ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ

ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ - 57 3 - ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ
ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ - kitchen vibe - ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ

ທິດ​ກໍ່າ:

     ສະພາບ​ຄວາມ​ເປັນ​ຈິງ​ໃນ​ວົງ​ການ​ສຶກສາ​ຮໍ່າຮຽນ​ຂອງ​ບັນດາ​ນັກຮຽນ-ນັກ​ສຶກສາ​ຢູ່​ປະ​ເທດ​ເຮົາ​ໃນ​​ຜ່ານ​ມາ ກໍ​ຄື​ຍຸກ​ປັດຈຸບັນ ​ໂດຍ​ສະ​ເພາະ​ແມ່ນ​ໃນ​ລະດັບ​ວິທະຍາ​ໄລ, ມະຫາວິທະຍາ​ໄລ ​ເມື່ອ​ຮຽນ​ຈົບ​ໄປ​ແລ້ວ​ໃຜ​ກໍ​ມຸ້ງ​ຫວັງ​ຢາກ​ເຂົ້າ​ເຮັດ​ວຽກ​ນຳ​ລັດ, ຕ້ອງການ​ຢາກ​ເປັນ​ເຈົ້າ​ເປັນ​ນາຍ, ມີ​ບົດບາດ​ໃນ​ສັງຄົມ, ​ເຮັດ​ວຽກ​ໜ້ອຍ​ແຕ່​ຢາກ​ໄດ້​ເງິນ​ຫລາຍ, ​ເຮັດ​ວຽກ​ນັ່ງ​ຢູ່​ຫ້ອງ​ແອ, ມີ​ເງິນ​ມີ​ຄຳ​, ມີ​ລົດ​ຂີ່​ຄັນ​ງາມ ​ແລະ ມີ​ຄະ​ລື​ຫາດ​ຫລັງ​ໃຫຍ່ໆ​ຫລູຫລາ. ​ເມື່ອ​ຖືກ​ຊັກ​ຖາມ​ເຖິງ​ຄວາມ​ຕ້ອງການ​ໃນ​ດ້ານ​ໜ້າ​ທີ່​ການ​ງານ ​ໃຜ​ກໍ​ເຫີ່​ຢາກ​ໄປ​ຮຽນ​ແຕ່​ຂະ​ແໜງ​ເສດຖະກິດ-ການ​ເງິນ, ຢາກ​ເປັນ​ພາສີ, ຢາກ​ຢູ່​ອາກອນ ​ເຫລືອ​ຈາກ​ນັ້ນຈຶ່ງ​ໂງ​ໄປ​ຮຽນ​ຂະ​ແໜງ​ອື່ນ​ທີ່​ເປັນ​ສຳຮອງ​ລົງ​ມາ, ສ່ວນ​ໃນ​ທາງ​ກົງກັນຂ້າມ ​ເມື່ອ​ຖືກ​ໂມ​ວ່າ​ມີ​ໃຜ​ແດ່​ຕ້ອງການ​ໄປ​ຮຽນ​ວິຊາ​ຊີບ ​ເມື່ອ​ຮຽນ​ຈົບ​ມາ​ແລ້ວ​ຈະສາມາດ​ປະກອບ​ອາຊີບ​ດ້ວຍ​ຕົນ​ເອງ ຫລື ຊອກ​ວຽກ​ເຮັດ​ງານ​ທຳ​ໄດ້​ງ່າຍ​ເຊັ່ນ: ຮຽນ​ກົນ​ຈັກ, ຮຽນ​ປຸງ​ແຕ່ງ, ຕັດຫຍິບ, ຮຽນ​ລ້ຽງສັດ-ປູກຝັງ ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ ຖ້າ​ທຽບ​ໃສ່​ຄວາມ​ຕ້ອງການ​ໃນ​ປັດຈຸບັນ. ຕົວຢ່າງ​ແຕ່ລະ​ປີ​ມີ​ຕົວ​ເລກ​ຕ້ອງການ​ເປັນ 1.000 ຄົນ ກໍ​ມີ​ພຽງ​ສາມ​ສີ່​ຮ້ອຍ​ຄົນ​ສະໝັກ. ນີ້​ຄື​ຄວາມ​ເປັນ​ຈິງ​ຂອງ​ສັງຄົມ​ລາວ ກໍ​ຄື​ຄວາມ​ໄຝ່ຝັນ​ຂອງ​ນັກຮຽນ​-ນັກ​ສຶກສາລາ​ວ​ໃນ​ຜ່ານໆ​ມາ ກໍ​ຄື​ສະພາບ​ປັດຈຸບັນ.

ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ - Visit Laos Visit SALANA BOUTIQUE HOTEL - ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ

     ​ເມື່ອ​ຕັ້ງ​ໂຈດ​ກັນ​ວ່າ ​ເປັນ​ຫຍັງ​ຈຶ່ງ​ພາກັນ​ມັກ​ຮຽນ​ແຕ່​ຂະ​ແໜງ​ເສດຖະກິດ-ການ​ເງິນ ? ຍ້ອນ​ວ່າ​ຂະ​ແໜງ​ນີ້​ເປັນ​ອາຊີບ​ທີ່​ພວມ​ເຫີ່ ​ແລະ ​ໂດດ​ເດັ່ນ​ກວ່າ​ໝູ່​ໃນ​ສັງຄົມ​ລາວ ບໍ່​ວ່າ​ຍຸກ​ໃດໆ. ຕົວ​ຢ່າງ​ວ່າ​ໄດ້​ເປັນ​ພະນັກງານ​ພາສີ ຄົນ​ຂີ້ຮ້າຍ​ກໍ​ເປັນ​ຄົນ​ງາມ ຍ້ອນ​ພາສີ​ມີ​ເງິນ​ຫລາຍ, ມີ​ຄະ​ລື​ຫາດ​ຫລັງ​ໃຫຍ່ຫລັງ​ງາມ, ມີ​ລົດ​ຂີ່​ຫລູ, ​ໄປ​ທາງ​ໃດ​ກໍ​ຜຶງ​ຜາຍ, ​ໂກ້​ເກ​ດ້ວຍ​ເຄື່ອງ​ແບບ​ຈົບງາມ, ມີ​ເງິນ​ໃຊ້​ຈ່າຍ​ຢ່າງ​ບໍ່​ອັ້ນ, ມີ​ບໍລິວານ​ໝູ່ຄູ່, ຍາດຕິ​ພີ່ນ້ອງ​ຕຸ້ມ​ຫໍ່ ບໍ່​ຄື​ພະນັກງານ​ຂະ​ແໜງ​ການ​ອື່ນໆ​ທີ່​ເຮັດ​ວຽກ​ຄອງ​ຖ້າ​ແຕ່​ເງິນ​​ເດືອນ ຈັບ​ໜ້າ​ຫວິດ​ຫລັງ ຈັບ​ຫລັງ​ຫວິດ​ໜ້າ ດັ່ງ​ຕຸ້ມ​ຜ້າ​ຫົ່ມ​ບໍ່​ຫຸ້ມ​ເຕັມ​ໂຕ. ​ເພາະສະນັ້ນ ​​ພະນັກງານ​ພາສີ​ກໍ​ເລີຍ​ກາຍ​ເປັນ​ລົດ​ນິຍົມ​ທີ່​ໃຜ​ກໍ​ໄຝ່ຝັນ​ຢາກ​ເປັນ, ​ແຕ່​ວ່າ​ເມື່ອ​ພວກ​ເຮົາ​ຫາກ​ພາກັນ​ຕັ້ງຄຳ​ຖາມ​ ພາສີ​ຢູ່​ເມືອງ​ລາວ​ເຂົາ​ເອົາ​ເງິນ​ມາ​ແຕ່​ໃສຄື​ຮັ່ງມີ​ແທ້ ? ມັນ​ກໍ​ໄດ້​ມາ​ຈາກ​ຫລາຍ​ປັດ​ໄຈ ​ແລະ ​ເງື່ອນ​ໄຂ, ​ແຕ່​ອັນ​ທີ່​ແນ່ນອນ​ທີ່​ສຸດ​ຄື​ໄດ້​ມາ​ຈາກ​ຄວາມ​ບໍ່​ໂປ່​ງ​ໃສ, ການ​ສໍ້​ລາດ​ບັງ​ຫລວງ​ ກໍ​ຄືສິນ​ຈ້າງ​ລາງວັນ​ດ້ວຍ​ຮູບ​ການ​ວິທີ​ການ​ອື່ນໆ, ການ​ລັກ​ໂລບ​ຫລາຍ​ວ່າ​ໜ້ອຍ ໜ້ອຍ​ກໍ​ວ່າ​ບໍ່​ມີ, ບິ​ແບ່ງ​ເອົາ​ເງິນ​ທີ່​ປະຊາຊົນ​ເຂົາ​ເສຍ​ພັນທະ​ອາກອນ​ຕ່າງໆ​ດ້ວຍ​ຮູບ​ການ​ແບ່ງ​ພຸ້ນ​ແບ່ງ​ພີ້, ຕົນ​ເອງ​ເອົາ​ຫລາຍ​ຖອກ​ເຂົ້າງົບປະມານ​ໜ້ອຍ ຫລື ດ້ວຍ​ຮູບ​ການ​ອື່ນ​ທີ່​ມີ​​ໃນ​ຂົງ​ເຂດ​ວິຊາ​ສະ​ເພາະ. ນີ້​ແມ່ນ​ຍົກ​ສະ​ເພາະ​ແຕ່​ຂົງ​ເຂດ​ວຽກ​ພາສີ ​ແລະ ຍັງ​ມີ​ຂົງ​ເຂດ​ອື່ນໆ​ທີ່​ບໍ່​ທັນ​ໂປ່​ງ​ໃສ​ໃນ​​ຖັນ​ແຖວ​ພະນັກງານ​ຂອງ​ລັດ​ຢູ່​ປະ​ເທດ​ເຮົາ​ກໍ​ມີ​ຢູ່​ບໍ່​ໜ້ອຍ.

