ຈາດອນ ຊານໂຊ້ ດາວຮຸ່ງຟອມເດ່ນ..! ສ້າງສະຖິຕິຍິງ 25 ປະຕູ ໃນບຸນເດັສລີກ້າດ້ວຍອາຍຸພຽງ 19 ປີ
ຂຸນພົນນັກເຕະຂອງທັບເສືອເຫຼືອງ ໂບຣຸສເຊຍ ດັອດມຸນ ເຮັດຜົນງານຮ້ອນແຮງຕໍ່ເນື່ອງ ເພາະວ່າຫລ້າສຸດ ຈາດອນ ຊານໂຊ້ ປີກດາວຮຸ່ງທີມຊາດອັງກິດ ສ້າງສະຖິຕິຍິງ 25 ປະຕູໃນບຸນເດັສລີກ້າດ້ວຍອາຍຸນ້ອຍສຸດ 19 ປີ 280 ວັນ, ຫຼັງຈາກຍິງໜຶ່ງປະຕູໃຫ້ສັງກັດ ເປີດບ້ານຖະຫລົ່ມ ຢູນ້ຽນ ເບີລິນ ນ້ອງໃຫມ່ 5-0 ເກມບຸນເດັສລີກ້າ ເຢຍລະມັນ ນັດທີ 20 ລະດູການນີ້ ໃນທ້າຍອາທິດຜ່ານມາ.

ຈາດອນ ຊານໂຊ້ ໄດ້ທຳລາຍສະຖິຕິເກົ່າຂອງ ຄາຍ ຮາເວີດ (Kai Havertz) ກອງກາງຊາວເຢຍລະມັນ ອາຍຸ 20 ປີ ຂອງສະໂມສອນ ໄບເອີ ເລີເວີຄູເຊັນ ທີ່ກຳລັງຜົນງານເດັ່ນເໝືອນກັບ ຈາດອນ ຊານໂຊ້ ໂດຍຍິງໄດ້ 24 ປະຕູ ແລະ ໂຮສ ຄັອບເປວ (Horst Koppel) ອະດີດກອງໜ້າສະໂມສອນມ້າຂາວສະຕຸດກາດ ໃນປີ 51 ຜ່ານມາ.

ພ້ອມນີ້ອີກນັກເຕະດາວຮຸ່ງຂອງ ໂບຣຸສເຊຍ ດັອດມຸນ ເອີລິ້ງ ຮາແລນ ກອງໜ້າຟອມມາແຮງອາຍຸພຽງ 19 ປີ ທີມຊາດນອກແວ (ນໍຣເວ) ເພື່ອນຮ່ວມທີມຂອງ ຊານໂຊ້ ກໍ່ລະເບີດຟອມເກັ່ງຢ່າງຕໍ່ເນື່ອງ ໃນນັດຫລ້າສຸດຍິງອີກສອງປະຕູໃຫ້ສັງກັດໃຫມ່ ເປີດບ້ານຖະຫລົ່ມ ຢູນ້ຽນ ເບີລິນ ທີມຮ່ວມລີກນ້ອງໃຫມ່ 5-0 ເກມບຸນເດັສລີກ້າ ເຢຍລະມັນ ນັດທີ 20 ລະດູການນີ້ ໃນທ້າຍອາທິດຜ່ານມາ.

ພ້ອມດຽວກັນນີ້ ເອີລິ້ງ ຮາແລນ ໄດ້ສ້າງປະຫວັດສາດອີກໜ້າໃຫມ່ໃນບຸນເດັສລີກ້າ ເປັນນັກເຕະຄົນທຳອິດລົງຫລິ້ນໃຫ້ຕົ້ນສັງກັດໃຫມ່ໃນບຸນເດັສລີກ້າ ເຢຍລະມັນ ສາມາດຍິງໄດ້ 7 ປະຕູ ຈາກ 3 ນັດທຳອິດ ແລະ ໃຊ້ໂອກາດຍິງ 7 ຄັ້ງ ເປັນປະຕູທັງໝົດໃນ 136 ນາທີ.

ກ່ອນໜ້ານີ້ ຮາແລນ ສ້າງປະຫວັດສາດ ເປັນນັກເຕະຄົນທຳອິດລົງຫລິ້ນໃຫ້ຕົ້ນສັງກັດໃຫມ່ໃນບຸນເດັສລີກ້າ ເຢຍລະມັນ ສາມາດຍິງໄດ້ 5 ປະຕູ ແລະ ໃຊ້ເວລາພຽງ 56′ ນາທີ, ປະຈຸບັນ ດັອດມຸນ ຢູ່ອັນດັບ 3 ໃນບຸນເດັສລີກ້າ ລະດູການນີ້ ມີ 39 ຄະແນນ ຈາກ 20 ນັດ, ຫ່າງຈາກ ບາເຍິນ ມິວນິກ ທີມນຳ 3 ຄະແນນ
