ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ

ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - 022 1 - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ
ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - kitchen vibe - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ການຮ່ວມມືປະຕິບັດໂຄງການທົດລອງປູກໜໍ່ໄມ້ຝຣັ່ງ, ລະຫວ່າງທ່ານ ສີປະໄພ ໄຊສົງຄາມ ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ແລະ ທ່ານ ຢູນ ຢັງຮຸນ ຫົວໜ້າຄຸ້ມຄອງໂຄງການ ວິທະຍາໄລມີຢອງຈີ ສ. ເກົາຫລີ, ໄດ້ມີຂຶ້ນໃນວັນທີ 29 ມັງກອນ ນີ້, ຢູ່ນະຄອນຫຼວງວຽງຈັນ, ມີທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມນໍາດ້ວຍ.

ໂຄງການດັ່ງກ່າວ, ເປັນໂຄງການຮ່ວມມື ລະຫວ່າງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ ແລະ ວິທະຍາໄລ ມີຢອງຈີ (Myongji) ສ. ເກົາຫລີ, ເພື່ອສ້າງເປັນຈຸດຮຽນຮູ້ທາງດ້ານເຕັກນິກວິຊາການ ກ່ຽວກັບການປູກໜໍ່ໄມ້ຝຣັ່ງ ໃຫ້ແກ່ນັກວິຊາການຂອງກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ທັງເປັນການສົ່ງເສີມໃຫ້ຊາວກະສິກອນມີທາງເລືອກໃໝ່ໃນການຜະລິດກະສິກໍາເປັນສິນຄ້າສົ່ງອອກ ສ. ເກົາຫລີ ເພື່ອຊ່ວຍສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - Visit Laos Visit SALANA BOUTIQUE HOTEL - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ
ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - Visit Laos Visit SALANA BOUTIQUE HOTEL - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ
ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - 4 - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ
ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - 5 - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ
ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ - 3 - ລາວ-ສ. ເກົາຫລີ ຮ່ວມມືທົດລອງປູກໜໍ່ໄມ້ຝຣັ່ງ