ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ

- 870 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ
- kitchen vibe - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ
- 73 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ
- 870 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ

  ໃນຕອນຄໍ່າ​ວັນ​ທີ 11 ກຸມພານີ້, ສະມາຄົມ​ມິດຕະພາບ​ລາວ​-ຈີນຮ່ວມ​ກັບອົງການປົກຄອງນະຄອນຫລວງ​ວຽງຈັນ, ​ໄດ້ຈັດ​ງານ​ລະດົມ​ທຶນເພື່ອຊ່ວຍເຫລືອຜູ້ເຄາະຮ້າຍຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄໂຣນາໄວຣັສ (Novel Corona Virus 2019) ຢູ່ ສປຈີນ, ​ໂດຍ​ມີ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ທັງເປັນຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດດັ່ງກ່າວ, ມີບັນດາ​ລັດຖະມົນຕີ, ຜູ້​ປະກອບ​ການ, ຫົວໜ່ວຍທຸລະ​ກິດ,​ ບໍລິສັດຫ້າງຮ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດ​ເຂົ້າ​ຮ່ວມເປັນຈໍານວນຫລາຍ ແລະ ສາມາດ​ລະດົມ​ທຶນໄດ້ໃນຄັ້ງນີ້ເປັນຈໍານວນຫລາຍກວ່າ 2,2 ຕື້ກີບ, 5 ພັນບາດ (ສະກຸນເງິນໄທ), 68.900 ​ໂດ​ລາສະຫະລັດ ແລະ 3.400 ຢວນ (ສະກຸນເງິນຈີນ), ​ເຊິ່ງ​ເງິນ​ຈຳນວນນີ້ ແມ່ນຈະ​ນໍາ​ໄປ​ຊື້​ອຸປະກອນ​ເຊັ່ນ: ຜ້າ​ອັດປາກ, ຖົງມື​ແພດ ​ແລະ ອື່ນໆ ທີ່ຈໍາ ເພື່ອສົ່ງໄປຊ່ວຍເຫລືອປະຊາຊົນຈີນ ທີ່ພວມຕໍ່ສູ້ຕ້ານກັບພະຍາດຮ້າຍແຮງນີ້ທີ່ພວມລະບາດໃນປັດຈຸບັນ ແລະ ສຳລັບບຸກຄົນ, ນິຕິບຸກຄົນ, ຫົວໜ່ວຍທຸລະກິດຕ່າງໆ ຜູ້ມີຄວາມຕ້ອງການຢາກປະກອບສ່ວນບໍລິຈາກທຶນຕື່ມອີກ ແມ່ນສາມາດໄປບໍລິຈາກໄດ້ຢູ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຫ້ອງວ່າການປົກຄອງ ນະຄອນຫລວງວຽງຈັນ. ສ່ວນຢູ່ທ້ອງຖິ່ນຕ່າງໆແມ່ນໄປບໍລິຈາກໄດ້ທີ່ພະແນກການຕ່າງປະເທດ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ຢູ່ແຕ່ລະແຂວງໃນທົ່ວປະເທດ.

- 11 2 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ

  ໃນ​​ໂອ​ກາດ​ນີ້, ທ່ານ ສົມ​ດີ ດວງ​ດີ ​ໄດ້​ຕາງໜ້າ​ພັກ-ລັດຖະບານ ກໍ​ຄືປະຊາຊົນ​ລາວບັນດາ​ເຜົ່າ, ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ​ແລະ ​ເປັນ​ຫ່ວງ​ເປັນ​ໃຍຕໍ່​ພັກ-ລັດຖະບານ ແລະ ປະຊາຊົນ​ຈີນ ທີ່​ໄດ້​ຮັບ​ຜົນ​ກະທົບຈາກ​ເຊື້ອພະຍາດດັ່ງກ່າວ, ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບໃຈ​ຕໍ່​ພາກສ່ວນຕ່າງໆ ທີ່​ໄດ້​ປະກອບສ່ວນເງິນ​ມາ​ບໍລິຈາກ​ຄັ້ງ​ນີ້ ແລະ ​​ຫວັງວ່າເງິນທີ່ໄດ້ຮັບບໍລິຈາກນີ້ ຈະເປັນກໍາລັງແຮງ ແລະ ພະລັງໃຈ ຊ່ວຍພັກ-ລັດຖະບານ ແລະ ປະຊາຊົນຈີນ ຕ້ານການລະບາດຂອງພະຍາດຮ້າຍແຮງນີ້ໃຫ້ສະຫງົບລົງ​​ສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

- 663 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ

   ທ່ານ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ໃຫ້​ຮູ້​​ວ່າ: ຜ່ານມາ, ສະມາຄົມ​ມິດຕະພາບ​ລາວ​-ຈີນຂັ້ນ​ສູນ​ກາງ ໄດ້​ລະດົມ​ວັດ​ຖຸສິ່ງ​ຂອງທີ່​ຈຳ​ເປັນ​ຈາກ​ບັນດາ​ບໍລິສັດ ​ແລະ ສະພາ​ການ​ຄ້າ​ໃນ ສປປ ລາວໄດ້​ຈຳນວນໜຶ່ງ ​ແລະ ​ໄດ້ຈັດ​ສົ່ງ​ໄປໃຫ້ ສປຈີນ ​ແລ້ວ, ​ເຊິ່ງລວມມີຜ້າ​ອັດ​ປາກ 762.000 ກວ່າຜືນ, ​ຖົງມື​ການ​ແພດ 160.000 ຄູ່, ​ແວ່ນຕາ​ການ​ແພດ 1.000 ອັນ, ໝວກການ​ແພດ 25.000 ໜ່ວຍ ເພື່ອນໍາໃຊ້ເຂົ້າໃນການປ້ອງກັນພະຍາດດັ່ກ່າວຂອງແພດໝໍ, ການຊ່ວຍເຫລືອດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັກ​ແພງ ແລະ ຄວາມ​ຜູກ​ພັນ​ທີ່ແທ້ຈິງ​ຂອງ​ປະຊາຊົນ​ລາວ ທີ່ມີຕໍ່ປະຊາຊົນ​ຈີນເພື່ອນມິດໃນ​ຍາມທີ່​ປະສົບກັບ​ຄວາມ​ຫຍຸ້ງຍາກນີ້.

- 683 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ

- 3 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ
- 4 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ
- 5 - ພາກລັດ-ເອກະຊົນລາວຈໍານວນຫລາຍໄດ້ປະ ກອບ​ທຶນ​ຊ່ວຍ​ເຫລືອປະຊາຊົນຈີນຕ້ານ​ໄວຣັສໂຄໂຣນາ