     ຄືຜົນ​ການ​ສະຫລຸບ​ຄວາມ​ບໍ່​ໂປ່​ງ​ໃສ​ໃນ​ປີ 2019 ຂອງ​ອົງກອນ​ເພື່ອ​ຄວາມ​ໂປ່​ງ​ໃສ​ນາໆ​ຊາດ ລາວ​ເຮົາ​ຍັງ​ຢູ່​ໃນ​ລະດັບ​ແຖວ​ໜ້າ​ຂອງ​ອາ​ຊຽນ ​ແລະ ຂອງ​ໂລກ. ໝາຍວ່າ​ອັນ​ດັບ 2 ຂອງ​ອາຊຽນ ​ແລະ ອັນ​ດັບ 9 ຂອງ​ໂລກ. ສ່ວນວ່າ​ຜົນ​ກະທົບ​ແບບ​ກວມ​ລວມຮ້າຍ​ແຮງ​ນັ້ນ ປະ​ເທດ​ຊາດ​ຍັງ​ຕົກ​ຢູ່​ໃນ​ສະພາບ​​ທຸກ​ຍາກ ​ແລະ ດ້ອຍ​ພັດທະນາ, ​ຖັນ​ແຖ​ວພະ​ນັກ​ງານ​ຂອງ​ລັດ​ຜູ້​ຢູ່​ໃກ້​ກັບ​ເງິນ​ມີ​ຢູ່​ມີ​ກິນ, ​ເຫລືອ​ໃຊ້​ເຫລືອ​ຈ່າຍ. ສ່ວນ​ຜູ້​ຢູ່​​ໄກ​ກັບ​ເງິນ​ຍັງ​ຕົກ​ຢູ່​ໃນ​ຄວາມ​ຫຍຸ້ງຍາກ​ຂາດ​ເຂີນ. ນີ້​ຄື​ຕົວ​ຊີ້​ວັດ​ຕົວ​ຈິງ​ໃນ​ສັງຄົມ​ລາວ​ທີ່​ພວມ​ມີ​ການ​ແກ້ງ​ແຍ່ງ​ແຂ່ງຂັນ​ກັນ​ໃນ​ກາ​ນປະກອບ​ອາຊີບ​ທີ່​ມີ​ການ​ຫລຸດ​ໂຕນ​ກັນ.

