ລັດຖະບານລາວສະແດງຄວາມເຫັນໃຈຕໍ່ ສປ ຈີນ ກ່ຽວກັບສະພາບການລະບາດຂອງເຊື້ອໄວຣັສ ໂຄໂຣນາ
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕາງໜ້າລັດຖະບານ ແລະ ປະຊາຊົນລາວ, ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ຜ່ານສະຫາຍ ຫລີ ເຄີສຽງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ, ມາຍັງພັກ-ລັດຖະບານ ແລະ ປະຊາຊົນຈີນ. ໂດຍສະເພາະ ຄອບຄົວຂອງຜູ້ເສຍຊີວິດໃນຄັ້ງນີ້. ພັກ, ລັດຖະບານ ແລະ ປະຊາຊົນລາວ ຂໍແບ່ງປັນຄວາມທຸກໂສກ ແລະ ຂໍເປັນກໍາລັງໃຈໃຫ້ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ເພື່ອປ້ອງກັນ ແລະ ຕໍ່ສູ້ກັບການລະບາດຂອງເຊື້ອພະຍາດດັ່ງກ່າວ ຮ່ວມກັບວົງຄະນາຍາດສາກົນໃຫ້ມີຜົນສໍາເລັດສູງສຸດ.
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຊີ້ນໍາ-ນໍາພາລະດັບສູງ ແລະ ທັນການຂອງ ພັກ ແລະ ລັດຖະບານຈີນ, ເພື່ອສຸມທຸກກໍາລັງແຮງເຂົ້າໃນການຄວບຄຸມການລະບາດຂອງເຊື້ອໄວຣັສດັ່ງກ່າວ, ຈົນສາມາດເຮັດໃຫ້ການລະບາດຖືກຈໍາກັດລົງ. ພ້ອມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາ ແລະ ການເອົາໃຈໃສ່ຢ່າງໃກ້ຊິດຂອງບັນດາສະຫາຍການນຳຂັ້ນສູນກາງກໍຄືທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູສະພາບດັ່ງກ່າວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ພ້ອມນີ້, ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດສະພາບການລະບາດຂອງ ເຊື້ອໄວຣັສ ໂຄໂລນາ ສາຍພັນໃໝ່ ຢູ່ນະຄອນອູ່ຮັນ, ແຂວງຫູເປີຍ ນັບແຕ່ທ້າຍປີ 2019 ເປັນຕົ້ນມາ, ທີ່ໄດ້ແຜ່ຂະຫຍາຍໄປນະຄອນອື່ນໆຂອງ ສປ ຈີນ ອັນໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ, ສ້າງຄວາມສູນເສຍດ້ານຊີວິດແກ່ປະຊາຊົນຈີນເປັນຈໍານວນຫລວງຫລາຍອີກດ້ວຍ.