ສັດປ່າ ແລະ ບັນຫາສຸຂະພາບ


ໂດຍ:ມຶກບໍ່ແຫ້ງ
ການກິນສັດປ່າແມ່ນມີມາແຕ່ດົນບໍ່ສະເພາະໃນປະເທດເຮົາ, ຫຼາຍປະ ເທດອື່ນໆໃນໂລກກໍເຊັ່ນດຽວກັນແຕ່ການກິນສັດປ່າເປັນອາຫານກາຍເປັນທີ່ສົນໃຈຫຼາຍຂຶ້ນເມື່ອໄວຣັສໂຄໂຣນາທີ່ລະບາດຢູ່ ສປ ຈີນ ແລະ ກຳລັງ ແຜ່ຂະຫຍາຍໄປບ່ອນອື່ນໆເຊິ່ງສົງໄສວ່າເກີດຈາກການກິນແກງໂຕເຈຍຢູ່ ເມືອງວູຫ້ານນັ້ນເອງ.
ການລະບາດຂອງໄວຣັສໂຄໂຣນາທີ່ຂ້າຜູ້ຄົນຢູ່ຈີນໄປແລ້ວ 50 ກວ່າ ຄົນ, ມີຜູ້ຕິດເຊື້ອ 1 ພັນກວ່າຄົນແລະຍັງພົບເຫັນຜູ້ຕິດເຊື້ອຢູ່ບັນດາ ປະເທດອື່ນໆ ຕື່ມອີກໂດຍເຮັດໃຫ້ທົ່ວໂລກກຳລັງເຝົ້າລະວັງຢ່າງໃກ້ຊິດ ລວມທັງ ລາວເຮົາ ທີ່ກະຊວງສາທາລະນະສຸກເພິ່ນໄດ້ ອອກແຈ້ງການແຕ່ ຫົວທີໂດຍໄດ້ ບອກວິທີປ້ອງກັນໄວຣັສດັ່ງກ່າວຄັກແນ່.
ໄວຣັສໂຄໂຣນ່າຖືກຄົ້ນພົບເມື່ອ 80 ປີກ່ອນໜ້ານີ້ ຈາກສັດປີກແຕ່ ການລະບາດຄັ້ງນີ້ ນັກວິທະຍາສາດໄດ້ສົງໄສວ່າໄວຣັສດັ່ງກ່າວເກີດ ເນື່ອງການບໍລິໂພກແກງໂຕເຈຍທີ່ເປັນອາຫານຍອດນິຍົມຂອງເມືອງວູຫ້ານນັ້ນເອງ.
ເມື່ອເປັນເຊັ່ນນັ້ນທາງການຈີນໂດຍສະເພາະກະຊວງກະສິກຳໄດ້ອອກຄຳສັ່ງການໃຫ້ເຂັ້ມງວດໃນການຄ້າຂາຍສັດປ່າ. ນອກນັ້ນກຸ່ມນັກຄົ້ນຄວ້າທີ່ ມີຊື່ສຽງຈຳນວນ 19 ຄົນຈາກສະຖາບັນວິຍາສາດປະເທດຈີນ ແລະ ມະຫາວິທະຍາໄລຊັ້ນນຳໄດ້ຮຽກຮ້ອງໃຫ້ ລັດຖະບານປາບປາມການຄ້າ ຂາຍສັດປ່າຢ່າງຈິງຈັງຫຼາຍຂຶ້ນໂດຍສະເພາະຢູ່ ເມືອງວູຫ້ານທີ່ເປັນບ່ອນ ແຜ່ລະບາດຂອງໄວຣັສໂຄໂຣນ່າ.
ການຄ້າຂາຍ ແລະ ການບໍລິໂພກສັດປ່າຢູ່ ສປຈີນຖືວ່າເປັນບັນຫາ ໜຶ່ງທີ່ລັດຖະບານຂອງປະເທດດັ່ງກ່າວໄດ້ໃຫ້ຄວາມສຳຄັນເຊິ່ງມັກພົບເຫັນການຢຶດສິ້ນສ່ວນສັດປ່າສົ່ງເຂົ້າໄປສປຈີນເປັນປະຈຳ.
ເມື່ອເປັນເຊັ່ນນັ້ນຈຶ່ງມີຂໍ້ສົງໄສວ່າໄວໂຄໂຣນ່າເກີດຈາກການກິນແກງໂຕເຈຍກໍອາດນຳໄປສູ່ ການຕອບຕ້ານການຄ້າຂາຍສັດປ່າຢ່າງເຂັ້ມ ງວດກວ່າເກົ່າ.
ເຫດການດັ່ງກ່າວທັງນັກຄົ້ນຄວ້າແລະນັກອະນຸລັກທັງຫຼາຍຕ່າງກໍຄິດວ່າວັດທະນະທຳການບໍໂພກສັດປ່ານັ້ນໄດ້ມານຳເຊິ່ງການຄ້າຂາຍສັດປ່າທີ່ ເພີ່ມຂຶ້ນໂດຍສະເພາະສປຈີນທີ່ເປັນຕະຫຼາດໃຫຍ່ ເພາະການບໍລິໂພກເປັນ ອາຫານປະຈຳວັນກໍຄືຄວາມເຊື່ອເລື່ອງຢາປິ່ນປົວພະຍາດນັ້ນມີຢ່າງກວ້າງຂວາງ.
ແນ່ນອນຫຼາຍຄົນອາດໂຕ້ແຍ້ງວ່າການບໍລິໂພກສັດປ່ານັ້ນໄດ້ມີມາແຕ່ດົນນານແລ້ວດັ່ງເຊັ່ນຢູ່ລາວເຮົາກໍເຊັ່ນກັນ ທີ່ປະຊາຊົນບໍລິໂພກສັດ ປ່າທີ່ຖືວ່າເປັນເລື່ອງປົກກະຕິ, ຖ້າມີຄົນກິນກໍຕ້ອງມີຄົນຂາຍ, ຖ້າມີຄົນຂາຍ ກໍມີຄົນລ່າ.
ແມ່ນຢູ່ວ່າການບໍລິໂພກສັດປ່າຂອງພວກເຮົານັ້ນມີມາດົນແລະໃນຫຼາຍຄັ້ງພວກເຮົາກໍບໍ່ໄດ້ເກີດມີພະຍາດລະບາດເຊັ່ນນີ້ເລີຍແຕ່ເຊື່ອແນ່ວ່າຄວາມສ່ຽງທາງດ້ານສຸຂະພາບນັ້ນກໍມີແນ່ນອນໂດຍບາງຄັ້ງພວກເຮົາອາດຄິດບໍ່ ເຖິງດັ່ງເຊັ່ນເຫດການຢູ່ເມືອງວູຫ້ານ.
ເພາະສະນັ້ນ, ພວກເຮົາຄວນຄິດຄືນໃໝ່ ໃນລົດນິຍົມການບໍລິໂພກ ສັດປ່າດ້ວຍເຫດຜົນຕ່າງໆ, ພ້ອມນັ້ນກໍຈົ່ງພ້ອມກັນເຂັ້ມງວດເລື່ອງການ ຄ້າຂາຍສັດປ່າທີ່ຍັງແຜ່ຫຼາຍໃນປະເທດເຮົາຕຶ່ມອີກ.