ກອງປະຊຸມໃຫຍ່ສາມຂັ້ນພວມຢູ່ເຄິ່ງທາງຢ່າງເຂັ້ມຂຸ້ນ
ທິດກໍ່າ:
ມາຮອດໄລຍະນີ້, ຖືວ່າກອງປະຊຸມໃຫຍ່ສາມຂັ້ນຂອງພັກພວມເດີນທາງມາຮອດຂັ້ນເມືອງ ເຊິ່ງມີຫລາຍເມືອງໃນທົ່ວປະເທດໄດ້ເປີດກອງປະຊຸມໃຫຍ່ຂອງຕົນຢ່າງມີຄວາມຮັບຜິດຊອບ ແລະ ພາຍໃຕ້ບັນຍາກາດເຂັ້ມຂຸ້ນສົມຄວນ. ດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ: ກອງປະຊຸມໃຫຍ່ໃນແຕ່ລະຂັ້ນຂອງພັກ ນັບແຕ່ຂັ້ນທ້ອງຖິ່ນຂຶ້ນຮອດຂັ້ນສູນກາງ ບໍ່ພຽງແຕ່ເປັນການປະຕິບັດຕາມກົດລະບຽບຂອງພັກ, ແຕ່ຍັງເປັນການປັບປຸງອົງຄະນະພັກ, ສະມາຊິກພັກໃຫ້ໄດ້ມາດຕະຖານໃນແຕ່ລະໄລຍະ. ພ້ອມນັ້ນ ຍັງໄດ້ສະຫລຸບຕີລາຄາຄືນການເຄື່ອນໄຫວຂອງພັກໃນໄລຍະ 5 ປີ ແລະ ວາງທິດທາງດຳເນີນງານໃນສະເພາະໜ້າ ແລະ ຍາວນານໃຫ້ສອດຄ່ອງກັບສະພາບການປ່ຽນແປງຂອງສັງຄົມ ແລະ ໄລຍະປະຫວັດສາດຂອງປະເທດຊາດ, ພ້ອມທັງເປັນການກວດສອບ-ກວດກາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງໃນການນຳພາຂອງພັກຕໍ່ພາລະກຳປະຫວັດສາດແຫ່ງຍຸກສະໄໝທີ່ພັກກຳອຳນາດ ເພື່ອນຳພາປວງຊົນລາວສ້າງສາພັດທະນາປະເທດຊາດໃຫ້ກ້າວໄປໜ້າຢ່າງບໍ່ຢຸດຢັ້ງ.
ນອກຈາກບັນຫາສຳຄັນທີ່ກ່າວມາຂ້າງເທິງນັ້ນແລ້ວ, ກອງປະຊຸມໃຫຍ່ສາມຂັ້ນຂອງພັກຍັງຕ້ອງໄດ້ຄັດເລືອກ, ຄັດຈ້ອນເອົາສະມາຊິກພັກຜູ້ທີ່ດີມີຄຸນສົມບັດ, ມາດຕະຖານ, ມີຄວາມຈົງຮັກພັກດີຕໍ່ພັກ ແລະ ຕໍ່ປະຊາຊົນເຂົ້າມາບໍລິຫານວຽກງານພາຍໃນພັກ ແລະ ຍັງຄັດເລືອກເອົາຜູ້ແທນສົມບູນຂອງຕົນ ເພື່ອກະກຽມເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກຢູ່ຂັ້ນເມືອງ, ຂັ້ນກົມກອງທ້ອງຖິ່ນ, ຂັ້ນແຂວງ, ຂັ້ນກະຊວງທະບວງກົມ ແລະ ກ້າວໄປເຖິງຂັ້ນສູງສຸດ ຄືຂັ້ນສູນກາງນັ້ນເອງ.
