັດວຽກຂອງຄະນະພັກກະຊວງ ແນໃສ່ຍົກສູງບົດບາດເປັນແກນນໍາລະບົບການເມືອງຢູ່ຂັ້ນກະຊວງ ເປັນການປັບປຸງກໍ່ສ້າງພັກໃຫ້ປອດໃສ, ໜັກແໜ້ນເຂັ້ມແຂງ, ເສີມຂະຫຍາຍໄດ້ດ້ານຕັ້ງໜ້າຂອງຄະນະບໍລິຫານງານພັກ, ປັບປຸງແກ້ໄຂດ້ານອ່ອນຂໍ້ຂາດຕົກບົກຜ່ອງຂອງແຕ່ລະສະຫາຍໃນຄະນະພັກ, ສາມາດສະຫຼຸບຕີລາຄາຄວາມຮັບຜິດຊອບໃນການຊີ້ນໍາ-ນໍາພາລວມຂອງຄະນະພັກແຕ່ລະຂັ້ນ,​ ສໍາຫລດກວດກາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ. ການດໍາເນີນຊີວິດການເມືອງປັບປຸງປົວແປງທົ່ວອົງຄະນະພັກກະຊວງໃນຄັ້ງນີ້ຕ້ອງມີການຫັນປ່ຽນທີ່ແທ້ຈິງຂອງຂະແໜງ ການເງິນໄປສູ່ອັນໃໝ່ທີ່ຕັ້ງໜ້າ, ເສີມຂະຫຍາຍມູນເຊື້ອ, ຜົນງານດ້ານດີຂອງພັກໃນໄລຍະຜ່ານມາ, ແກ້ໄຂຈຸດອ່ອນ, ຂໍ້ບົກຜ່ອງ, ພະຍາດອາດຍາສິດ, ສໍ້ລາດບັງຫລວງ, ຍົກສູງຄວາມຮັບຜິດຊອບການເມືອງ ປະຕິບັດກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຢ່າງເຂັ້ມງວດ ແລະ ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງຂອງຄະນະພັກແຕ່ລະຂັ້ນ ພ້ອມກັນກໍານົດທິດທາງ, ມາດຕະການແກ້ໄຂບັນຫາທີ່ເກີດຂື້ນຕົວຈິງຢູ່ໃນຮາກຖານພັກຂອງຕົນ.

ນອກຈາກນັ້ນຍັງໄດ້ເຊື່ອມຊຶມ 3 ເອກະສານທີ່ສໍາຄັນເປັນຕົ້ນແມ່ນເອກະສານເດັດດ່ຽວປັບປຸງປົວແປງທົ່ວພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ເອກະສານ ບົດສະຫລຸບຕີລາຄາຄືນການນໍາພາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກກະຊວງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ​​ X ຂອງພັກ ໂດຍອີງໃສ່ພາລະບົດບາດ, ສິດໜ້າທີ່, ຄວາມຮັບຜິດຊອບ, ກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ສອດຄ່ອງກັບບັນຫາທີ່ເກີດຂື້ນຕົວຈິງ. ພາຍຫລັງບັ້ນດໍາເນີນຊີວິດການເມືອງແລ້ວ ຕ້ອງໄດ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າເປັນການປັບປຸງ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກໃຫ້ໜັກແໜ້ນຍິ່ງຂື້ນບົນພື້ນຖານຫຼັກການ ແລະ ແນວທາງຂອງພັກປັບປຸງນໍ້າໃຈຮັກຊາດ ຄວາມເປັນແບບຢ່າງນໍາໜ້າຂອງຄະນະພັກແຕ່ລະສະຫາຍ.

- 4 - ກະຊວງ​ການ​ເງິນໄຂບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!