ເລັ່ງກວດກາດ່ວນລົດແກ່ດິນອາລະວາດໜັກເຂດເມືອງໄຊທານີ

- Image - ເລັ່ງກວດກາດ່ວນລົດແກ່ດິນອາລະວາດໜັກເຂດເມືອງໄຊທານີ
- kitchen vibe - ເລັ່ງກວດກາດ່ວນລົດແກ່ດິນອາລະວາດໜັກເຂດເມືອງໄຊທານີ

ປະຊາຊົນເມືອງໄຊທານີ, ນະຄອນຫລວງວຽງຈັນ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງຮີບຮ້ອນລົງກວດກາບັນດາລົດແກ່ດິນໃນເຂດເມືອງດັ່ງກ່າວໃຫ້ແດ່, ພາຍຫລັງເຫັນວ່າຈໍານວນລົດດັ່ງກ່າວລະເມີດລະບຽບ, ສ້າງຄວາມເປື້ອນເປີະໃຫ້ເສັ້ນທາງ ແລະ ການຈະລາຈອນໄປມາຂອງປະຊາຊົນ, ຍ້ອນບໍ່ໃຊ້ຜ້າປົກໃນເວລາຂົນສົ່ງດິນ, ໂດຍສະເພາະເສັ້ນທາງນັບແຕ່ບ້ານທ່າງ່ອນຫາວົງວຽນດອນໜູນ ແລະ ຍາວມາຮອດສີ່ແຍກໄຟແດງດົງໂດກເຫັນວ່າເສັ້ນທາງເປີ້ະເປື້ອນຫລາຍ, ຄູກາງທາງ ແລະ ຂອບທາງສອງເບື້ອງເຕັມແຕ່ຂີ້ດິນຍ້ອນເກີດຈາກເສດດິນຕົກເຮ່ຍອອກຈາກລົດແກ່ດິນໃນແຕ່ລະມື້, ເມື່ອຝົນຕົກກໍເປັນຂີ້ຕົມເປີະເປື້ອນ, ເວລາແດດອອກກໍເປັນຂີ້ຝຸ່ນປິວໄຫງຮ້າຍແຮງສ້າງມົນລະພິດບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ດັ່ງນັ້ນຂໍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຮີບຮ້ອນລົງກວດກາເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໃຫ້ເສັ້ນທາງມີຄວາມສະອາດຈົບງາມຂຶ້ນ.

- 3 - ເລັ່ງກວດກາດ່ວນລົດແກ່ດິນອາລະວາດໜັກເຂດເມືອງໄຊທານີ
- Visit Laos Visit SALANA BOUTIQUE HOTEL - ເລັ່ງກວດກາດ່ວນລົດແກ່ດິນອາລະວາດໜັກເຂດເມືອງໄຊທານີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!