ແນວໃດກໍຕາມ, ເພື່ອກ້າວໄປຮອດກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ພວກເຮົາຍັງມີໂອກາດປັບປຸງ ແລະ ປ່ຽນແປງບຸກຄະລາກອນຜູ້ທີ່ດີ, ມີເງື່ອນໄຂ ແລະ ມີມາດຕະຖານ ເຊິ່ງໃນນີ້ມີຫລາຍບ້ານ, ຫລາຍເມືອງ, ຫລາຍແຂວງ ແລະ ຫລາຍກະຊວງໄດ້ປັບປຸງປ່ຽນແປງເລຂາພັກ, ອົງຄະນະພັກຂອງຕົນຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ແລະ ການນຳພາຂອງພັກ ເຊິ່ງຜ່ານຂະບວນການພຶດຕິກຳຕົວຈິງຈາກກອງປະຊຸມໃຫຍ່ແຕ່ລະຂັ້ນຈະເຮັດໃຫ້ການນຳພາຂອງພັກໜັກແໜ້ນເຂັ້ມແຂງກວ່າເກົ່າ.
ເຖິງຢ່າງໃດກໍດີ, ອີງຕາມຄວາມຮຽກຮ້ອງຕ້ອງການແຫ່ງການນຳພາຂອງພັກ ກໍຄືຄວາມຮຽກຮ້ອງຕ້ອງການຂອງພາລະກິດສ້າງສາປະເທດຊາດຍັງມີຫລາຍອັນຫລາຍຢ່າງທີ່ພັກຕ້ອງໄດ້ນຳພາແກ້ໄຂໃຫ້ບຸກທະລຸຢ່າງເປັນຮູບປະທຳ ເປັນຕົ້ນບັນຫາການສໍ້ລາດບັງຫລວງທີ່ຍັງເປັນອັນດັບຕົ້ນຂອງໂລກ ແລະ ພາກພື້ນ, ບັນຫາການແກ້ໄຂຂັ້ນຂອດຊັກຊ້າໃນການອະນຸຍາດການດຳເນີນທຸລະກິດ ແລະ ການລົງທຶນ, ບັນຫາຂະບວນການຢາເສບຕິດ ແລະ ບັນດາປາກົດການຫຍໍ້ທໍ້ອື່ນໆທີ່ຍັງຄົງຄ້າງຕິດຫ້ອຍ ແລະ ກົດໜ່ວງບາດກ້າວເດີນຂອງຊາດ. ນອກຈາກນັ້ນ ໃນການນຳພາແກ້ໄຂເສດຖະກິດຂອງປະເທດທີ່ຍັງມີຫລາຍດ້ານຕ້ອງໄດ້ປັບປຸງແກ້ໄຂໃຫ້ຄົງຕົວຄ່ອງຕົວ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ ເປັນຕົ້ນບັນຫາການສົ່ງເສີມການຜະລິດຂະໜາດນ້ອຍ-ຂະໜາດກາງໃຫ້ເຕີບໃຫຍ່ເຂັ້ມແຂງ, ບັນຫາເງິນກີບອ່ອນຄ່າ. ທຸກສິ່ງທຸກຢ່າງທີ່ກ່າວມານີ້ລ້ວນແລ້ວແຕ່ພົວພັນເຖິງການນຳພາຂອງພັກ, ອົງຄະນະພັກ ແລະ ບຸກຄະລາກອນຂອງພັກທີ່ຕ້ອງເປັນແບບຢ່າງນຳໜ້າຢ່າງໂປ່ງໃສ, ປອດໃສ ແລະ ຂາວສະອາດ.
ໃນແນວທາງ ແລະ ບັນດາມະຕິຕ່າງໆ ໂດຍສະເພາະແມ່ນມະຕິຄັ້ງທີ X ຂອງພັກ ທີ່ພວກເຮົາພວມເລັ່ງລັດປະຕິບັດຢູ່ ແມ່ນປຽບເໝືອນຕຳລາວິເສດທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ແຕ່ສິ່ງສຳຄັນບ່ອນຕັດສິນນັ້ນແມ່ນບຸກຄະລາກອນຂອງພັກຕ້ອງເຮັດຢ່າງຈິງຈັງ ເພື່ອນຳພາພາລະກິດຂອງຊາດເດີນໜ້າຕາມຄວາມມຸ້ງມາດປາຖະໜາ.