ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່

- 99 - ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່
- kitchen vibe - ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່

ໃນສັບປະດາໜຶ່ງໆ ເຮົາມີຄວາມສຸກຈັກວັນ, ມີຄວາມທຸກຈັກວັນ? ນັ້ນຄືຄຳຖາມທີ່ເຮົາຖາມພັນລະຍາຂອງເຮົາ. ພວກເຮົາແຕ່ງງານໄດ້ລູກນຳກັນ 2 ຄົນ ແຕ່ຊີວິດຄູ່ຂອງພວກເຮົານັບມື້ຈືດຈາງລົງ, ເລື່ອງກຸກກຸກກິກກິກ ເອາະເສາະ ອ້ອຍຊອຍນຳກັນກໍຂາດຫາຍໄປ. ເຂົາເໜື່ອຍລ້າຍ້ອນລ້ຽງລູກຄົນດຽວ ສ່ວນເຮົາຕ້ອງເຮັດວຽກຢ່າງໜັກເພື່ອຫາເງິນລ້ຽງຄອບຄົວ ມື້ໃດກໍອອກຈາກບ້ານໄປແຕ່ເຊົ້າ ກັບມາປະມານ 6-7ໂມງແລງທຸກໆມື້ ແຕ່ວັນຈັນເຖິງວັນເສົາ. ເຖິງແມ່ນລາຍໄດ້ບໍ່ຫຼວງຫຼາຍ ແຕ່ກໍພໍຍິ້ມໄດ້ກັບລູກເມຍ. ຫຼັງໆ ມານີ້ ພວກເຮົາມັກຈະຜິດຖຽງກັນເປັນປະຈຳ ເຫດຜົນຂອງເມຍກໍຄື ຍ້ອນເຮົາຢາກເຮັດວຽກຫຼາຍກ່ວານີ້ ເພື່ອລາຍໄດ້ຂອງຄອບຄົວ ແຕ່ເຮັດໃຫ້ການກັບມາຂອງເຮົາຊ່ວຍດູແລລູກໆຂອງເຮົາໜ້ອຍລົງ. ສ່ວນເຫດຜົນຂອງເຮົາ ຄືຢາກໃຫ້ເມຍເຫັນອົກເຫັນໃຈ ແລະ ເອົາໃຈໃສ່ກັບເຮົາແດ່…ບາງທີເຮົາກໍເໜື່ອຍມາຈາກງານ ຖ້າເປັນເມື່ອກ່ອນໜ້ານີ້ ເມຍມັກຈະມາຖາມວ່າ ເໜື່ອຍບໍ? ພຽງເທົ່ານີ້ເຮົາກໍຫາຍເໜື່ອຍທັນທີ ແຕ່ທຸກວັນນີ້ບໍ່ມີເລີຍ.

ວັນທີ່ເຮົາຖາມເຂົາໄປ ເຂົາຕອບວ່າ ເຂົາທຸກເພາະເຮົາຜິດຖຽງກັນເປັນປະຈຳ. ເຮົາຕ້ອງເຮັດແນວໃດດີ ເຮົາເຄີຍເວົ້າກັບເມຍ ແຕ່ສຸດທ້າຍກາຍເປັນການຖົກຖຽງກັນອີກ. ເຮົາຄິດຈະນອກໃຈເມຍຫຼາຍຄັ້ງ ແຕ່ມີເພື່ອນຄົນໜຶ່ງເຕືອນວ່າ ໃຫ້ກັບໄປເວົ້າກັບເມຍກ່ອນ ເຮົາກໍເລີຍຢຸດ. ຖ້າຈະແຍກທາງກັນແທ້ໆ ເຮົາສົງສານລູກໆ ຫຼື ເຮົາຕ້ອງທົນຕໍ່ໄປ? ຂໍຄຳທີ່ປຶກສານຳບັນດາທ່ານຜູ້ອ່ານທັງຫຼາຍ.

- Visit Laos Visit SALANA BOUTIQUE HOTEL - ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່
- 5 - ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່
- 4 - ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່
- 3 - ໃນເມື່ອຊີວິດຄູ່ຈືດຈາງ ຄວນຢຸດເຊົາ ຫຼື ໄປຕໍ່