ຍທຂ ນະຄອນຫລວງເລັ່ງກວດກາໂຮງຮຽນສອນຂັບລົດໃຫ້ໄດ້ມາດຕະຖານ


ທ້າຍອາທິດຜ່ານມານີ້, ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາໂຮງຮຽນສອນຂັບລົດໃນນະຄອນຫລວງວຽງຈັນ, ເພື່ອຕິດຕາມດ້ານມາດຕະຖານ ແລະ ຄຸນນະພາບຂອງການສິດສອນໃຫ້ຖືກຕ້ອງຕາມລະບຽບກໍານົດໄວ້ ແລະ ຜ່ານການກວດກາພົບວ່າຫລາຍແຫ່ງແມ່ນໄດ້ຕາມມາດຕະຖານທີ່ກໍານົດ ແລະ ມີແຕ່ຢູ່ໂຮງຮຽນສອນຂັບລົດ ເອກປັນຍາພາໂຊກ ແມ່ນຍັງບໍ່ມີປຶ້ມຕຳລາການສິດສອນ, ນອກນີ້ພາຫະນະຮຽນຂັບຈໍານວນໜຶ່ງແມ່ນລະບົບເຕັກນິກບໍ່ໄດ້ມາດຕະຖານ ແລະ ຢູ່ໂຮງຮຽນວິຊາຊີບສອນຂັບລົດທົ່ງສ້າງນາງ ເຫັນວ່າເສັ້ນແຕ້ມຈະລາຈອນຢູ່ສະໜາມຂັບລົດບໍ່ເຫັນແຈ້ງດີ. ດັ່ງນັ້ນຈຶ່ງໄດ້ແນະນໍາໃຫ້ໂຮງຮຽນສອນຂັບລົດສອງແຫ່ງ ເລັ່ງແກ້ໄຂປັບປຸງໂດຍໄວ ເພື່ອໃຫ້ຮັບປະກັນດ້ານມາດຕະຖານ, ເຕັກນິກ ແລະ ຄວາມປອດໄພຂອງນັກຮຽນ.
ຮອງຫົວໜ້າໜ່ວຍງານຄຸ້ມຄອງຄວາມປອດໄພທາງຖະໜົນ ຂອງພະແນກດັ່ງກ່າວ ໃຫ້ຮູ້ວ່າ: ແຕ່ໃດມາໜ່ວຍງານຂອງຕົນໄດ້ເອົາໃຈໃສ່ລົງກວດກາບັນດາໂຮງຮຽນສອນຂັບລົດໃນຂອບເຂດນະຄອນຫລວງວຽງຈັນຢ່າງເປັນປົກກະຕິ, ເພື່ອແນໃສ່ຊຸກຍູ້ໃຫ້ບັນດາໂຮງຮຽນດັ່ງກ່າວ ປະຕິບັດຕາມມາດຕະຖານເງື່ອນໄຂດ້ານເຕັກນິກສອນຂັບຂີ່ລົດທີ່ດີ, ຖ້າໂຮງຮຽນໃດບໍ່ປັບປຸງຕາມມາດຕະຖານທີ່ກໍານົດໄວ້ ກໍຈະບໍ່ຕໍ່ໃບອະນຸຍາດດໍາເນີນທຸລະກິດໃຫ້ອີກ. ທ່ານກ່າວວ່າຕື່ມວ່າ: ໂຮງຮຽນສອນຂັບລົດທີ່ໄດ້ມາດຕະຖານ ຕ້ອງປະກອບມີເງື່ອນໄຂຄື: ຕ້ອງມີພະນັກງານ, ການຈັດຕັ້ງ, ອາຄານ, ອຸປະກອນສິດສອນ (ລະບົບຄອມພິວເຕີ້), ຄູສອນ, ພາຫະນະຮຽນຂັບທີ່ຮັບປະກັນດ້ານເຕັກນິກ ແລະ ເດີ່ນຝຶກແອບຂັບຕົວຈິງ (ສະໜາມຈະລາຈອນ) ດັ່ງນີ້ເປັນຕົ້ນ.