ບີບີຊີກຽມຫລຸດພະນັກງານຝ່າຍຂ່າວ 450 ຕຳແໜ່ງ


ບີບີຊີປະກາດແຜນ “ປັບໂຄງສ້າງ” ໃຫ້ສອດຄ່ອງກັບຮູບແບບຂ່າວສານທີ່ປ່ຽນແປງໄປ ແລະ ເພື່ອ “ປະຢັດເງິນ” ດ້ວຍມາດຕະການລວມເຖິງການເລີກຈ້າງພະນັກງານຝ່າຍຂ່າວ 450 ຕຳແໜ່ງ.
ທ່ານ ນາງ ຟຣານເຊສກາ ອັນສເວິດ ຜູ້ອຳນວຍການຝ່າຍຂ່າວ ແລະ ສະຖານະການປັດຈຸບັນ ຂອງບໍລິສັດແຜ່ພາບກະຈາຍສຽງອັງກິດ (BBC) ຖະແຫລງໃນວັນທີ 30 ມັງກອນວ່າ: ບີບີຊີ ຈຳເປັນຕ້ອງປັບຮູບແບບການນຳສະເໜີຂ່າວສານໃນທົດສະວັດຕໍ່ໄປ ເພື່ອໃຫ້ທັນກັບຍຸກສະໄໝ ແລະ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ທຸກຝ່າຍວ່າ: ບີບີຊີຈະຍັງຮັກສາສະຖານະການເປັນສຳນັກຂ່າວທີ່ໜ້າເຊື່ອຖືໃນລະດັບໂລກ.
ເຖິງຢ່າງໃດກໍຕາມ, ໜຶ່ງໃນສິ່ງສຳຄັນ ເຊິ່ງກຳລັງສ້າງຄວາມທ້າທາຍໃຫ້ແກ່ຝ່າຍຂ່າວຂອງບີບີຊີ ຄືທີມງານຍັງບໍ່ສາມາດ ເຂົ້າເຖິງຜູ້ຊົມບາງກຸ່ມ ແລະ ແນວທາງການຮັບຮູ້ຂ່າວສານຂອງຜູ້ຊົມກຸ່ມນັ້ນໄດ້. ຂະນະດຽວກັນ ບີບີຊີຜະເຊີນກັບຮູບແບບການໃຊ້ງານສື່ຂອງປະຊາຊົນທີ່ປ່ຽນແປງໄປຕາມຍຸກສະໄໝ. ດ້ວຍເຫດນີ້ “ການປ່ຽນແປງໂຄງສ້າງການເຮັດວຽກ” ຈຶ່ງມີຄວາມຈຳເປັນ ແລະ ແຜນປະຕິບັດງານຂອງຝ່າຍບໍລິຫານ ເຮັດໃຫ້ຕ້ອງມີຄວາມຈຳເປັນຫລຸດງົບປະມານ 80 ລ້ານປອນ ທີ່ຈະນຳໄປສູ່ການຫລຸດຕຳແໜ່ງຂອງຝ່າຍຂ່າວ ແລະ ສະຖານະການປັດຈຸບັນ “ປະມານ 450 ຕຳແໜ່ງ”.