5 ນິໄສທີ່ເຮັດໃຫ້ເຮົາເປັນແຟນທີ່ໜ້າຮັກ, ມີສະເໜ່ ແລະ ເປັນໂຕຂອງໂຕເອງ
ທ່ານ ມາຣິອະ ອາຄິຢາມະ ຜູ້ຂຽນໜັງສືເລື່ອງ “ທຸກສິ່ງເກີດຂຶ້ນຈາກເຮົາ 100% ຄວາມຮັກກໍຄືກັນ”ຜູ້ບໍລິຫານລະດັບສູງຂອງບໍລິສັດ Creative Power Japan.inc ແລະ ຜູ້ລິເລີ່ມສ້າງ CPM ຫລື Creative Power Method ເຊິ່ງເປັນການຮຽນຮູ້ຜ່ານການຝຶກປະຕິບັດ “ປ່ຽນຄວາມຄິດໃຫ້ເປັນຄວາມຈິງ”ໃຫ້ຄຳແນະນຳພ້ອມຂໍ້ຄິດດີໆໃນການປັບປ່ຽນ, ແກ້ໄຂບັນຫາ, ຄວາມຄິດ ແລະ ພຶດຕິກຳຂອງເຮົາ ເພື່ອໃຫ້ເຮົາປະສົບຄວາມສຳເລັດ ແລະ ສົມ ຫວັງໃນຄວາມຮັກແບບງ່າຍໆເອົາໄວ້ 5 ຂໍ້ ດັ່ງນີ້ :
1. ຍິ້ມຢູ່ສະເໝີ : ທ່ານເຄີຍໄດ້ຍິນບໍ່ວ່າ “ບໍ່ມີໃຜບໍ່ງາມໃນເວລາຍິ້ມ”ເພາະຮອຍຍິ້ມສະແດງເຖິງຄວາມໜ້າຮັກ, ເປັນເຕັກນິກງ່າຍໆທີ່ເຮັດໃຫ້ທ່ານມີສະເໜ່ເພີ່ມຂຶ້ນອີກຫລວງຫລາຍ, ບໍ່ວ່າໃຜກໍມັກຄົນອາລົມດີ, ອັດທະຍາໄສດີ ແລະ ມີຮອຍຍິ້ມຫວານໆໃຫ້ແກ່ກັນຢູ່ສະເໝີ. ສະນັ້ນລອງຍິ້ມໃຫ້ຫລາຍຂຶ້ນ, ຍິ້ມໃຫ້ກັບທຸກບັນຫາທີ່ເຂົ້າມາໃນຊີວິດ, ຍິ້ມໃຫ້ກັບຄົນທີ່ທ່ານຮັກ ລວມເຖິງລອງຍິ້ມໃຫ້ກັບຄົນທີ່ທ່ານບໍ່ມັກນຳ ພຽງເທົ່ານີ້ທ່ານກໍເປັນຄົນທີ່ໜ້າຮັກ, ໜ້າຄົບຫາ, ກ້າທີ່ຈະເຂົ້າມາລົມເປີດບົດສົນທະນາກັບທ່ານຫລາຍຂຶ້ນ.
2. ຍອມຮັບ ແລະ ຊື່ມຊົມຜູ້ອື່ນຢ່າງຈິງໃຈ : ບໍ່ວ່າໃຜກໍມັກຄຳຍ້ອງຍໍຊົມເຊີຍ ໂດຍສະເພາະຄຳຍ້ອງຍໍທີ່ມາຈາກໃຈ, ຍ້ອງດ້ວຍຄວາມຈິງໃຈ. ເມື່ອເຮົາຍອມຮັບ ແລະ ຊື່ນຊົມຜູ້ອື່ນຢ່າງຈິງໃຈ ເຮົາກໍຈະໄດ້ຮັບຄຳຍ້ອງຍໍຊົມເຊີຍ ແລະ ການຍອມຮັບຈາກຜູ້ອື່ນກັບມາເຊັ່ນກັນ. ເວລາທີ່ຮູ້ສຶກວ່າໃຜເຮັດດີ, ໃຜນິໄສໜ້າຮັກ, ຢ່າລືມທີ່ຈະກ່າວຄຳຍ້ອງຍໍຊົມເຊີຍບຸກຄົນເຫລົ່ານັ້ນແດ່ ການກະທຳເລັກໆນ້ອຍໆນີ້ຈະຊ່ວຍໃຫ້ເຂົາຮູ້ສຶກໝັ້ນໃຈ ແລະ ມີກຳລັງໃຈທີ່ຈະເຮັດສິ່ງດີໆເຫລົ່ານັ້ນຕໍ່ໄປ ທັງຍັງເປັນການເພີ່ມສະເໜ່ໃຫ້ກັບໂຕທ່ານນຳ.
