ຈົດຈຳລຳລຶກບັ້ນຮົບລາມເຊີນ 719
ທິດກໍ່າ:
ເຖິງວ່າວັນທີ 20 ມັງກອນ 2020 ອັນເປັນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີໄດ້ຜ່ານພົ້ນໄປຫລາຍວັນແລ້ວກໍຕາມ, ແຕ່ມູນເຊື້ອປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ກໍຄືພາລະກິດການຕໍ່ສູ້ປົດປ່ອຍຊາດໃນສາມປະເທດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ຍັງຝັງເລິກຢູ່ນຳປະຊາ ຊົນລາວບັນດາເຜົ່າຢ່າງບໍ່ມີວັນລືມ. ເມື່ອເອີ່ຍເຖິງບັ້ນຮົບໃຫຍ່ໆໃນພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດ ອັນເປັນສະໝໍລະພູມທີ່ເດັດດ່ຽວຂ້ຽວຂາດຢ່າງເອົາເປັນເອົາຕາຍ ແລະ ໄດ້ຮັບໄຊຊະນະຢ່າງໃຫຍ່ຫລວງອີກບັ້ນຮົບໜຶ່ງ ກໍຄືບັ້ນຮົບລາມເຊີນ 719 ຈຸດຂອບເຂດບໍລິເວນທີ່ຕັ້ງຂອງສະໜາມຮົບດັ່ງກ່າວແມ່ນຢູ່ເຂດຊາຍແດນເຊື່ອມຕໍ່ກັນ ນັບແຕ່ເມືອງພີນ, ເມືອງເຊໂປນ ແຂວງສະຫວັນນະເຂດ ສປປ ລາວ ແລະ ເຂດລາວບາວ-ແຄແຊງ ແຂວງກວາງຈິ ສສ ຫວຽດນາມ ໃນປັດຈຸບັນ.
ບັ້ນຮົບລາມເຊີນ 719 ເປັນສະໝໍລະພູມທີ່ພິສູດໃຫ້ເຫັນຄວາມແຂງແກ່ນລະຫວ່າງກອງທັບປົດປ່ອຍປະຊາຊົນຫວຽດນາມກັບກອງທັບປົດປ່ອຍປະຊາຊົນລາວໄດ້ຮ່ວມກັນບຸກຕີທັບມ້າງຖານທີ່ໝັ້ນ ແລະ ເຮືອນຮັງຂອງສັດຕູ ຄືທະຫານອາເມລິກາ, ທະຫານຫຸ່ນໄຊງ່ອນ ບວກໃສ່ທະຫານຮັບຈ້າງຂອງໄທຫລາຍໝື່ນຫລາຍແສນຄົນ ທັງໃຊ້ທຸກກຳລັງ, ທຸກວິທີສູ້ຮົບເທົ່າທີ່ມີຂອງແຕ່ລະຝ່າຍຕາມເປົ້າໝາຍທີ່ແຕກຕ່າງກັນ. ທາງເບື້ອງສັດຕູອັນມີທະຫານອາເມລິກາເປັນຫົວໂຈກໄດ້ນຳໃຊ້ກຳລັງທະຫານຫລາຍກອງພົນ ມີທັງປືນນ້ອຍປືນໃຫຍ່, ລົດຫຸ້ມເກາະ, ລົດຕັງລົດຊາ ນັບທັງຍົນສູ້ຮົບຊະນິດຕ່າງໆຫລາຍໝື່ນຄັນມາປະຊັນກັນກັບກອງທັບປົດປ່ອຍປະຊາຊົນຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນລາວ ນັບແຕ່ເສັ້ນຂະໜານເລກທີ 17 ອັນເປັນເສັ້ນແບ່ງຫວຽດ ນາມໃຕ້ກັບຫວຽດນາມເໜືອ. ເປົ້າໝາຍຍຸດທະສາດຂອງອາເມລິກາແມ່ນເພື່ອຕີຕ້ານກຳລັງກອມມູນິດຫວຽດນາມເໜືອ ແລະ ລາວບໍ່ໃຫ້ຂະຫຍາຍໄປສູ່ຫວຽດ ນາມໃຕ້ ແລະ ເຂດອາຊີຕາເວັນອອກ. ທາງເບື້ອງສາຍພູຫລວງດ້ານຕາເວັນອອກນັບແຕ່ເຂດຊາຍແດນລາວບາວເຂົ້າໄປຫາແຄແຊງເປັນທີ່ຕັ້ງຖານທັບຂອງທະຫານສະຫະລັດອາເມລິກາທີ່ໃຫຍ່ທີ່ສຸດໃນເຂດພາກກາງຂອງລາວ ແລະ ຫວຽດນາມ. ຖານທັບດັ່ງກ່າວແມ່ນເພື່ອອັດຕັນເສັ້ນທາງໂຮ່ຈີມິນຜ່ານລາວໄປສູ່ພາກໃຕ້ຫວຽດນາມ ນັບແຕ່ເສັ້ນຂະໜານເລກທີ 17 ລົງໄປຮອດກຳປູເຈຍທະລຸເຂົ້າຫວຽດນາມໃຕ້ ເພື່ອຂົນສຳພາວຸດຕ່າງໆຕາມເປົ້າໝາຍປົດປ່ອຍພາກໃຕ້ຫວຽດນາມ ໃນປີ 1975.
