ສະຫລຸບວຽກງານໂຄສະນາອົບຮົມທົ່ວປະເທດ


ກອງປະຊຸມສະຫລຸບວຽກງານ ໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2018-2019 ແລະ ວາງທິດທາງແຜນການ ປີ 2020 ໄດ້ຈັດຂຶ້ນໃນວັນທີ 12-13 ກຸມພານີ້, ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາພັນ ພົມມະທັດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ເພື່ອຄົ້ນຄວ້າຕີລາຄາ ບັນດາປັດໄຈ ຕັ້ງໜ້າ ແລະ ຫຍໍ້ທໍ້ ທີ່ສົ່ງຜົນກະທົບຕໍ່ແນວຄິດ ແລະ ການເຄື່ອນ ໄຫວວຽກງານໂຄສະນາອົບຮົມ ໃນສົກປີ 2018-2019 ຜ່ານມາມາ, ເພື່ອປັບປຸງແກ້ໄຂ ແລະ ວາງທິດທາງໜ້າທີ່ຈຸດສຸມ ໃນປີ 2020 ໃຫ້ມີເນື້ອໃນເລິກເຊິ່ງ ແທດເໝາະ ຕົວຈິງ ແລະ ສາມາດປະຕິບັດໄດ້ ເພື່ອປະກອບສ່ວນເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໃຫ້ບັນລຸ ລະດັບຄາດໝາຍທີ່ພັກເຮົາວາງໄວ້.
ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ຮູ້ວ່າ: ໃນ 2 ປີຜ່ານມາ, ຄະນະໂຄສະນາອົບຮົມຂອງຕົນໄດ້ເອົາໃຈໃສ່ເຜີຍແຜ່ບັນດານິຕິກຳຂອງສູນກາງພັກໃນແຕ່ລະໄລຍະ ແລະ ອັນພົ້ນເດັ່ນແມ່ນ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການກະກຽມຂອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດມະຫາພາກ, ການຜະລິດ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ໄດ້ສຸມໃສ່ສ້າງເອກະສານ ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ ເປັນຕົ້ນແມ່ນ ປຶ້ມປົກຂາວສະພາບການພົວພັນລາວ-ກຳປູເຈຍ, ການສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ພ້ອມທັງໄດ້ສ້າງ ແລະ ປັບປຸງເອກະສານຝຶກອົບຮົມຄວາມຮູ້ພື້ນຖານ ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ເອກະສານອົບຮົມການເມືອງ-ແນວຄິດ ກ່ຽວກັບຈັນຍາບັນ ແລະ ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ຂະແໜງສວຍສາອາກອນ ແລະ ພາສີ.
ນອກນີ້ໄດ້ເອົາໃຈໃສ່ຕິດຕາມ ແລະ ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຢູ່ບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໃນແຕ່ໄລຍະໄດ້ຄົບຖ້ວນທົ່ວເຖິງ ເພື່ອເສີມຂະຫຍາຍດ້ານດີ ແລະ ແກ້ໄຂບັນຫາຈຸດອ່ອນຂໍ້ຄົງຄ້າງຕ່າງໆ ໃຫ້ສອດຄ່ອງ ແລະ ທັນການ, ຕິດຕາມ, ເກັບກຳສະພາບການທີ່ພົ້ນເດັ່ນພາຍໃນ ແລະ ສາກົນ ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງຂອງຕົນຕາມພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ເພື່ອເຮັດໃຫ້ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ ມີຄວາມໜັກແໜ້ນເຂັ້ມແຂງ ໃນການເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນຂອງຕົນ, ພ້ອມທັງໄດ້ເອົາໃຈໃສ່ຈັດວາງຊັບຊ້ອນພະນັງານ ເຂົ້າໃສ່ໜ້າວຽກຢູ່ໃນໜ່ວຍງານຕ່າງໆ ຢ່າງແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໂຄສະນາອົບຮົມຂັ້ນທ້ອງຖິ່ນ.