3. ຍອມຮັບໃນສິ່ງທີ່ເຮົາເປັນ : ກ່ອນທີ່ຈະຮັກໃຜ ຢ່າລືມຮັກໂຕເອງສາກ່ອນ. ກ່ອນທີ່ຈະຮູ້ຈັກ ແລະ ເຂົ້າໃຈຄົນອື່ນ ຄົນທຳອິດທີ່ທ່ານຄວນເຮັດຄວາມຮູ້ຈັກ, ເຮັດຄວາມເຂົ້າ ໃຈ ແລະ ຍອມຮັບໃນໂຕຕົນຂອງເຂົາໃຫ້ໄດ້ສາກ່ອນ ກໍແມ່ນໂຕຂອງທ່ານເອງ. ລອງສັງເກດ ແລະ ພິຈາລະນາຕົນເອງຢ່າງທີ່ໂຕທ່ານເປັນແທ້ໆ ໂດຍປາສະຈາກອັກຄະຕິ, ຍອມຮັບໃນຂໍ້ດ້ອຍ, ຂໍ້ບົກພ່ອງ, ຊົມເຊີຍຕົນເອງໃນຂໍ້ດີທີ່ເຮົາມີ, ປັບປຸງແກ້ໄຂ, ພັດທະນາໂຕເຮົາໃຫ້ດີຍິ່ງຂຶ້ນ, ເຊົາເວົ້າກັບໂຕເອງໃນດ້ານລົບ ແຕ່ໝັ່ນໃຫ້ກຳລັງໃຈຕົນເອງຢູ່ສະເໝີ ເພາະການເວົ້າເຖິງຕົນເອງໃນດ້ານລົບມີແຕ່ຈະເປັນການບັ່ນທອນກຳລັງໃຈຂອງເຮົາໃຫ້ຫລຸດໜ້ອຍລົງ. ໝັ່ນໃຫ້ກຳລັງໃຈຕົນເອງໃຫ້ຫລາຍຂຶ້ນ ເຊັ່ນ : ປ່ຽນຈາກການ ຈົ່ມວ່າ “ເມື່ອຍ”ເປັນການ “ຂອບ ໃຈ”ຕົນເອງທີ່ອຸດສາຫະຕັ້ງໃຈເຮັດວຽກ ຫລື ນຶກເຖິງຕົນເອງໃນດ້ານດີ ເຊັ່ນ : “ເຮົາເກັ່ງ”“ເຮົາດຸໝັ່ນ” “ສູ້ຕໍ່ໄປ”ພຽງເທົ່ານີ້ກໍເຮັດໃຫ້ກຳລັງໃຈຂອງທ່ານເພີ່ມຫລາຍຂຶ້ນໄດ້ແລ້ວ.
4. ໃຫ້ອິດສະຫລະກັບໂຕເອງ ແລະ ຄົນທີ່ເຮົາຮັກ : ເຖິງວ່າເຮົາຈະຮັກກັນຫລາຍປານໃດ ແຕ່ບໍ່ວ່າໃຜກໍຕ້ອງການເວລາສ່ວນໂຕແດ່, ໃຫ້ອິດສະຫລະແກ່ໂຕທ່ານ ແລະ ຄົນທີ່ທ່ານຮັກແດ່ ບໍ່ວ່າຈະເປັນອິດສະຫລະທາງຄວາມຄິດ, ອິດສະຫລະໃນການທີ່ຈະເດີນທາງທ່ອງທ່ຽວ, ສັງສັນ, ພົບປະຜູ້ຄົນ, ອິດສະຫລະໃນການຕັດສິນໃຈເລືອກເຮັດໃນສິ່ງ ທີ່ຕົນເອງມັກ ແລະ ໃຫ້ອິດສະຫລະໃນການ “ຢູ່ຕາມລຳພັງ”ແດ່.
ຍິ່ງທ່ານຜູກມັດຄົນທີ່ທ່ານຮັກເອົາໄວ້ຫລາຍເທົ່າໃດ ກໍຍິ່ງເປັນການບີບໃຫ້ຄົນຮັກຂອງທ່ານຮູ້ສຶກອຶດອັດ ເຮັດໃຫ້ການຢູ່ກັບທ່ານບໍ່ມີຄວາມສຸກ, ມີແຕ່ຈະຍິ່ງຢາກຖອຍໜີຫ່າງຈາກທ່ານຫລາຍຂຶ້ນຕື່ມ.
ຄວາມຮັກທີ່ຕັ້ງຢູ່ເທິງຄວາມຫວາດລະແວງ, ເຄືອບແຄງສົງໄສ ແລະ ວິຕົກກັງວົນ ຍ່ອມເປັນຄວາມຮັກທີ່ບໍ່ມີຄວາມສຸກ, ມີແຕ່ຈະເຮັດໃຫ້ທຸກຄົນທຸກຝ່າຍຮູ້ສຶກອຶດອັດ. ໃຫ້ອິດສະຫລະກັບໂຕທ່ານ ແລະ ເຂົາແດ່ ເພື່ອໃຫ້ແຕ່ລະຄົນມີຄວາມສຸກກັບອິດສະຫລະຂອງຕົນເອງ ແລະ ມີຄວາມສຸກກັບການຢູ່ຮ່ວມກັນ.
5. ເຮັດໃນສິ່ງທີ່ເຮັດໄດ້ ແລະ ເຮັດຕໍ່ໄປເລື້ອຍໆ : ຂັ້ນຕອນສຸດທ້າຍໃນການປະສົບຄວາມສຳເລັດໃນຄວາມຮັກ ແມ່ນການຕັ້ງເປົ້າໝາຍກັບຕົນເອງ, ເຮັດເປົ້າໝາຍ ແລະ ຄວາມຕັ້ງໃຈຂອງເຮົານັ້ນໃຫ້ຈະແຈ້ງຫລາຍຂຶ້ນ ແລ້ວເຮັດສິ່ງນັ້ນຕໍ່ໄປຢ່າງຕໍ່ເນື່ອງ. ໃຫ້ຄວາມສຳຄັນກັບການຜູກມິດໄມຕີ ຫລື ເປັນພັນທະມິດກັບຜູ້ຄົນ ຫາກທ່ານລອງໃຊ້ ເວລາແຕ່ລະມື້ໄປກັບການເບິ່ງແຍງເອົາໃຈໃສ່ຄົນທີ່ຢູ່ຕໍ່ໜ້າ ທ່ານຈະພົບຄວາມປ່ຽນແປງໃນທຸກຄວາມສຳພັນ.