ການສູ້ຮົບກັນຢ່າງດຸເດືອດທີ່ສຸດກໍແມ່ນເລີ່ມແຕ່ວັນທີ 30 ມັງກອນຫາເດືອນມີນາ 1971. ໃນຊ່ວງໄລຍະສູ້ຮົບກັນນັ້ນ, ຝ່າຍສັດຕູໄດ້ໃຊ້ຍົນຖິ້ມລະເບີດນ້ອຍໃຫຍ່ປານປູພົມ ເພື່ອຕັດເສັ້ນທາງ, ຕັດຂົວ ໃຊ້ປືນໃຫຍ່ຍິງຖະຫລົ່ມຈຸດທີ່ຕັ້ງ, ໃຊ້ກຳລັງທະຫານຫລາຍກອງພັນ, ກອງພົນປະຈັນ ບານກັນໃນແນວຮົບ. ຝ່າຍປະຕິວັດພວກເຮົາມີພຽງກຳລັງທະຫານ, ມີອາວຸດຕໍ່ສູ້ໜ້າດິນ ແລະ ອາວຸດຕ້ານອາກາດສະຍານ ສາມາດຂ້າ ແລະ ດັບສູນສັດຕູໄດ້ຢ່າງຫລວງຫລາຍພາຍມາກ. ເປັນເວລາເກືອບສາມເດືອນທີ່ມີການສູ້ຮົບກັນ ສຸດທ້າຍກໍຜ່າຍແພ້ແຕກຜ່າຍ ແລະ ຖືກດັບສູນຢ່າງຮາບຄາບ. ນອກຈາກນັ້ນ ຍັງສາມາດຈັບໄດ້ສະເລີຍເສິກຫລາຍພັນຄົນ, ຍຶດອາວຸດຍຸດໂທພັນຊະນິດຕ່າງໆ ຈົນນັບບໍ່ຖ້ວນ. ຈາກໄຊຊະນະໃນບັ້ນຮົບລາມເຊີງ 719 ມາຮອດປີ 1975 ກໍສາມາດປົດປ່ອຍພາກໃຕ້ຫວຽດນາມມາໂຮມເຂົ້າກັນເປັນປະເທດຫວຽດນາມໃນປັດຈຸບັນ. ສ່ວນປະເທດລາວ ແລະ ກຳປູເຈຍກໍສາມາດປົດປ່ອຍທົ່ວປະເທດຢ່າງສົມບູນໃນວັນເວລາອັນດຽວກັນ. ເວົ້າໄດ້ວ່າ: ບັ້ນຮົບລາມເຊີນ 719 ເປັນບັ້ນຮົບໃຫຍ່ທີ່ສຸດ ທັງເປັນບັ້ນຮົບສຸດທ້າຍໃນການທຳລາຍເຮືອນຮັງຂອງສັດຕູທີ່ເຂົ້າມາຮຸກຮານສາມປະເທດອິນດູຈີນປຽບເໝືອນບັ້ນຮົບດຽນບຽນຟູທີ່ສາມາດທຳລາຍເຮືອນຮັງຂອງຈັກກະພັດຝຣັ່ງທີ່ເຂົ້າມາຮຸກຮານສາມປະເທດອິນດູຈີນ ໃນປີ 1954.
ເພື່ອຈົດຈຳລຳລຶກມູນເຊື້ອດັ່ງກ່າວ, ພັກ-ລັດຖະບານທັງສອງປະເທດໄດ້ສ້າງຫໍພິພິດທະພັນມູນເຊື້ອແຫ່ງໄຊຊະນະການຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ໄວ້ສອງແຫ່ງຄື: ເບື້ອງຊາຍແດນລາວເຮົາແມ່ນຢູ່ທີ່ບ້ານດົງສະຫວັນ ຈຸດທາງແບ່ງໄປເມືອງນອງ ແຄມສາຍທາງເລກ 9. ສ່ວນເບື້ອງຊາຍແດນຫວຽດນາມແມ່ນຢູ່ກະໂຕຖານທັບໃຫຍ່ ອັນເປັນເຮືອນຮັງບ່ອນຈັ້ງທ່າຂອງສັດຕູທີ່ເຂດລາວບາວ-ແຄແຊງເອງ. ປັດຈຸບັນສະຖານທີ່ດັ່ງກ່າວເປັນຈຸດທ່ອງທ່ຽວມູນເຊື້ອຂອງສອງປະເທດ ເຊິ່ງພວກເຮົາຄວນໄດ້ໄປສຳຜັດເພື່ອສຶກສາຄົ້ນ ຄວ້າ.