ເມືອງກະລຶມສະເຫນີ ສສຂ ເລັ່ງແກ້ໄຂບັນຫາພື້ນຖານໂຄງລ່າງ


ສະມາຊິກສະພາປະຊາຊົນແຂວງ, ປະທານສະພາປະຈໍາເຂດ ເມືອງກະລຶມ ແຂວງເຊກອງ ໄດ້ໃຫ້ສໍາພາດວ່າ: ຜ່ານມາ ສສຂ ກໍໄດ້ລົງພົບປະປະຊາຊົນພາຍໃນເມືອງກະລຶມ ແລະ ສາມາດສັງລວມບັນດາຄໍາສະເຫນີຕ່າງໆຂອງປະຊາຊົນ ສ່ວນຫລາຍແມ່ນບັນຫາພື້ນຖານໂຄງລ່າງເຊັ່ນ: ສະເຫນີໃຫ້ມີການກໍ່ສ້າງເສັ້ນທາງປູຢາງແຕ່ບ້ານໂພນ ເມືອງລະມາມ ຫາ ເມືອງກະລຶມ ແລະ ແຕ່ເມືອງກະລຶມ ຫາ ຊາຍແດນ ສສ ຫວຽດນາມ, ກໍ່ສ້າງເສັ້ນທາງປູຫີນເຂົ້າຫາບັນດາບ້ານໃນທົ່ວເມືອງ; ຕິດຕັ້ງຕາຂ່າຍໄຟຟ້າ, ເຄືອຂ່າຍໂທລະສັບ ຊຶ່ງມີຫລາຍບ້ານບໍ່ທັນເຂົ້າເຖິງ; ດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອເຂົ້າມາລົງທຶນສ້າງຕັ້ງບໍລິສັດໃດຫນຶ່ງ ເພື່ອເຮັດໃຫ້ປະຊາຊົນສາມາດຜະລິດເປັນສິນຄ້າສົ່ງອອກໄດ້ ເພື່ອຊ່ວຍແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຕໍ່ຄໍາສະເຫນີດັ່ງກ່າວ ແຂວງໄດ້ຊອກວິທີທາງແກ້ໄຂຢ່າງຮີບດ່ວນ ໂດຍໄດ້ລາຍງານຕໍ່ກອງປະຊຸມສະໄຫມສາມັນຂອງສະພາປະຊາຊົນແຂວງໃນແຕ່ລະຄັ້ງ ເພື່ອຊຸກຍູ້ຂະແຫນງການທີ່ກ່ຽວຂ້ອງລົງແກ້ ແລະ ມາຮອດປັດຈຸບັນ ທາງເມືອງໄດ້ທະລຸເສັ້ນທາງຊົ່ວຄາວກ່ອນ, ສ່ວນເສັ້ນທາງດິນແດງປູຫີນ ແລະ ປູຢາງແມ່ນໄດ້ສືບຕໍ່ຂຽນບົດສະເຫນີໂຄງການຫາລັດຖະບານຢ່າງຕໍ່ເນື່ອງ ແລະ ຈັດກອງປະຊຸມປຶກສາຫາລືຢູ່ໃນຄະນະນໍາຂັ້ນເມືອງ, ສືບຕໍ່ຕິດຕາມກວດກາ ແລະ ແກ້ໄຂໃຫ້ໄດ້, ຖ້າຫາກວຽກງານທີ່ເມືອງບໍ່ສາມາດແກ້ໄຂໄດ້ແມ່ນໄດ້ນໍາສະເຫນີຫາຂັ້ນເທິງຊ່ວຍພິຈາລະນາແກ້ໄຂ ໂດຍສະເພາະແມ່ນການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຊຸກຍູ້ການຜະລິດກະສິກຳຂອງເຂົາເຈົ້າ ໂດຍການສະຫນອງວັດຖຸອຸປະກອນທີ່ຈໍາເປັນ ແລະ ພະນັກງານວິຊາການລົງຊີ້ນໍາວິທີການຜະລິດໃຫ້ປະຊາຊົນເປັນປົກກະຕິ, ຕິດພັນກັບວຽກງານພັດທະນາຊົນນະບົດລົງຮາກຖານໃກ້ຊິດກັບປະຊາຊົນ ເພື່ອຊ່ວຍເຂົາເຈົ້າໃຫ້ສາມາດຫລຸດພົ້ນຈາກຄວາມທຸກຍາກໄດ້ເທື່ອລະກ້າວ.