ອັງກິດຖອນອອກຈາກສະຫະພາບເອີຣົບຢ່າງສຳເລັດຜົນອາດມີຄວາມຫຍຸ້ງຍາກຫລາຍກວ່າເກົ່າໃນອະນາຄົດ
ເມື່ອໄດ້ຜ່ານເວລາ 3 ປີເຄິ່ງ, ໃນທີ່ສຸດອັງກິດໄດ້ຖອນອອກຈາກສະຫະພາບເອີຣົບຢ່າງເປັນທາງການໃນເວລາ 23 ໂມງຂອງວັນທີ 31 ມັງກອນແລ້ວນີ້. ເຖິງວ່າທ່ານ ໂບຣິສ ໂຈນຊົນ ນາຍົກລັດຖະມົນຕີອັງກິດ ປະກາດວ່າ: ນີ້ຈະເປັນການເລີ່ມ “ຍຸກສະໄໝໃໝ່” ກໍຕາມ, ແຕ່ໂດຍໝູນອ້ອມການພົວພັນລະຫວ່າງ ອັງກິດ-ສະຫະພາບເອີຣົບ ແລະ ການປ່ຽນແປງດ້ານການເມືອງພູມມີພາກຈະເກີດຄວາມບໍ່ແນ່ນອນຫລາຍຢ່າງທີ່ເຮັດໃຫ້ຄົນທັງຫລາຍເປັນຫ່ວງນຳ.
ບົດວິເຄາະຂອງບໍລິສັດກະຈາຍສຽງອັງກິດ BBC ຂຽນວ່າ: ອັງກິດຖອນອອກຈາກສະຫະພາບເອີຣົບສົມເປັນການປ່ຽນແປງດ້ານການເມືອງພູມມີພາກທີ່ສຳຄັນທີ່ສຸດຢູ່ເອີຣົບ ພາຍຫລັງສົງຄາມເຢັນ. ທ່ານ ນາງ ອັນເຈລາ ໂດໂຣເດ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນ ກ່າວວ່າ: ອັງກິດຖອນອອກຈາກສະຫະພາບເອີຣົບໄດ້ຈົ່ງຮອຍບາດທີ່ເລິກເຊິ່ງໄວ້ໃຫ້ເຢຍລະມັນ ແລະ ສະຫະພາບເອີຣົບ. ການທີ່ຈະລົບລ້າງຄວາມຂັດແຍ່ງພາຍໃນແນວໃດ, ການເລັ່ງລັດຂະບວນວິວັດຫັນເປັນອັນໜຶ່ງອັນດຽວກັນຂອງທະວີບເອີຣົບ, ຂໍກະແຈແມ່ນຢູ່ນຳການປະຕິບັດຕົວຈິງ.
ການຖອນຕົວອອກຂອງອັງກິດເຮັດໃຫ້ສະຫະພາບເອີຣົບຕ້ອງປັບປຸງສະຖານະພາບດ້ານຜົນປະໂຫຍດຂອງຝ່າຍຕ່າງໆເທື່ອໃໝ່. ໃນອະນາຄົດຕົ້ນທຶນການຄ້າ ລະຫວ່າງ ອັງກິດ-ສະຫະພາບເອີຣົບ ຈະເພີ່ມຂຶ້ນຢ່າງຫລີກເວັ້ນບໍ່ໄດ້. ຄຽງຄູ່ກັບຖານະທີ່ເປັນເມືອງທະນາຄານຂອງນະຄອນຫລວງລອນດອນຖືກບັນທອນ, ນະຄອນປາຣີສ, ນະຄອນຟຣານຟົດ ແລະ ເມືອງອື່ນໆຈະມີໂອກາດການເພີ່ມທະວີອິດທິກຳລັງດ້ານເສດຖະກິດຂອງຕົນໃຫ້ສູງຂຶ້ນ. ພາຍຫລັງອັງກິດໄດ້ຖອນຕົວອອກ, ສະຫະພາບເອີຣົບຈະມີການຂາດທຶນເພີ່ມຂຶ້ນໃໝ່ຈຳນວນ 10 ຕື້ກວ່າເອີໂຣໃນແຕ່ລະປີ. ສຳລັບ 27 ປະເທດສະມາຊິກຂອງສະຫະພາບເອີຣົບໃນປັດຈຸບັນນີ້, ການເພີ່ມລາຍຮັບ ແລະ ປະຢັດຄ່າໃຊ້ຈ່າຍແນວໃດ ແມ່ນບັນຫາທີ່ຕ້ອງພິຈາລະນາຢ່າງລະອຽດໂດຍບໍ່ຕ້ອງສົງໄສ.
ສຳລັບອັງກິດ, ການຖອນຕົວອອກສະຫະພາບເອີຣົບໄດ້ສົ່ງຜົນກະທົບຢ່າງແຮງຕໍ່ສັງຄົມອັງກິດ, ປະຊາມະຕິເກີດຄວາມຂັດແຍ່ງຢ່າງໃຫຍ່ຫລວງ. ແນວຄິດທີ່ໃຫ້ສູແກລນຖອນອອກຈາກອັງກິດ ກາຍເປັນຄວາມສ່ຽງດ້ານການເມືອງຢ່າງເດັ່ນຊັດ. ໃນດ້ານການພົວພັນກັບຕ່າງປະເທດ ການສ້າງສາຍພົວພັນລະຫວ່າງ ອັງກິດ-ສະຫະພາບເອີຣົບ ຄືນໃໝ່ແນວໃດກໍແມ່ນການທົດສອບຢ່າງໜຶ່ງ.
ອັງກິດໄດ້ຖອນອອກຈາກສະຫະພາບເອີຣົບຈະເປັນການກຳນົດໃໝ່ອີກຄັ້ງໜຶ່ງບໍ່ ? ການຖອນອອກຈາກສະຫະພາບເອີຣົບຈະເຮັດໃຫ້ມີຜົນສະທ້ອນໃນໄລຍະຍາວແນວໃດຕໍ່ທົ່ວໂລກ ? ອາດຈະຕ້ອງຜ່ານຫລາຍເຊັ່ນຄົນໃນອະນາຄົດໄດ້ຮັບໃຫ້ຄຳຕອບໄດ້.