      ​ເພື່ອ​ແກ້​ໄຂ​ສະພາບ​ຄ່າ​ນິຍົມ​ດັ່ງກ່າວ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ ? ​ໃນ​ແນວທາງ​ຂອງ​ພັກ ​ແລະ ລັດຖະບານ​ເຮົາ​ກໍ​ມີ​ບັນດາ​ມະຕິ​ຕ່າງໆ​ກໍ​ໄດ້​ເວົ້າມາ​ຫລາຍ​ແລ້ວ​ເຊັ່ນ​ວ່າ: ການ​ປະຢັດ, ອົງ​ກອນ​ກວດກາ​ພັກ-ລັດ​ເລັ່ງປາບ​ການ​ສໍ້​ລາດ​ບັງ​ຫລວງ ນັບ​ທັງ​ດຳ​ເນີນ​ການ​ສືບສວນ-ສອບ​ສວນ​ຜູ້​ກະທຳ​ຜິດ​ມາ​ລົງ​ໂທດ, ​ເລັ່ງສົ່ງ​ເສີມ​ການ​ຜະລິດ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ, ກຳຈັດ​ຂັ້ນຂອດ​ການ​ບໍລິຫານ​ວຽກ​ໃຫ້​ໂປ່​ງ​ໃສ ​ແລະ ​ໃຊ້​ມາດ​ຕະການ​ທາງ​ອາຍາ, ທາງ​ແພ່ງ​ຕໍ່​ຜູ້​ກະທຳ​ຜິດ ​ແຕ່​ກໍ​ເຫັນ​ວ່າ​ຍັງ​ຕິດ​ອັນ​ດັບ​ແຖວ​ໜ້າ​ຄວາມ​ບໍ່​ໂປ່​ງ​ໃສ​ໃນ​ພາກພື້ນ ​ແລະ ສາກົນ​ຢູ່.

     ​ເຖິງ​ຢ່າງ​ໃດ​ກໍ​ດີ, ອີກ​ສິ່ງ​ໜຶ່ງ​ທີ່​ພວກ​ເຮົາ​ຄວນ​ຄິດ ​ແລະ ພ້ອມ​ກັນ​ແກ້ ນັ້ນຄື​ການ​ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ ​ແລະ ຄຸນຄ່າ​ຂອງ​ເງິນ​ໃຫ້​ສົມ​ດູ​ນກັນ ​ເປັນຕົ້ນອາຊີບ​ໃດ​ທີ່​ປະ​ເທດ​ບ້ານ​ເມືອງ​ພວມ​ຕ້ອງການ​ຄວນ​ລົງທຶນ ​ແລະ ສົ່ງ​ເສີມ​ຢ່າງ​ຈິງ​ຈັງ, ​ໄປ​ພ້ອມ​ກັນນັ້ນ ການ​​ໃຊ້​ມາດ​ຕະການ​ທາງ​ກົດໝາຍ​ຕໍ່​ບຸກຄົນ ​ແລະ ຂະ​ແໜງ​ການ​ເສດຖະກິດ​ນັ້ນຕ້ອງ​ຮັດກຸມ, ​ເດັດຂາດ​ພະຍາດ​ເຫີ່​ ຈຶ່ງ​ຫລຸດຜ່ອນການ​ສໍ້​ລາດ​ບັງ​ຫລວງ​ ​ແລະ ​ເຂັດ​ຫລາບ​ໄປ​​ໄດ້.

ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ - 4 - ປັບ​ຄ່າ​ນິຍົມ​ດ້ວຍ​ການ​ດັດສົມ​ຄຸນຄ່າ​ຂອງ​ງານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!