ກະຊວງ ປກສ ແຈ້ງໃຫ້ຕໍາຫລວດຈະລາຈອນທົ່ວປະເທດເອົາໃຈໃສ່ກວດກາລົດໃຫຍ່ຄົນຈີນຈໍານວນໜຶ່ງມາຈາກເມືອງອູ່ຮັ່ນໄດ້ເຂົ້າມາລາວ
ກົມຕໍາຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບໄດ້ອອກແຈ້ງການ ເຖິງພະແນກຕໍາຫລວດຈະລາຈອນນະຄອນຫລວງແລະແຕ່ລະແຂວງໃນທົ່ວປະເທດໃຫ້ກວດກາລົດ ແລະ ກັກຊົ່ວຄາວລົດຄົນຈີນ ທີ່ເດີນທາງມາຈາກເມືອງອູ່ຮັ່ນບ່ອນທີ່ມີການລະບາດຂອງໄວຣັສໂຄໂລນາໄດ້ເຂົ້າມາ ສປປ ລາວ, ເພື່ອກວດກາແລະປ້ອງກັນເຊື້ອໄວຣັສໂຄໂຣນາ, ໂດຍເອົາໃຈໃສ່ຕິດຕາມຢູ່ຈຸດສະຖານທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈໍານວນຫລາຍ ແລະ ໃຫ້ເອົາໃຈໃສ່ບັນດາຈຸດ-ປ້ອມກວດກາເຂົ້າເມືອງ-ອອກເມືອງຂອງແຕ່ລະແຂວງກວດກາພາຫະນະດັ່ງນີ້:
ລົດເບັ້ນ ສີດໍາ ຫມາຍເລກທະບຽນ ໂຕຫນັງສືຈີນ A95 MID. ລົດເບັ້ນ ສີດໍາ ຫມາຍເລກທະບຽນ ໂຕຫນັງສືຈີນ A232 GK. ລົດຫຍີ່ຫໍ້ຄ້າຍຄືຝົກ ສີຂາວ ຫມາຍເລກທະບຽນ ໂຕຫນັງສືຈີນ A.TBD.16.ແລະ ຖ້າຫາກກວດກາພົບເຫັນລົດຈໍານວນດັ່ງກ່າວ ແມ່ນໃຫ້ຄວບຄຸມໄວ້ໃນສະຖານຊົ່ວຄາວ ແລ້ວປະສານກັບພະແນກສາທາລະນະສຸກແຂວງ-ນະຄອນຫລວງວຽງຈັນເພື່ອກວດກາກ່ຽວສຸຂະພາບຂອງພວກກ່ຽວລະອຽດມີລາຍຊື່ດັ່ງນີ້:
Mr DINGLIANG ວັນເດືອນປີເກີດ: 3/5/1960.
Mr ZHONGHONGSHENG ວັນເດືອນປີເກີດ: 28/2/1972.
Mr KEXUE ວັນເດືອນປີເກີດ: 10/1/1979.
Mr ZHANGDAGANG ວັນເດືອນປີເກີດ: 6/4/1980.
ພ້ອມທັງກວດກາບຸກຄົນອື່ນໆ ທີ່ເປັນຄົນໂດຍສານມານໍາລົດດັ່ງກ່າວແລະພາຍຫລັງໜ່ວຍງານສາທາລະນະສຸກກວດກາສໍາເລັດແລ້ວໃຫ້ລາຍງານຜົນມາໃຫ້ກົມຕໍາຫລວດຈະລາຈອນຮັບຊາບໂດຍດ່ວນເພື່ອຂໍທິດຊີ້ນໍາຈາກຂັ້ນເທິງກ່ອນຈິ່ງດໍາເນີນການປ່ອຍລົດ ແລະ ຄົນຕາມການຊີ້ນໍາ.