ໜ້າເປັນຫ່ວງການສໍ້ລາດບັງຫຼວງຢູ່ລາວ
ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ເວົ້າເລື່ອງການສໍ້ລາດບັງຫຼວງແມ່ນມີຢູ່ທຸກປະເທດໃນທົ່ວໂລກ ບໍ່ວ່າແຕ່ປະເທດດ້ອຍພັດທະນາ ຫຼື ປະເທດທີ່ຈະເລີນ ແລະ ພັດທະນາແລ້ວ, ຕ່າງແຕ່ວ່າປະເທດໃດມີຫຼາຍປະເທດໃດມີໜ້ອຍເທົ່ານັ້ນ. ອັນວ່າໜ້າເປັນຫ່ວງນັ້ນ ກໍຍ້ອນເຫັນຕົວເລກສຳຫຼວດຂອງສຳນັກງານຂ່າວຕ່າງປະເທດລາຍງານເມື່ອວັນທີ 23 ມັງກອນນີ້ວ່າ: ໂດຍອີງໃສ່ຜົນການຈັດອັນດັບພາວະການສໍ້ລາດບັງຫຼວງໃນປະເທດຕ່າງໆ 180 ປະເທດທົ່ວໂລກໃນຮອບປີ 2019 ຜ່ານມາ ຈາກອົງການເພື່ອຄວາມໂປ່ງໃສນາໆຊາດ ຫຼື ທີໄອ (Transparency International) ທີ່ນະຄອນແບກແລງ ປະເທດເຢຍລະມັນ ໄດ້ຈັດເປັນດັດຊະນີພາບແຫ່ງການສໍ້ລາດບັງຫຼວງ ຫຼື ຊີພີໄອ (Coruption Index) ໂດຍຈັດອັນດັບຄະແນນນັບແຕ່ 0 ຊຶ່ງເປັນຄະແນນສໍ້ລາດບັງຫຼວງຫຼາຍທີ່ສຸດຫາ 100 ຄະແນນ ຊຶ່ງເປັນຄະແນນສໍ້ລາດບັງຫຼວງໜ້ອຍທີ່ສຸດ. ປາກົດວ່າປະເທດທີ່ມີການສໍ້ລາດບັງຫຼວງໜ້ອຍທີ່ສຸດໃນຮອບປີ 2019 ຄອງອັນດັບ 1 ຮ່ວມກັນມີ 2 ປະເທດຄື: ດານມາກ ແລະ ນິວຊີແລນ ມີ 87 ຄະແນນ, ອັນດັບ 2 ແມ່ນແຟນລັງ 86 ຄະແນນ, ສ່ວນທີ 3 ມີ 3 ປະເທດຄື: ສິງກະໂປ, ສະວີເດັນ ແລະ ເຊີວິດເຊີແລນ ມີ 85 ຄະແນນ. ສ່ວນກຸ່ມປະເທດທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດຮອບປີຜ່ານມາມີ: ອັບດັບ 1 ໂຊມາລີ 9 ຄແນນ, ຊູດັງໃຕ້ 12 ຄະແນນ, ອັນດັບ 3 ຊີຣີ 13 ຄະແນນ, ອັນດັບ 4 ເຢເມນ 15 ຄະແນນ ແລະ ອັນດັບ 5 ເວເນຊູເອລາ 16 ຄະແນນ. ສ່ວນປະເທດລາວເຮົາຍັງຄົງຢູ່ໃນອັນດັບ 130 ດັ່ງປີ 2018 ໂດຍມີຄ່າສະເລ່ຍຢູ່ທີ່ 29 ຄະແນນ. ສ່ວນປະເທດທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດໃນອາຊຽນ ຄືປະເທດກຳປູເຈຍ ຢູ່ອັນດັບຄວາມໂປ່ງໃສ 262 ມີຄ່າສະເລ່ຍ 20 ຄະແນນ.
ເມື່ອເບິ່ງຕົວເລກຂ້າງເທິງນີ້ແລ້ວ ກໍມີຄວາມເປັນຫ່ວງ ແລະ ກັງວົນເປັນຢ່າງຍິ່ງທີ່ລາວເຮົາຢືນຢູ່ອັນດັບຕົ້ນໆໃນປະເທດອາຊຽນທີ່ມີການສໍ້ລາດບັງຫຼວງຫຼາຍທີ່ສຸດ ຊຶ່ງຜ່ານມາລັດຖະບານກໍໄດ້ດຳເນີນການແກ້ໄຂບັນຫາສໍ້ລາດບັງຫຼວງຢ່າງໄດ້ຮັບໝາກຮັບຜົນມາແລ້ວ ແລະ ປັດຈຸບັນກໍຍັງຈັດຕັ້ງປະຕິບັດກວດກາຊອກຫາຜູ້ສໍ້ໂກງຢ່າງຕໍ່ເນືອງ. ເຖິງຢ່າງໃດກໍດີ, ກໍຂໍຮຽກຮ້ອງມາຍັງປະຊາຊົນລາວຈົ່ງເປັນຫູເປັນຕາຊ່ວຍພັກ-ລັດຖະບານຢ່າງເປັນເຈົ້າການຕື່ມອີກ, ຖ້າມີແຕ່ພາກລັດພຽງຝ່າຍດຽວຄົງຈະມີຄວາມຫຍຸ້ງຍາກໃນການປາບປາມພວກບໍ່ດີເຫຼົ່ານີ້. ການສໍ້ລາດບັງຫຼວງເປັນສັດຕູພາຍໃນຕົວຮ້າຍກາດ ມັນມາສາມາດ ລົ້ມລະບອບ ແລະ ມ້າງເພປະເທດຊາດໃຫ້ພັງພິນາດໄດ້ ຖ້າພວກເຮົາຍັງປະໃຫ້ມັນຍັງມີລິດຕໍ່ໄປ. ດັ່ງນັ້ນ ພວກເຮົາຕ້ອງໄດ້ພ້ອມກັນປ້ອງກັນ, ສະກັດກັ້ນ ແລະ ປາບປາມການສໍ້ລາດບັງຫຼວງໃຫ້ໝົດໄປຢ່າງສິ້ນເຊີງ. ປະເທດຊາດຈຶ່ງຈະຈະເລີນຮຸ່ງເຮືອງໄດ້.