WHO ປະກາດ “ໄວຣັສໂຄໂຣນາ” ເປັນສະຖານະການສຸກເສີນລະດັບໂລກ


ອົງການອະນາໄມໂລກປະກາດໃຫ້ໄວຣັສໂຄໂຣນາສາຍພັນໃໝ່ເປັນສະຖານະການສຸກເສີນດ້ານສາທາລະນະສຸກລະດັບໂລກແລ້ວ, ຂະນະທີ່ຈຳນວນຜູ້ເສຍຊີວິດຮອດວັນທີ 31 ມັງກອນ 213 ຄົນຢູ່ຈີນ, ຕິດເຊື້ອ 9.692 ຄົນ.
ເຊົ້າວັນທີ 31 ມັງກອນນີ້, ດຣ. ເທດຣອສ ອັດຮານອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ ຫລື WHO ຖະແຫລງຂ່າວຢູ່ນະຄອນເຈນີວາ ປະເທດສະວິດ ປະກາດໃຫ້ການແຜ່ລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ 2019 ເປັນໄພສະຖານະການສຸກເສີນດ້ານສາທາລະນະສຸກທີ່ໜ້າກັງວົນຂອງນາໆຊາດ ຫລື ເປັນໄພພິບັດດ້ານສຸຂະພາບລະດັບໂລກ. ພ້ອມລະບຸເຫດຜົນຕົ້ນຕໍທີ່ປະກາດຄັ້ງນີ້ ບໍ່ໄດ້ຍຶດເອົາສິ່ງທີ່ກຳລັງເກີດຂຶ້ນຢູ່ຈີນ, ແຕ່ຍຶດເອົາຕາມສິ່ງທີ່ກຳລັງເກີດຂຶ້ນໃນປະເທດອື່ນໆ.
ທ່ານ ດຣ. ເທດຣອສ ເຊິ່ງຖະແຫລງຂ່າວຢູ່ນະຄອນເຈນີວາ ປະເທດສະວິດ ອະທິບາຍເຖິງໂຄໂຣນາໄວຣັສສາຍພັນໃໝ່ທີ່ເລີ່ມລະບາດຢູ່ອູ່ຮັນ ມົນທົນຫູເປີຍ ຂອງຈີນ ໃນທ້າຍປີຜ່ານມາ ກ່ອນລະບາດສູ່ຫລາຍປະເທດທົ່ວໂລກ ເປັນການລະບາດທີ່ບໍ່ເຄີຍເກີດມາກ່ອນ ແລະ ຜະເຊີນກັບມາດຕະການຮັບມືທີ່ບໍ່ເຄີຍມີມາກ່ອນເຊັ່ນກັນ, ຂໍຊີ້ແຈງວ່າ: ການປະກາດຄັ້ງນີ້ ບໍ່ແມ່ນການລົງມະຕິບໍ່ໄວ້ວາງໃຈຈີນ.
WHO ເຄີຍປະກາດລັກສະນະດຽວກັນມາແລ້ວ 5 ຄັ້ງໃນອະດີດ ປະກອບມີ ຕອນພະຍາດຫວັດ, ໄຂ້ຫວັດໝູລະບາດໃນປີ 2009, ພະຍາດໂປລິໂອໃນປີ 2014, ໄຂ້ຊິກາໃນປີ 2016, ອີໂບລາໃນປີ 2014 ແລະ 2019.
ຂະນະທີ່ຈຳນວນຜູ້ເສຍຊີວິດຢູ່ຈີນມີ 213 ຄົນ, ຜູ້ຕິດເຊື້ອ 9.692 ຄົນ ແລະ ມີຜູ້ຕິດເຊື້ອອີກປະມານ 100 ຄົນໃນ 18 ປະເທດ ແລະ ດິນແດນນອກປະເທດຈີນ, ແຕ່ບໍ່ມີຜູ້ເສຍຊີວິດ ສ່ວນຫລາຍເປັນຜູ້ເດີນທາງຈາກອູ່ຮັນ, ແຕ່ພົບການແຜ່ລະບາດຈາກຄົນສູ່ຄົນ 8 ຄົນ ຢູ່ເຢຍລະມັນ, ຍີ່ປຸ່ນ, ຫວຽດນາມ ແລະ ອາເມລິກາ.