ສະພາບອາກາດຢູ່ປະເທດເຮົາຈະເຢັນລົງ 1-3 ອົງ ສາ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນວ່າ: ໃນໄລຍະວັນທີ 3-6 ກຸມພານີ້ ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນມີກຳລັງປານກາງຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສຽງເໜືອພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງຢູ່ໃນແຕ່ລະພາກ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ, ຈາກນັ້ນໃນໄລຍະວັນທີ 7-9 ກຸມພາ ມວນອາກາດເຢັນທີ່ປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ. ພ້ອມດຽວກັນ ກະແສລົມຕາເວັນອອກສຽງເໜືອທີ່ມີກຳລັງປານກາງປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນລົງ 1-3 ອົງສາຢູ່ໃນແຕ່ລະພາກ ແລະ ຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍເຊັ່ນ: ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.
ສຳລັບສະພາບອາກາດໃນແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ອາກາດຍັງຈະໜາວເຢັນພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ຈາກນັ້ນ ວັນທີ 7-9 ອາກາດຈະໜາວເຢັນລົງ 1-3 ອົງສາ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕໍ່າສຸດ 7-9 ອົງສາ ແລະ ສູງສຸດ 17-19 ອົງສາ; ພາກເໜືອດ້ານຕາເວັນຕົກ ອາກາດຍັງຈະໜາວເຢັນຫລາຍຢູ່ແຂວງອຸດົມໄຊ, ບໍ່ແກ້ວ ແລະ ຫລວງນ້ຳທາ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ວັນທີ 7-9 ກຸມພາ ອາກາດຈະໜາວເຢັນລົງ 1-2 ອົງສາ ອຸນຫະພູມໃນລະຫວ່າງ 7-27 ອົງສາ. ສະເພາະແຂວງຫລວງພະບາງ ແລະ ໄຊຍະບູລີ ອາກາດຈະໜາວເຢັນໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-30 ອົງສາ; ພາກກາງ ອາກາດຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສູງສຸດ 27-29 ອົງສາ; ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ອາກາດຍັງຈະໜາວຫາໜາວເຢັນຫລາຍ ພ້ອມຈະມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 5-9 ກຸມພາ ອຸນຫະພູມອາກາດຍັງຈະໜາວເຢັນລົງ 1-3 ອົງສາ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມຕໍ່າສຸດ 6-8 ອົງສາ ແລະ ສູງສຸດ 22-24 ອົງສາ; ພາກໃຕ້ ອາກາດຍັງຈະເຢັນໃນຕອນກາງຄືນຫາຕອນເຊົ້າ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 7-9 ກຸມພາ ອຸນຫະພູມອາກາດຈະໜາວເຢັນລົງ 1-2 ອົງສາ. ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 31-33 ອົງສາ; ສະເພາະເຂດພູພຽງບໍລະເວນ ອາກາດຍັງຈະໜາວຫາໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ, ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 4-6 ອົງສາ ແລະ ສູງສຸດ 23-25 ອົງສາ.
ສຳລັບນະຄອນຫລວງວຽງຈັນ ອາກາດຍັງຈະເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 7-9 ກຸມພາ ອາກາດຍັງຈະໜາວເຢັນລົງຕື່ມອີກເລັກໜ້ອຍ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນຂຶ້ນ. ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 31-33 ອົງສາ.